ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງ ປະຈໍາ ຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 17 ເມສາ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕ້ອນຮັບທ່ານ Olivier Brochet ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາ ຫວຽດນາມ.
ທ່ານ ໂຕເລິມ ເນັ້ນໜັກວ່າ ເລື່ອງ ຝຣັ່ງ ເປັນສະມາຊິກສະຫະພາບເອີລົບທໍາອິດ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງຫວຽດນາມ, ເປັນພະຍານຫຼັກຖານທີ່ມີຊີວິດຊີວາພິສູດໃຫ້ເຫັນວ່າ ຫວຽດນາມ ຖືເປັນສໍາຄັນ ແລະປາດຖະໜາຢາກເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານກັບຝຣັ່ງ ເລິກເຊິ່ງຂຶ້ນຕື່ມ; ສະເໜີ ຝຣັ່ງ, ໃນຖານະເປັນສະມາຊິກຫຼັກແຫຼ່ງ ແລະມີສຽງເວົ້າໃນອີຢູ, ຊຸກຍູ້ກວ່າອີກການພົວພັນ ຫວຽດນາມ-ອີຢູ ເພື່ອປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ພັດທະນາຂອງພາກພື້ນ ແລະໃນໂລກ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Olivier Brochet ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາ ຫວຽດນາມ. ພາບ: qdnd.vn |
ສະແດງຄວາມເພິ່ງພໍໃຈຕໍ່ບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນ ຫວຽດນາມ-ຝຣັ່ງ ໃນໄລຍະຜ່ານມາ, ພິເສດແມ່ນໃນຂົງເຂດການຄ້າ-ການລົງທຶນ, ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ ສອງຝ່າຍຕ້ອງສືບຕໍ່ສົມທົບຢ່າງແໜ້ນແຟ້ນ ເພື່ອຮັກສາ ແລະປັບປຸງລະບົບການຄ້າຫຼາຍຝ່າຍ, ພ້ອມທັງຊຸກຍູ້ຢ່າງແຮງການຄ້າສອງຝ່າຍ ແລະເປີດປະຕູກວ່າອີກຕະຫຼາດຂອງແຕ່ລະຝ່າຍ, ໂດຍສະເພາະແມ່ນໃນສະພາບພື້ນຖານເສດຖະກິດໂລກພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ, ການແກ່ງແຍ້ງການຄ້າສາກົນນັບມື້ນັບເພີ່ມຂຶ້ນ...
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານ Olivier Brochet ຊົມເຊີຍຕໍ່ການພັດທະນາຢ່າງຂະຫຍັນຂັນເຄື່ອນກ່ຽວກັບເສດຖະກິດ-ສັງຄົມຂອງຫວຽດນາມ; ເນັ້ນໜັກວ່າ ຝຣັ່ງ ປາດຖະໜາ ຢາກສືບຕໍ່ຮ່ວມເດີນທາງກັບຫວຽດນາມ ໃນໄລຍະທາງພັດທະນາໃໝ່ ໃນໄລຍະຈະມາເຖິງ; ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດສໍາຄັນຂອງ ຝຣັ່ງ ຢູ່ພາກພື້ນອາຊີ-ປາຊີຟິກ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານ Olivier Brochet ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນເວທີປາໄສຫຼາຍຝ່າຍ ແລະອົງການຈັດຕັ້ງສາກົນ, ຊຸກຍູ້ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ, ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ Olivier Brochet ເນັ້ນໜັກວ່າ ຝຣັ່ງ ແລະອີຢູ ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະອາຊຽນ ກ່ຽວກັບການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານການເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນທະເລ ແລະການບິນຢູ່ພາກພື້ນ.
ໂດຍ: ກວຽດເຕິມ