ນາຍົກລັດຖະມົນຕີຫວຽດນາມ ພົບປະ ແລະເຮັດວຽກກັບນາຍົກລັດຖະມົນຕີລາວ
ກປ.ອອນໄລ - ຕອນເຊົ້າວັນທີ 16 ເມສາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍທົ່ວໂລກ (P4G) ຄັ້ງທີ 4 ໃນລະຫວ່າງວັນທີ 14 -17 ເມສາ.
ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານ ຕີລາຄາສາຍພົວພັນແບບພິເສດ ຫວຽດນາມ-ລາວ ສືບຕໍ່ພັດທະນາອັນດີງາມ, ໝັ້ນແກ່ນ ແລະມີປະສິດທິຜົນໃນທຸກຂົງເຂດ. ການພົວພັນທາງດ້ານການເມືອງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສະໜິດຕິດພັນຜ່ານການຢ້ຽມຢາມ ແລະການພົບປະຂັ້ນສູງ ແລະທຸກຂັ້ນ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຮັດວຽກກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ນາຍົກລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບຊີ້ນຳບັນດາອົງການທີ່ກ່ຽວຂ້ອງສຸມກຳລັງຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ໃນນັ້ນມີໝາກຜົນການພົບປະລະຫວ່າງສອງກົມການເມືອງ ແລະກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ; ສືບຕໍ່ເພີ່ມທະວີ, ປັບປຸງການພົວພັນດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈແບບພິເສດ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ເຫັນດີເປັນເອກະພາບເພີ່ມທະວີມາດຕະການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ສ້າງຄວາມບຸກທະລຸເພື່ອມຸ່ງໄປເຖິງວົງເງິນການຄ້າສອງຝ່າຍບັນລຸໄດ້ 5 ຕື້ໂດລາສະຫະລັດ; ຈັດຕັ້ງປະຕິບັດບັນດາໂຄງການຂະໜາດໃຫຍ່, ຈຸດສຸມຂອງວິສາຫະກິດຫວຽດນາມ ຢູ່ລາວ ໃຫ້ມີປະສິດທິຜົນ; ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດຢ່າງຮອບດ້ານ, ພິເສດແມ່ນພື້ນຖານໂຄງລ່າງ, ຄົມມະນາຄົມ, ການລົງທຶນ, ທ່ອງທ່ຽວ; ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ຄື: ການສຶກສາ-ບຳລຸງສ້າງ, ວັດທະນະທຳ, ວິທະຍາສາດ-ເຕັກໂນໂລຢີ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ |
ນາຍົກລັດຖະມົນຕີສອງທ່ານ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ; ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນ, ຄື: ອາຊຽນ, ສະຫະປະຊາຊາດ, ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນໍ້າຂອງ; ພິເສດແມ່ນຊຸກຍູ້ການພົວພັນຮ່ວມມືສະໜິດຕິດພັນລະຫວ່າງ ຫວຽດນາມ-ລາວ-ກໍາປູເຈຍ ຢ່າງບໍ່ຢຸດຢັ້ງ.
ໂດຍ: ເຈິ່ນຮວ່ຽນ