ຄົ້ນຄວ້າ, ກໍານົດບາງຂົງເຂດຮ່ວມມືບຸລິມະສິດ
ທ່ານເລຂາທິການໃຫຍ່ ໂຕເລິມ ຊົມເຊີຍ ແລະຕີລາຄາສູງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Abiy Ahmed Ali. ທ່ານ ໂຕເລິມ ຖືວ່າການຢ້ຽມຢາມຂອງປະທານພັກ PP ຈະນໍາການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກ PP ກໍຄື ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດກ້າວສູ່ໄລຍະໃໝ່, ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນກວ່າ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Abiy Ahmed Ali ນາຍົກລັດຖະມົນຕີ Ethiopia. ພາບ: ຫວູຟອງ. |
ທ່ານ ໂຕເລິມ ເຊື່ອໝັ້ນວ່າ ທ່ານ Abiy Ahmed Ali ແລະພັກ PP ຈະສືບຕໍ່ນໍາພາລັດຖະບານ ແລະປະຊາຊົນ Ethiopia ສ້າງສາປະເທດ Ethiopia ແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາ; ນັບມື້ນັບຍົກສູງທີ່ຕັ້ງ, ຖານະບົດບາດຂອງປະເທດ, ປະກອບສ່ວນຫຼາຍກວ່າເຂົ້າໃນສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະໃນໂລກ; ຢັ້ງຢືນການຖືເປັນສໍາຄັນການສ້າງຕັ້ງການພົວພັນຢ່າງເປັນທາງການລະຫວ່າງພັກກອມມູນິດຫວຽດນາມ ແລະພັກ PP ກໍາອໍານາດຂອງ Ethiopia.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລກປ່ຽນກັບທ່ານ Abiy Ahmed Ali ນາຍົກລັດຖະມົນຕີ Ethiopia. ພາບ: ຫວູຟອງ. |
ກ່ຽວກັບການພົວພັນສອງຝ່າຍ, ທ່ານ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນມິດຕະພາບ ແລະການຮ່ວມມືກັບບັນດາປະເທດເພື່ອນມິດອາຟຣິກາ, ໃນນັ້ນມີ Ethiopia. ທ່ານເລຂາທິການໃຫຍ່ ສະເໜີສອງຝ່າຍຄົ້ນຄວ້າ, ກໍານົດບາງຂົງເຂດຮ່ວມມືບຸລິມະສິດໃນໄລຍະຈະມາເຖິງໂດຍອີງໃສ່ຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການຂອງສອງຝ່າຍ, ໂດຍສະເພາະແມ່ນໃນບັນດາຂົງເຂດກະສິກໍາ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຊີ, ເຊື່ອມຕໍ່ປະຊາຊົນ, ວິສາຫະກິດ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ຫວູຟອງ. |
ທ່ານ Abiy Ahmed Ali ສະແດງຄວາມປິຕິຊົມຊື່ນໃນໄລຍະມໍ່ໆມານີ້, ການພົວພັນລະຫວ່າງສອງພັກກໍາອໍານາດສືບຕໍ່ພັດທະນາ; ເນັ້ນໜັກເຖິງຄວາມປາດຖະໜາຂອງພັກ, ລັດ ແລະລັດຖະບານ Ethiopia ໃນການພັດທະນາການພົວພັນຮ່ວມມືໃນຫຼາຍຂົງເຂດກັບຫວຽດນາມ, ພິເສດແມ່ນໃນຂົງເຂດການລົງທຶນ, ວິທະຍາສາດ-ເຕັກໂນໂລຊີ, ກະສິກໍາ, ການສຶກສາ-ກໍ່ສ້າງ, ການພົບປະແລກປ່ຽນປະຊາຊົນ...
ທ່ານ ໂຕເລິມ ຊົມເຊີຍເລື່ອງສອງຝ່າຍໄດ້ລົງນາມເອກະສານບາງສະບັບເນື່ອງໃນໂອກາດການຢ້ຽມຢາມ; ສະເໜີບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ ຕັ້ງໜ້າເຈລະຈາເພື່ອລົງນາມບັນດາເອກະສານໂດຍໄວຕື່ມອີກ ຊ່ວຍປັບປຸງຂອບນິຕິກໍາ, ສ້າງຄວາມສະດວກໃຫ້ແກ່ການຊຸກຍູ້ການຮ່ວມມືສອງຝ່າຍ.
ສ້າງຄວາມສະດວກໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 15 ເມສາ, ທີ່ທໍານຽບປະທານປະເທດ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ໄດ້ເປັນປະທານພິທີຕ້ອນຮັບທ່ານ Abiy Ahmed Ali ນາຍົກລັດຖະມົນຕີ Ethiopia ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະທ່ານນາຍົກລັດຖະມົນຕີ Abiy Ahmed Ali ໄດ້ດໍາເນີນການພົບປະສອງຝ່າຍ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Abiy Ahmed Ali ນາຍົກລັດຖະມົນຕີ Ethiopia ທີ່ພິທີຕ້ອນຮັບ. ພາບ: ຫວູຟອງ. |
ທ່ານ ຟ້າມມິງຈີ້ງ ຢັ້ງຢືນວ່າ ໃນນະໂຍບາຍການຕ່າງປະເທດ, ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນມິດຕະພາບກັບບັນດາປະເທດເພື່ອນມິດ ຢູ່ອາຟຣິກາ, ໃນນັ້ນມີ Ethiopia ແລະຕີລາຄາສູງບັນດາຜົນງານສໍາຄັນ ທີ່ ລັດຖະບານ ແລະປະຊາຊົນ Ethiopia ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ.
ທ່ານ Abiy Ahmed Ali ຢັ້ງຢືນວ່າ Ethiopia ຖືຫວຽດນາມ ແມ່ນບຸລິມະສິດການຕ່າງປະເທດຂອງຕົນຢູ່ພາກພື້ນອາຊີ ແລະປາດຖະໜາຢາກພ້ອມກັບຫວຽດນາມ ພັດທະນາການຮ່ວມມືສອງຝ່າຍໃນບັນດາຂົງເຂດທີ່ສອງປະເທດມີທ່າແຮງ ແລະມີຄວາມສາມາດບົ່ມຊ້ອນ.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍຢູ່ສໍານັກງານນາຍົກລັດຖະມົນຕີ. ພາບ: ຫວູຟອງ. |
ສອງນາຍົກລັດຖະມົນຕີ ຢັ້ງຢືນຄວາມສໍາຄັນຂອງການຮັກສາການພົບປະທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງໃນທຸກຊ່ອງທາງພັກ, ລັດ, ສະພາແຫ່ງຊາດ ກໍຄືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດສອງປະເທດ ເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ເຫັນດີຄົ້ນຄວ້າເປີດອົງການຕາງໜ້າການທູດຢູ່ແຕ່ລະປະເທດ ໂດຍໄວ.
ສອງນາຍົກລັດຖະມົນຕີ ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີສືບຕໍ່ເສີມຂະຫຍາຍການປະສານສົມທົບຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສຫຼາຍຝ່າຍ, ປະກອບສ່ວນໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ, ຮ່ວມມືຢູ່ແຕ່ລະພາກພື້ນ ແລະໃນໂລກ.
    |
 |
ສອງນາຍົກລັດຖະມົນຕີ ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມືລະຫວ່າງຫວຽດນາມ ແລະ Ethiopia. ພາບ: ຫວູຟອງ. |
ກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພທີ່ບັນດາເຂດທະເລ, ສອງຝ່າຍ ເນັ້ນໜັກເຖິງຄວາມສໍາຄັນຂອງທະເລຕາເວັນອອກ ແລະທະເລແດງ ໃນການຈະລາຈອນທາງທະເລສາກົນ. ສອງຝ່າຍເຫັນດີແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານການເຄົາລົບກົດໝາຍສາກົນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການບິນ ແລະການເດີນທະເລຢູ່ສອງພາກພື້ນ.
ພາຍຫຼັງການພົບປະສອງຝ່າຍ, ທ່ານ ຟ້າມມິງຈີ້ງ ແລະທ່ານ Abiy Ahmed Ali ໄດ້ເຂົ້າຮ່ວມເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືບາງສະບັບ. ກ່ອນໜ້ານັ້ນ, ສອງຝ່າຍໄດ້ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືລະຫວ່າງສະຫະພັນການຄ້າ ແລະອຸດສາຫະກໍາຫວຽດນາມ ແລະຫ້ອງການການຄ້າ ແລະສະຫະພັນຂະແໜງ Ethiopia.
ໂດຍ: ໄຊຊະນະ