leftcenterrightdel
 
leftcenterrightdel
ທ່ານນາງ ຫວໍທິແອັງຊວນ, ຮອງປະທານປະເທດຫວຽດນາມ ຢ້ຽມຢາມ ແລະເຮັດວຽກທີ່ກອງພັນໃຫຍ່ 20, ກອງພົນ 330, ທະຫານເຂດ 9. ພາບ: qdnd.vn

ໃນໄລຍະຜ່ານມາ, ກອງພັນໃຫຍ່ 20 ໄດ້ມີຜົນງານດີເດັ່ນໃນວຽກງານການທະຫານ, ການປ້ອງກັນຊາດຫຼາຍຢ່າງ, ແມ່ນໜຶ່ງໃນບັນດາກົມກອງນໍາໜ້າຂະບວນການແຂ່ງຂັນເດັດຂາດມີໄຊຂອງກອງພົນ 330 ແລະທະຫານເຂດ 9. ຄຸນນະພາບສັງລວມ, ລະດັບຄວາມຮູ້, ຄວາມສາມາດກຽມພ້ອມສູ້ຮົບຂອງກົມກອງໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ. ອົງຄະນະພັກກອງພັນໃຫຍ່ປອດໃສ, ໝັ້ນຄົງເຂັ້ມແຂງດີເດັ່ນ; ກົມກອງໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”, ຫຼາຍປີຕິດຕໍ່ກັນບັນລຸກົມກອງອົບຮົມຫັດແອບເກັ່ງ ແລະປະຕິບັດວຽກງານຂົນຂວາຍປະຊາຊົນຢ່າງປະສິດທິຜົນ, ເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ບ່ອນທີ່ກອງພັນໃຫຍ່ ຕັ້ງທັບ...

leftcenterrightdel
ທ່ານນາງ ຫວໍທິແອັງຊວນ, ຮອງປະທານປະເທດຫວຽດນາມ ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາຜົນງານທີ່ກອງພັນໃຫຍ່ 20 ບັນລຸໄດ້. ພາບ: qdnd.vn
leftcenterrightdel
ທ່ານນາງ ຫວໍທິແອັງຊວນ, ຮອງປະທານປະເທດຫວຽດນາມ ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈພະນັກງານ, ນັກຮົບກອງພັນໃຫຍ່ 20, ກອງພົນ 330, ທະຫານເຂດ 9. ພາບ: qdnd.vn

ທ່ານນາງ ຫວໍທິແອັງຊວນ ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຜົນງານທີ່ກອງພັນໃຫຍ່ 20 ບັນລຸໄດ້; ພ້ອມທັງຮຽກຮ້ອງໃຫ້ກົມກອງ ສືບຕໍ່ເປັນເຈົ້າການກໍາແໜ້ນສະພາບການ, ຮັກສາເຂັ້ມງວດລະບອບກຽມພ້ອມສູ້ຮົບ, ເອົາໃຈໃສ່ຍົກສູງຄຸນນະພາບການອົບຮົມຫັດແອບ, ຝຶກຊ້ອມ, ກໍ່ສ້າງລະບຽບແບບແຜນ, ປະຕິບັດລະບຽບວິໄນຢ່າງເປັນປະຈໍາ; ຍົກສູງຄຸນນະພາບສັງລວມ, ກໍາລັງແຮງສູ້ຮົບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໄດ້ເປັນຢ່າງດີ.

leftcenterrightdel
ທ່ານນາງ ຫວໍທິແອັງຊວນ, ຮອງປະທານປະເທດຫວຽດນາມ ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບກອງພັນໃຫຍ່ 20. ພາບ: qdnd.vn

ຄຽງຂ້າງນັ້ນ, ໂດຍແມ່ນກົມກອງທີ່ຕັ້ງທັບໃນບໍລິເວນຊາຍແດນ, ກອງພັນໃຫຍ່ 20 ຕ້ອງເພີ່ມທະວີກວ່າອີກວຽກງານຂົນຂວາຍປະຊາຊົນ, ຕັ້ງໜ້າຊ່ວຍເຫຼືອປະຊາຊົນ ສະກັດກັ້ນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທໍາມະຊາດ, ໂລກລະບາດ, ຊອກຫາກູ້ຊີບ, ກູ້ໄພ; ຍູ້ແຮງຂະບວນການຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ ແລະຮ່ວມແຮງຮ່ວມໃຈ ເພື່ອຄົນທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ... ຜ່ານນັ້ນຮັດແໜ້ນຕື່ມອີກນໍ້າໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ປະກອບສ່ວນກໍ່ສ້າງ “ທ່າສະໜາມໃນໃຈປະຊາຊົນ” ແລະເຂດປ້ອງກັນທີ່ນັບມື້ນັບໝັ້ນແກ່ນ, ປະຕິບັດສໍາເລັດໜ້າທີ່ໃນໄລຍະໃໝ່.

ໂດຍ: ໄຊຊະນະ