ຕອນບ່າຍວັນທີ 18 ເມສາ, ທີ່ຮ່າໂນ້ຍ, ທ່ານ ເລມິງຈີ໊ ປະທານສານປະຊາຊົນສູງສຸດຫວຽດນາມ ໄດ້ຕ້ອນຮັບທ່ານ Julien Guerrier ເອກອັກຄະລັດຖະທູດ ສະຫະພາບເອີລົບ (ອີຢູ) ປະຈໍາ ຫວຽດນາມ ໄດ້ຢ້ຽມຢາມ ແລະເຮັດວຽກຢູ່ສານປະຊາຊົນສູງສຸດຫວຽດນາມ.

leftcenterrightdel
ທ່ານ ເລມິງຈີ໊ ປະທານສານປະຊາຊົນສູງສຸດຫວຽດນາມ ຕ້ອນຮັບທ່ານ Julien Guerrier ເອກອັກຄະລັດຖະທູດສະຫະພາບເອີລົບ (ອີຢູ) ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານ ເລມິງຈີ໊  ຢ້ັງຢືນວ່າ ການຢ້ຽມຢາມໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະແບ່ງປັນຂໍ້ມູນຂ່າວສານຂອງແຕ່ລະຝ່າຍ, ປະກອບສ່ວນເຂົ້າໃນການພົວພັນອັນດີງາມເຊິ່ງຫວຽດນາມ ແລະບັນດາປະເທດອີຢູ ສ້າງຕັ້ງຂຶ້ນ. ລາຍງານໃຫ້ຊາບໂດຍສັງເຂບກ່ຽວກັບການພົວພັນຫວຽດນາມ-ອີຢູ, ທ່ານ ເລມິງຈີ໊ ໃຫ້ຮູ້ວ່າ ຫວຽດນາມ ແລະອີຢູ ໄດ້ສ້າງຕັ້ງການພົວພັນທາງການທູດ ມາແຕ່ປີ 1990. ສອງຝ່າຍໄດ້ລົງນາມໃນສັນຍາຄູ່ຮ່ວມມື ແລະການຮ່ວມມືຮອບດ້ານຫວຽດນາມ-ອີຢູ, ມີຜົນສັກສິດມາແຕ່ປີ 2016. ຈົນຮອດປະຈຸບັນ, ການພົວພັນຫວຽດນາມ-ອີຢູ ພັດທະນາຢ່າງແຂງແຮງໃນຂົງເຂດການເມືອງ-ການພົວພັນຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ, ຄວາມຄວາມປອດໄພດ້ານໄຊເບີ, ການສຶກສາ-ບໍາລຸງສ້າງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກົດໝາຍ ແລະຕຸລາການ...

ສ່ວນທ່ານ Julien Guerrier ກໍ່ໃຫ້ຮູ້ວ່າ ໃນໄລຍະ 30 ປີຜ່ານມາ, ອີຢູ ໄດ້ໜູນຊ່ວຍຫວຽດນາມ ຢ່າງຕັ້ງໜ້າໃນການພັດທະນາແບບຍືນຍົງ, ຊ່ວຍຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍສໍາຄັນຂອງປະເທດ. ທ່ານ Julien Guerrier ຢືນຢັນວ່າ ດ້ວຍການພົວພັນ ແລະການພັດທະນາທີ່ດີງາມ, ຫວຽດນາມ ພວມແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງອີຢູ ຢູ່ອາຊຽນ.

 ໂດຍ: ໄຊນີດາ