ທ່ານປະທານປະເທດ ເລືອງເກື່ອງ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຈະນຳສາຍພົວພັນຮ່ວມມືມິດຕະພາບ ຫວຽດນາມ - ເອທິໂອບີ ກ້າວສູ່ໜ້າປະຫວັດສາດໃໝ່, ແທດຈິງ ແລະມີປະສິດທິຜົນກວ່າ, ສົມກັບຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງປະເທດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ສອງປະເທດ ກໍ່ຄືສອງພາກພື້ນ.
ທ່ານນາຍົກລັດຖະມົນຕີ Abiy Ahmed Ali ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ ເພື່ອແນໃສ່ຢືນຢັນຄວາມຕັດສິນໃຈຂອງລັດ ແລະລັດຖະບານ ເອທິໂອບີ ໃນການປັບປຸງ ແລະພັດທະນາການຮ່ວມມືຫຼາຍດ້ານກັບ ຫວຽດນາມ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ Abiy Ahmed Ali. ພາບ: qdnd.vn |
ເພື່ອແນໃສ່ຊຸກຍູ້ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງສອງປະເທດ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງໃນທຸກຊ່ອງທາງ ແລະຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ. ທ່ານປະທານປະເທດ ເລືອງເກື່ອງ ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດເຈລະຈາຢ່າງຕັ້ງໜ້າ ເພື່ອລົງນາມໃນເອກະສານໂດຍໄວ, ປັບປຸງສຳເລັດກອບນິຕິກໍາ, ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືສອງຝ່າຍ, ພິເສດແມ່ນໃນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ, ຄື: ກະສິກຳ, ບໍ່ແຮ່, ເອເລັກໂຕນິກ, ໂທລະຄົມມະນາຄົມ, ການຫັນເປັນດີຈີຕອນ.
ທ່ານນາຍົກລັດຖະມົນຕີ ເອທິໂອບີ ຕີລາຄາສູງທ່າແຮງຂອງຫວຽດນາມ ໃນຂົງເຂດກະສິກຳ ແລະພ້ອມທັງສະແດງຄວາມປາດຖະໜາຢາກຫວຽດນາມ ຈະແບ່ງປັນປະສົບການ ແລະໜູນຊ່ວຍ ເອທິໂອບີ ໃນຂົງເຂດນີ້, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ ເອທິໂອບີ. ທ່ານປະທານປະເທດ ເລືອງເກື່ອງ ໄດ້ຊົມເຊີຍແຜນການຂອງສາຍການບິນ ເອທິໂອບີ (Ethiopian Airlines) ທີ່ຈະເປີດສາຍການບິນໃໝ່ຈາກ Addis Ababa ຫາ ຮ່າໂນ້ຍ ໃນເດືອນກໍລະກົດຈະມາເຖິງ.
ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນ, ຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະປະຊາຊາດ ແລະບັນດາເວທີປາໄສຂອງບັນດາປະເທດພວມພັດທະນາ; ຊຸກຍູ້ການພົວພັນກັບບັນດາອົງການຈັດຕັ້ງສຳຄັນທີ່ສອງຝ່າຍເປັນສະມາຊິກເຊັ່ນ ອາຊຽນ ແລະ ສະຫະພາບອາຟະລິກາ (AU).
* ຕອນບ່າຍວັນທີ 16 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ເອທິໂອບີ Abiy Ahmed Ali.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝິນ ຖືວ່າ: ການຢ້ຽມຢາມເປັນຂີດໝາຍສຳຄັນ, ບໍ່ພຽງແຕ່ຢືນຢັນຄຳໝັ້ນສັນຍາຂອງສອງປະເທດໃນການເຮັດໃຫ້ສາຍພົວພັນສອງຝ່າຍໃຫ້ເລິກເຊິ່ງກວ່າອີກ, ຫາກຍັງເປີດກາລະໂອກາດໃໝ່ ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ກະສິກຳ, ການສຶກສາ ແລະພັດທະນາແບບຍືນຍົງ, ພ້ອມກັນນັ້ນມຸ່ງໄປເຖິງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (23-2-1976 / 23-2-2026) ຢ່າງແທດຈິງ.
    |
 |
ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝິນ ແລະທ່ານນາຍົກລັດຖະມົນຕີ Abiy Ahmed Ali. ພາບ: qdnd.vn |
ທ່ານນາຍົກລັດຖະມົນຕີ ເອທິໂອບີ ຢືນຢັນຄວາມຕັດສິນໃຈຂອງລັດຖະບານ ເອທິໂອບີ ໃນການປັບປຸງ ແລະພັດທະນາ, ເປີດໜ້າປະຫວັດສາດໃໝ່ໃນການພົວພັນຮ່ວມມືຫວຽດນາມ - ເອທິໂອບີ, ໃນນັ້ນມີການຮ່ວມມືລະຫວ່າງບັນດາອົງການລັດຖະສະພາ, ສົມກັບການພົວພັນທາງການເມືອງ ແລະຖານະທີ່ຕັ້ງອັນດີງາມຂອງສອງປະເທດ.
ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະປາດຖະໜາຢາກປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະພັດທະນາສາຍພົວພັນນີ້. ສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂດ້ານນິຕິກໍາໃຫ້ສະດວກ ແລະຊຸກຍູ້ບັນດານະໂຍບາຍໜູນຊ່ວຍການຮ່ວມມືສອງຝ່າຍ, ພິເສດແມ່ນບັນດາຂົງເຂດທີ່ສອງປະເທດມີທ່າແຮງ ແລະທ່າແຮງບົ່ມຊ້ອນ, ຄື: ກະສິກຳ, ເຕັກໂນໂລຢີສີຂຽວ ແລະການສຶກສາ, ພ້ອມແລ້ວທີ່ຈະສົມທົບກັບສະພາແຫ່ງຊາດ ເອທິໂອບີ ເພື່ອເພີ່ມທະວີການພົວພັນລັດຖະສະພາ, ແບ່ງປັນບົດຮຽນປະສົບການດ້ານນິຕິບັນຍັດ ແລະຕິດຕາມກວດກາ ແລະຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ, ຄື: ສະຫະພັນລັດຖະສະພາສາກົນ (IPU) ເພື່ອພ້ອມກັນຊຸກຍູ້ບັນດາຂໍ້ລິເລີ່ມເພື່ອສັນຕິພາບ ແລະພັດທະນາ.
ໂດຍ: ທະນາພອນ