ໂດຍຢັ້ງຢືນການສະໜັບສະໜູນຢ່າງແຮງລັດທິຫຼາຍຝ່າຍກັບ ສປຊ ສວມບົດບາດເປັນໃຈກາງ, ທ່ານປະທານປະເທດ ຊີ້ແຈ້ງວ່າ ຫວຽດນາມ ຢຶດໝັ້ນຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນໃນການແກ້ໄຂບັນດາບັນຫາທົ່ວໂລກ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ. ພາບ: qdnd.vn |
ແບ່ງປັນວິໄສທັດພັດທະນາຂອງປະເທດຊາດໃນໄລຍະໃໝ່, ທ່ານປະທານປະເທດ ສະເໜີ ສປຊ ສືບຕໍ່ໜູນຊ່ວຍ ຫວຽດນາມໃນບັນດາຂົງເຂດບຸລິມະສິດ. ສ່ວນທ່ານນາງ Amina Mohammed ຕີລາຄາສູງບົດບາດ ແລະການປະກອບສ່ວນຂອງຫວຽດນາມ ຕໍ່ບັນດາການເຄື່ອນໄຫວຂອງ ສປຊ ແລະປາດຖະໜາຢາກແບ່ງປັນບົດຮຽນປະສົບການຂອງຫວຽດນາມ ໃນການພັດທະນາທີ່ປະສົບຜົນສຳເລັດກັບບັນດາຄູ່ຮ່ວມມືຂອງ ສປຊ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາການກໍານົດທິດການພົວພັນຫວຽດນາມ - ສະຫະປະຊາຊາດ ໃນໄລຍະຈະມາເຖິງ, ໃນນັ້ນມີການເຕີບໂຕຂຽວ, ພັດທະນາແບບຍືນຍົງ, ປ່ຽນແປງໃໝ່ປະດິດສ້າງ, ການຫັນເປັນດີຈີຕອນ ກໍ່ຄືເພີ່ມທະວີການເຂົ້າຮ່ວມຂອງຊາວໜຸ່ມ, ແມ່ຍິງໃນວິວັດທະນາການດັ່ງກ່າວ.
* ວັນທີ 17 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Soipan Tuya ລັດຖະມົນຕີກະຊວງປ້ອງກັນປະເທດ ເຄນຢາ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ P4G ຄັ້ງທີ 4.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານນາງ Soipan Tuya ລັດຖະມົນຕີກະຊວງ ປ້ອງກັນປະເທດ ເຄນຢາ. ພາບ: qdnd.vn |
ທ່ານປະທານປະເທດ ສະເໜີໃຫ້ 2 ຝ່າຍມານະພະຍາຍາມປະຕິບັດບັນດາຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນບັນດາຂົງເຂດທີ່ມີທ່າແຮງໃຫ້ປະກົດຜົນເປັນຈິງ ແລະເປັນລະອຽດ, ພິເສດແມ່ນການລົງທຶນ, ການຄ້າ, ກະສິກຳ, ການທ່ອງທ່ຽວ; ສອງກະຊວງປ້ອງກັນປະເທດ ຄົ້ນຄວ້າ ແລະຊຸກຍູ້ການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ພະລາທິການ, ການແພດທະຫານ, ແບ່ງປັນບົດຮຽນປະສົບການໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ; ເຄນຢາ ເປັນຂົວຕໍ່ ແລະສະໜັບສະໜູນຫວຽດນາມ ເພີ່ມທະວີການພົວພັນກັບສະຫະພາບອາຟຣິກາ (AU) ແລະ ບັນດາອົງການຈັດຕັ້ງໃນພາກພື້ນທີ່ ເຄນຢາ ເປັນສະມາຊິກ; ...
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ສະແດງຄວາມເຫັນດີເຫັນພ້ອມກັບຂໍ້ສະເໜີຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານນາງ Soipan Tuya ໃຫ້ຮູ້ວ່າ: ເຄນຢາ ກໍ່ປາດຖະໜາຢາກເປັນປະຕູຊຸກຍູ້ການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະພາກພື້ນອາຟຣິກາຕາເວັນອອກ; ໃນຕໍ່ໜ້າ, ສະເໜີໃຫ້ສອງປະເທດເປີດກວ້າງ, ຫັນການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ... ເປັນລະອຽດໂດຍໄວ.
*ວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ.
ທ່ານ ຟ້າມມິງຈິ໊ງ ສະເໜີ ສປຊ ສືບຕໍ່ເອົາໃຈໃສ່, ໜູນຊ່ວຍຫວຽດນາມ ໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ, ຫັນປ່ຽນພະລັງງານຢ່າງມີຄວາມຍຸຕິທຳ, ພັດທະນາເສດຖະກິດສີຂຽວ ແລະຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ ຢັ້ງຢືນວ່າ ສປຊ ຈະສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການລົງທຶນເຂົ້າເຕັກໂນໂລຢີ, ປັນຍາປະດິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ອຸປະຖຳໃຫ້ແກ່ການເຕີບໂຕສີຂຽວ ແລະພັດທະນາລະບົບກະສິກຳແບບຍືນຍົງ, ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຖືກກັບເວລາກຳນົດ.
*ກໍ່ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດກອງປະຊຸມສຸດຍອດ P4G ຄັ້ງທີ 4, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານ Donal Brown ຮອງປະທານກອງທຶນສາກົນກ່ຽວກັບການພັດທະນາກະສິກຳ (IFAD), ຕ້ອນຮັບທ່ານ Sang-Hyup Kim, ຜູ້ອໍານວຍການໃຫຍ່ສະຖາບັນເຕີບໂຕສີຂຽວທົ່ວໂລກ (GGGI); ຕ້ອນຮັບທ່ານນາງ Rebeca Grynspan, ເລຂາທິການໃຫຍ່ກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະການພັດທະນາ (UNCTAD).
* ຕອນທ່ຽງວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມສຸດຍອດ P4G ຄັ້ງທີ 4 ໄດ້ດຳເນີນການເຈລະຈາລະຫວ່າງບັນດາການນຳ ກັບວິສາຫະກິດ ກ່ຽວກັບການຮ່ວມມືພາກລັດ-ພາກເອກະຊົນ ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ ແລະພັດທະນາແບບຍືນຍົງ. ເຂົ້າຮ່ວມການເຈລະຈາ ມີ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ; ທ່ານນາງຮອງເລຂາທິການໃຫຍ່ ສປຊ Amina Mohammed; ຫົວໜ້າຄະນະຜູ້ແທນບັນດາປະເທດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ ແລະສາກົນ.
* ຕອນບ່າຍວັນທີ 17 ເມສາ, ກອງປະຊຸມສຸດຍອດ P4G ຄັ້ງທີ 4 ໄດ້ອັດລົງທີ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມອບບົດບາດເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ P4G ຄັ້ງທີ 5 ໃຫ້ທ່ານນາຍົກລັດຖະມົນຕີ Ethiopia Abiy Ahmed Ali.
ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່າໂນ້ຍ ກ່ຽວກັບການຫັນເປັນສີຂຽວແບບຍືນຍົງ, ຖືມະນຸດເປັນໃຈກາງ” ແລະ “ຖະແຫຼງການ P4G ກ່ຽວກັບການເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງ, ກົນໄກຫຼາຍຝ່າຍ ໃນການຫັນເປັນສີຂຽວ ແລະພັດທະນາແບບຍືນຍົງ”.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ມອບບົດບາດເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ P4G ຄັ້ງທີ 5 ໃຫ້ທ່ານນາຍົກລັດຖະມົນຕີ Ethiopia Abiy Ahmed Ali. ພາບ: qdnd.vn |
ກ່າວຄຳເຫັນປິດກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ 5 ໝາກຜົນເຫັນດີເຫັນພ້ອມ ເຊິ່ງກອງປະຊຸມບັນລຸໄດ້. ນັ້ນແມ່ນຄວາມເຫັນດີເຫັນພ້ອມກ່ຽວກັບການລະດົມການເງິນຊຸກຍູ້ການຫັນເປັນສີຂຽວ, ພັດທະນາແບບຍືນຍົງ, ບັນດາຮູບແບບຮ່ວມມືພາກລັດ-ພາກເອກະຊົນ ແລະບັນດານະໂຍບາຍການເງິນທີ່ມີຫົວຄິດປະດິດສ້າງ; ຄວາມເຫັນດີເຫັນພ້ອມຕໍ່ການສົ່ງເສີມການຄົ້ນຄວ້າ ແລະພັດທະນາບັນດາມາດຕະການເຕັກໂນໂລຢີສີຂຽວ, ຄວາມເຫັນດີເຫັນພ້ອມກ່ຽວກັບການຫັນປ່ຽນລະບົບກະສິກຳ ແລະສະບຽງອາຫານແບບຍືນຍົງ; ຄວາມເຫັນດີເຫັນພ້ອມກ່ຽວກັບການພັດທະນາ ແລະບຳລຸງສ້າງກຳລັງແຮງງານທີ່ມີຄຸນນະພາບສູງ; ຄວາມເຫັນດີເຫັນພ້ອມກ່ຽວກັບການຫັນປ່ຽນພະນັກງານຢ່າງມີປະສິດທິຜົນ ແລະຍືນຍົນ, ເປັນມິດກັບສິ່ງແວດລ້ອມ.
ໂດຍ: ທະນາພອນ