ອີຢູ ປາດຖະໜາຢາກຍົກລະດັບການພົວພັນກັບຫວຽດນາມ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໂດຍໄວ
ກປ.ອອນໄລ - ຕອນບ່າຍວັນທີ 15 ເມສາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມທາງໂທລະສັບກັບທ່ານ Kaja Kallas ຮອງປະທານຄະນະກໍາມະການເອີລົບ (EC), ຜູ້ຕາງໜ້າຂັ້ນສູງສະຫະພັນເອີລົບ ກ່ຽວກັບນະໂຍບາຍການພົວພັນຕ່າງປະເທດ ແລະຄວາມໝັ້ນຄົງ ເພື່ອແລກປ່ຽນກ່ຽວກັບການພົວພັນຫວຽດນາມ-ອີຢູ ແລະບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທີ່ການໂອລົມທາງໂທລະສັບ, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບບາດກ້າວພັດທະນາຢ່າງຕ້ັງໜ້າໃນການຮ່ວມມືຫວຽດນາມ-ອີຢູ; ເຫັນດີຕົກລົງຕີລາຄາສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA), ພາຍຫຼັງເວລາເກືອບ 5 ປີແຫ່ງວັນຜັນຂະຫຍາຍໄດ້ສ້າງກຳລັງແຮງໃໝ່ໃຫ້ການຄ້າສອງຝ່າຍ.
    |
 |
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມທາງໂທລະສັບກັບທ່ານ Kaja Kallas ຮອງປະທານຄະນະກໍາມະການເອີລົບ (EC), ຕາງໜ້າຂັ້ນສູງສະຫະພັນເອີລົບ ກ່ຽວກັບນະໂຍບາຍການພົວພັນຕ່າງປະເທດ ແລະຄວາມໝັ້ນຄົງ. ພາບ: VGP |
ເພື່ອນໍາການພົວພັນພັດທະນາຢ່າງແຂງແຮງກວ່າອີກໃນໄລຍະຈະມາເຖິງ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ສະເໜີສອງຝ່າຍຕ້ອງຊຸກຍູ້ການແລກປ່ຽນຄະນະ, ພົບປະຂັ້ນສູງ; ສືບຕໍ່ຜັນຂະຫຍາຍ EVFTA ມີປະສິດທິຜົນ ແລະສ້າງເງື່ອນໄຂສະດວກໃຫ້ການຍູ້ແຮງການຮ່ວມມືການຄ້າ ແລະການລົງທຶນລະຫວ່າງຫວຽດນາມ ແລະອີຢູ ໃນສະພາບການຄ້າທົ່ວໂລກພວມປະສົບກັບຄວາມຫຍຸ້ງຍາກ. ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີ EC ຍົກເລິກບັດເຫຼືອງຕໍ່ກັບການສົ່ງອອກສິນໃນທະເລຂອງຫວຽດນາມ ຢ່າງວ່ອງໄວ.
ຢືນຢັນ ອີຢູ ແມ່ນຄູ່ຮ່ວມມືສໍາຄັນຂອງຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃນສະພາບການດັ່ງກ່າວ, ອີຢູ ຕ້ອງຊຸກຍູ້ປະຕິບັດສໍາເລັດການອະນຸມັດຜ່ານສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ເພື່ອສ້າງກະໂດດຂັ້ນໃໝ່ໃນການຄ້າ-ການລົງທຶນສອງຝ່າຍ.
ໂດຍຮັບຮູ້ ແລະຕີລາຄາສູງບັນດາຄໍາຄິດເຫັນແບ່ງປັນຂອງທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ທ່ານ Kaja Kallas ຢືນຢັນວ່າ ອີຢູ ເຂົ້າໃກ້້ກັບບັນຫາຢ່່າງລະມັດລະວັງ, ບົນອີງໃສ່ກົດໝາຍ, ພິເສດແມ່ນບັນດາຂໍກໍານົດຂອງອົງການການຄ້າໂລກ (WTO).
ທ່ານຮອງປະທານ EC ເຫັນດີຕໍ່ຂໍ້ສະເໜີຂອງທ່ານ ບຸ່ຍແທັງເຊີນ ກ່ຽວກັບການຍູ້ແຮງການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ; ສອງຝ່າຍຕ້ອງໝູນໃຊ້ສັນຍາ EVFTA ໃຫ້ຫຼາຍທີ່ສຸດ. ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນຂອງອີຢູ ຢູ່ພາກພື້ນອາຊີ-ປາຊີຟິກ, ທ່ານຮອງປະທານ EC ປາດຖະໜາຢາກສອງຝ່າຍເພີ່ມທະວີການແລກປ່ຽນ, ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໂດຍໄວ.
ໂດຍ: ໄຊນີດາ