leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະສະຫງວນບຸລິມະສິດສູງສຸດໃຫ້ການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.

ສ່ວນທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ແບ່ງປັນບັນດາການເຄື່ອນໄຫວສຳຄັນຂອງລາວ ໃນປີ 2025, ໃນນັ້ນມີຄວາມປາດຖະໜາຢາກຕ້ອນຮັບທ່ານປະທານປະເທດ ເລືອງເກື່ອງ ມາຢ້ຽມຢາມລາວ ແລະສົມທົບກັບຫວຽດນາມ ຈັດຕັ້ງບັນດາເຫດການເຊີດຊູຄວາມສາມັກຄີສະໜິດຕິດພັນ, ໜູນຊ່ວຍກັນພ້ອມກັນພັດທະນາລະຫວ່າງຫວຽດນາມ ແລະລາວ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ພ້ອມກັບຜູ້ແທນສອງປະເທດ. ພາບ: qdnd.vn

ການນຳສອງທ່ານ ເນັ້ນໜັກເຖິງມູນເຊື້ອການພົວພັນອັນດີງາມລະຫວ່າງສອງປະເທດ, ໄດ້ຮັບການກໍ່ສ້າງ ແລະເພີ່ມພູນຄູນສ້າງໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ, ພ້ອມກັບການນໍາລຸ້ນຕ່າງໆຂອງສອງປະເທດ, ໃນນັ້ນມີສະຫາຍພົນເອກ ຄຳໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຈະຍືນຍົງຄົງຕົວຕະຫຼອດໄປ. ການນຳສອງທ່ານ ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນສຳຄັນຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ, ພິເສດແມ່ນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັດແໜ້ນການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂບັນດາຂໍ້ຕິດຂັດ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ພົບປະແລກປ່ຽນທ້ອງຖິ່ນ... ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການສົມທົບກັນຢ່າງຕັ້ງໜ້າ, ຈັດຕັ້ງບັນດາກິດຈະກຳສະເຫຼີມສະຫຼອງສຳຄັນຂອງສອງປະເທດໃນປີ 2025 ເປັນຢ່າງດີ, ຜ່ານນັ້ນປະກອບສ່ວນຍົກສູງຄວາມເຂົ້າໃຈໃຫ້ລຸ້ນໜຸ່ມ, ເສີມຂະຫຍາຍຈິດໃຈສາມັກຄີ, ຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ, ນຳສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ.

ໂດຍ: ເຈິ່ນຮວ່ຽນ