ຫວຽດນາມ ທາບທາມການສ້າງເຂດເສດຖະກິດຈາກ CCSEZR
ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ທ່ານ ສາດສະດາຈານ ທ້າວອີທ້າວ ແລະ ສູນ ຈະປະກອບຄຳເຫັນຢ່າງລະອຽດ ກ່ຽວກັບການພັດທະນາ ແລະວິທີການເຄື່ອນໄຫວບັນດາເຂດການຄ້າເສລີ ຢູ່ ເຊິງເຈິ້ງ, ຢູ່ ຈີນ ເວົ້າສະເພາະ ແລະ ໃນທົ່ວໂລກເວົ້າລວມ.
    |
 |
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ການຕ້ອນຮັບທ່ານ ສາດສະດາຈານ ນາງ ທ້າວອີທ້າວ ຜູ້ອຳນວຍການສູນຄົ້ນຄວ້າເຂດເສດຖະກິດພິເສດ (CCSEZR). ພາບ: TTXVN |
ຕອນບ່າຍວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ ສາດສະດາຈານ ນາງ ທ້າວອີທ້າວ ຜູ້ອຳນວຍການສູນຄົ້ນຄວ້າເຂດເສດຖະກິດພິເສດ (CCSEZR), ມະຫາວິທະຍາໄລ ເຊິງເຈິ້ງ (ແຂວງກ໋ວາງຕຸງ, ຈີນ) ແລະນັກຊ່ຽວຊານ, ນັກທຸລະກິດຈຳນວນໜຶ່ງຂອງປະເທດນີ້, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ຕີລາຄາສູງ ເລື່ອງ CCSEZR ມາຫວຽດນາມ ຊອກຫານະໂຍບາຍ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ຢູ່ຫວຽດນາມ ແລະຍົກອອກບັນດາຂໍ້ສະເໜີແນະທີ່ມີຜົນປະໂຫຍດໃຫ້ແກ່ລັດຖະບານ ຫວຽດນາມ. ທ່ານ ໃຫ້ຮູ້ວ່າ ຫວຽດນາມ ພວມກະກຽມພັດທະນາ 3 ເຂດການຄ້າເສລີ ຢູ່ ຫ໋າຍຝ່ອງ, ດ່ານັ້ງ, ບ່າເຣ້ຍ-ຫວູງເຕົາ, ພ້ອມກັນນັ້ນ ທ່ານ ໃຫ້ຮູ້ວ່າຕື່ມອີກວ່າ ບໍ່ພຽງແຕ່ບັນດາເຂດທີ່ມີທ່າກຳປັ່ນ ເທົ່ານັ້ນ ຫວຽດນາມ ອາດສາມາດພິຈາລະນາເປີດກວ້າງຕື່ມອີກເຂດອື່ນໆຢູ່ບັນດາທ້ອງຖິ່ນທີ່ມີທ່າໄດ້ປຽບໃນການເຊື່ອມຕໍ່ຄົມມະນາຄົມທາງການບິນ, ທາງລົດໄຟ ອີກດ້ວຍ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ທ່ານ ສາດສະດາຈານ ນາງ ທ້າວອີທ້າວ ແລະສູນ ຈະປະກອບຄຳເຫັນຢ່າງລະອຽດ ກ່ຽວກັບການພັດທະນາ ແລະວິທີການເຄື່ອນໄຫວບັນດາເຂດການຄ້າເສລີ ຢູ່ ເຊິງເຈິ້ງ, ຢູ່ ຈີນ ເວົ້າສະເພາະ ແລະໃນທົ່ວໂລກເວົ້າລວມ.
ແຫຼ່ງຄັດຈາກ: vovworld.vn