ຫວຽດນາມ ແລະອາເມລິກາ ເພີ່ມທະວີການລົງທຶນ
ກປ.ອອນໄລ - ວັນທີ 18 ເມສາ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕ້ອນຮັບທ່ານ Jeffrey Perlman ຜູ້ອໍານວຍການໃຫຍ່ກອງທຶນ Warburg Pincus, ທັງເປັນປະທານສະພາດຳເນີນທຸລະກິດອາຊຽນ-ອາເມລິກາ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຕີລາຄາສູງຕໍ່ຜົນສໍາເລັດໃນບັນດາໂຄງການລົງທຶນຂອງກອງທຶນຢູ່ຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາຂອງຫວຽດນາມ ກໍ່ຄືເປີດກວ້າງການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະການຄ້າລະຫວ່າງສອງປະເທດ.
ທ່ານເລຂາທິການໃຫຍ່ ຢ້ັງຢືນວ່າພັກ, ລັດຫວຽດນາມ ເອົາໃຈໃສ່ ແລະອຳນວຍຄວາມສະດວກໃຫ້ວິສາຫະກິດຕ່າງປະເທດ ເຂົ້າມາລົງທຶນຢູ່ຫວຽດນາມ, ໃນນັ້ນມີບັນດາວິສາຫະກິດອາເມລິກາ ເພື່ອດຳເນີນທຸລະກິດຢ່າງມີປະສິດທິຜົນ, ຍືນຍົງຢູ່ຫວຽດນາມ ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍ; ສະເໜີໃຫ້ກອງທຶນຮັກສາ, ເພີ່ມທະວີການລົງທຶນເຂົ້າໂຄງການທີ່ພວມຜັນຂະຫຍາຍ, ພ້ອມທັງເປີດກວ້າງໄປສູ່ຂົງເຂດທີ່ວິສາຫະກິດອາເມລິກາ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ, ຄື: ເຕັກໂນໂລຢີສູງ, ພະລັງງານໃໝ່, ພື້ນຖານໂຄງລ່າງເຕັກນິກດີຈີຕອນ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານ Jeffrey Perlman. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມຂອບໃຈມາຍັງກອງທຶນ ແລະບັນດາວິສາຫະກິດອາເມລິກາ ທີ່ໄດ້ຮ່ວມເດີນທາງ, ໜູນຊ່ວຍຫວຽດນາມ ໃນການແກ້ໄຂບັນຫາພາສີລະຫວ່າງສອງປະເທດ. ທ່ານ ໂຕເລິມ ຢືນຢັນວ່າ ຫວຽດນາມ ແລະອາເມລິກາ ແມ່ນສອງພື້ນຖານເສດຖະກິດທີ່ມີລັກສະນະຊ່ວຍໜູນກັນ; ຖືວ່າການຢ້ຽມຢາມອາເມລິກາ ຂອງທ່ານ ໂຮ່ດຶກເຝີກ ຮອງນາຍົກລັດຖະມົນຕີ ດ້ວຍຖານະແມ່ນທູດພິເສດຂອງທ່ານເລຂາທິການໃຫຍ່ ບັນລຸໝາກຜົນຕັ້ງໜ້າໃນເບື້ອງຕົ້ນເພື່ອໃຫ້ສອງຝ່າຍເຈລະຈາ ຂໍ້ຕົກລົງການຄ້າສອງຝ່າຍ. ທ່ານ ເລຂາທິການໃຫຍ່ ສະເໜີໃຫ້ທ່ານ Jeffrey Perlman ແລະບັນດາວິສາຫະກິດອາເມລິກາ ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ສືບຕໍ່ສະໜັບສະໜູນ, ປະກອບຄຳເຫັນເພື່ອໃຫ້ການເຈລະຈາສອງຝ່າຍບັນລຸໄດ້ໝາກຜົນໂດຍໄວ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນພັດທະນາຢ່າງໝັ້ນຄົງ, ຍືນຍົງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ, ວິສາຫະກິດສອງປະເທດ.
ທ່ານ Jeffrey Perlman ຂອບໃຈການນໍາພັກ, ລັດຫວຽດນາມ ທີ່ຍາມໃດກໍ່ໄດ້ເອົາໃຈໃສ່, ຮັບຟັງ, ອຳນວຍຄວາມສະດວກໃຫ້ກອງທຶນ ແລະບັນດາວິສາຫະກິດອາເມລິກາ ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານພັດທະນາຂອງຫວຽດນາມ ໃນໄລຍະຜ່ານມາ, ທ່ານ Warburg Pincus ແບ່ງປັນວ່າ ບັນດາຜົນງານນັ້ນເປັນແຫຼ່ງບັນດານໃຈ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດອາເມລິກາ ໃນການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ.
ທ່ານ Warburg Pincus ຢືນຢັນວ່າ ດ້ວຍໝາກຜົນທີ່ດີງາມຂອງການດຳເນີນທຸລະກິດຢູ່ຫວຽດນາມ ເປັນເວລາກວ່າທົດສະວັດໜຶ່ງ, ກອງທຶນປາດຖະໜາຢາກສືບຕໍ່ລົງທຶນອັນຍາວນານ, ນຳເອົາການປ່ຽນແປງໃໝ່ທີ່ດີງາມມາໃຫ້ຫວຽດນາມ.
ໂດຍ: ໄຊນີດາ