ນາຍົກລັດຖະມົນຕີ ເອທິໂອບີ ສິ້ນສຸດການຢ້ຽມຢາມທາງການຫວຽດນາມ ຢ່າງຈົບງາມ
ກປ.ອອນໄລ - ຕອນບ່າຍວັນທີ 17 ເມສາ, ທ່ານ Abiy Ahmed Ali ນາຍົກລັດຖະມົນຕີ ເອທິໂອບີ ແລະພັນລະຍາ ໄດ້ສິ້ນສຸດການຢ້ຽມຢາມທາງການຫວຽດນາມ ຢ່າງຈົບງາມ
ຕອນເຊົ້າວັນທີ 17 ເມສາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະພັນລະຍາ ພ້ອມກັບທ່ານ Abiy Ahmed Ali ນາຍົກລັດຖະມົນຕີ ເອທິໂອບີ ແລະພັນລະຍາ ໄດ້ຮັບປະທານອາຫານເຊົ້າ, ກິນກາເຟ, ຍ່າງເລາະທ່ຽວຊົມໜອງໂຮ່ໄຕ, ໜອງຈຸກແບກ, ໄປຢ້ຽມຢາມວັດ ເຈິ໊ນກວກ, ຮ່າໂນ້ຍ. ໃນວັນດຽວກັນ, ສອງພັນລະຍາ ໄດ້ໄປຢ້ຽມຢາມໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນດິ່ງຈ້ຽວ (ຮ່າໂນ້ຍ).
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະເຈລະຈາກັບທ່ານ Abiy Ahmed Ali ນາຍົກລັດຖະມົນຕີ ເອທິໂອບີ. ພາບ: baochinhphu.vn |
ທ່ານນາຍົກລັດຖະມົນຕີ Ethiopia ສະແດງຄວາມປິຕິຊົມຊື່ນເມື່ອມາຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດໄດ້ເຫັນປະຈັກຕາການພັດທະນາກະໂດດຂັ້ນ ແລະບັນຍາກາດ, ຊີວິດການເປັນຢູ່ທີ່ຄຶກຄື້ນ, ແຕ່ສວຍງາມສົດໃສຂອງຮ່າໂນ້ຍ ທີ່ອະລິຍະທຳນັບພັນປີ, ນະຄອນຫຼວງວິລະຊົນ, ນະຄອນເພື່ອສັນຕິພາບ. ດ້ວຍຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ຮອບຄອບຖີ່ຖ້ວນ, ສະໜິດສະໜົມຂອງການນຳພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ແກ່ຄະນະ, ທ່ານນາຍົກລັດຖະມົນຕີ ເອທິໂອບີ ຫວັງວ່າ ຈະໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະ ພັນລະຍາ, ການນຳພັກ ແລະລັດຫວຽດນາມ ມາຢ້ຽມຢາມ ເອທິໂອບີ ເພື່ອຕອບແທນນ້ຳໃຈເອື້ອເຟື້ອ ແລະສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ.
ຕອນບ່າຍວັນທີ 17 ເມສາ, ທ່ານນາຍົກລັດຖະມົນຕີ ເອທິໂອບີ Abiy Ahmed Ali ແລະພັນລະຍາ ໄດ້ສິ້ນສຸດການຢ້ຽມຢາມທາງການຫວຽດນາມ ແລະເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍທົ່ວໂລກ (P4G) ຄັ້ງທີ 4 ຢ່າງຈົບງາມ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະ ພັນລະຍາ.
ໂດຍ: ທະນາພອນ