ທະນາຄານໂລກ ສົນໃຈກ່ຽວກັບການພັດທະນາພື້ນຖານໂຄງລ່າງຢູ່ຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 18 ເມສາ, ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈີ່ນຮົ່ງມິງ ໄດ້ມີການພົບປະ ແລະເຮັດວຽກກັບທ່ານນາງ Mariam Sherman, ຜູ້ອຳນວຍການທະນາຄານໂລກ (WB) ປະຈຳ ຫວຽດນາມ, ລາວ, ກຳປູເຈຍ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງ Mariam Sherman ເນັ້ນໜັກວ່າ WB ມີຄວາມສົນໃຈຕໍການພັດທະນາພື້ນຖານໂຄງລ່າງຂອງຫວຽດນາມ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຄົມມະນາຄົມ. ປະຈຸບັນ, WB ໄດ້ຈັດສົ່ງນັກຊ່ຽວຊານຫຼາຍຄົນທີ່ມີປະສົບການມາຫວຽດນາມ ເພື່ອປະສານສົມທົບ ແລະຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງສອງຝ່າຍ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: ກະຊວງກໍ່ສ້າງ |
ສຳລັບຝ່າຍຫວຽດນາມ, ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈີ່ນຮົ່ງມິງ ໃຫ້ຮູ້ວ່າ ລັດຖະບານ ແລະກະຊວງກໍ່ສ້າງຫວຽດນາມ ຍາມໃດກໍ່ຕີລາຄາສູງການຮ່ວມເດີນທາງ ແລະການຊ່ວຍເຫຼືອຂອງ WB ທີ່ສະຫງວນໃຫ້ຫວຽດນາມ ໃນການພັດທະນາເສດຖະກິດສັງຄົມ ແລະການເຊື່ອມໂຍງເຂົ້າກັບສາກົນ, ໂດຍສະເພາະແມ່ນການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ໜູນຊ່ວຍການພັດທະນາຢູ່ເຂດຫ່າງໄກສອກຫຼີກ.
ສຳລັບໂຄງການເຊື່ອມຕໍ່ກັບພາກພື້ນແມ່ນ້ຳຂອງ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການນໍາກະຊວງກໍ່ສ້າງ ໃຫ້ຮູ້ວ່າ ກະຊວງໄດ້ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ເພື່ອອະນຸມັດລົງທຶນໂຄງການ.
ສິ້ນສຸດການເຮັດວຽກ, ທ່ານລັດຖະມົນຕີ ເຈີ່ນຮົ່ງມິງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະຫວັງວ່າຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຢ່າງຕັ້ງໜ້າ ແລະມີປະສິດທິຜົນຂອງ WB. ຄຽງຄູ່ກັນນັ້ນ, ທ່ານລັດຖະມົນຕີ ເຈີ່ນຮົ່ງມິງ ແລະຜູ້ອຳນວຍການທະນາຄານໂລກ (WB) ປະຈຳ ຫວຽດນາມ, ລາວ ແລະກຳປູເຈຍ Mariam Sherman ໄດ້ເຫັນດີເປັນເອກະພາບຈະເພີ່ມທະວີການແລກປ່ຽນ, ການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງກວ່າອີກ.
ໂດຍ: ດັ້ງເກື່ອງ