ບັນດາວິສາຫະກິດໄດ້ສຸມໃສ່ປະຕິບັດຫຼາຍໂຄງການລົງທຶນເພື່ອຍົກສູງກໍາລັງຄວາມສາມາດ, ຂະໜາດການຜະລິດ, ດໍາເນີນທຸລະກິດ; ພິເສດແມ່ນສຸມໃສ່ໃນບັນດາຂະແໜງການ, ຂົງເຂດສຳຄັນຂອງພື້ນຖານເສດຖະກິດ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງທົ່ວປະເທດ.
ສະຫຼຸບກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ: ການຫັນເປັນດີຈີຕອນແມ່ນຄວາມຮຽກຮ້ອງຕ້ອງການ, ການຄັດເລືອກຍຸດທະສາດ, ບຸລິມະສິດສູງສຸດໃນຂະບວນການພັດທະນາຂອງປະເທດ, ໃນນັ້ນມີການພັດທະນາດໍາເນີນທຸລະກິດ. ສະນັ້ນ, ບັນດາວິສາຫະກິດຕ້ອງນໍາໜ້າໃນການຫັນເປັນດີຈີຕອນ, ເຂົ້າຮ່ວມນຳພາຂະບວນການຫັນເປັນດີຈີຕອນ, ເຂົ້າຮ່ວມການກໍ່ສ້າງລັດຖະບານດີຈີຕອນ, ສັງຄົມດີຈີຕອນ, ພົນລະເມືອງດີຈີຕອນ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ. |
ເພື່ອນໍາໜ້າໃນການຫັນເປັນດີຈີຕອນຢ່າງແທດຈິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາວິສາຫະກິດປັບປຸງຂັ້ນຕອນ, ລະບຽບການ, ສ້າງມາດຕະຖານການຫັນເປັນດີຈີຕອນ; ກໍ່ສ້າງຂໍ້ມູນ, ຫັນເອກະສານ, ສຳນວນເອກະສານຂອງວິສາຫະກິດເປັນດີຈີຕອນ; ພັດທະນາພື້ນຖານໂຄງລ່າງດີຈີຕອນຂອງວິສາຫະກິດ, ປະກອບສ່ວນເຂົ້າໃນພື້ນຖານໂຄງລ່າງດີຈີຕອນຂອງທົ່ວປະເທດ; ການຄຸ້ມຄອງ, ການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພເຕັກໂນໂລຊີ, ຂໍ້ມູນຂ່າວສານ, ຂໍ້ມູນ; ການກໍ່ສ້າງຖັນແຖວພະນັກງານ, ຜູ້ອອກແຮງງານດີຈີຕອນ, ປະກອບສ່ວນສ້າງພົນລະເມືອງດີຈີຕອນ.
ຢືນຢັນວ່າລັດຖະບານຍາມໃດກໍ່ຮ່ວມເດີນທາງ, ສ້າງເງື່ອນໄຂດີທີ່ສຸດ ແລະພ້ອມແລ້ວທີ່ຈະແກ້ໄຂຂໍ້ສະເໜີ, ຂໍ້ສະເໜີແນະ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກ ແລະເຊື່ອໝັ້ນວ່າ ບັນດາກະຊວງ, ຂະແໜງການ, ວິສາຫະກິດ ຈະສຸມໃສ່ປະຕິບັດບັນດາມາດຕະການບົນຈິດໃຈ 6 ຈະແຈ້ງ (ຄົນຈະແຈ້ງ, ວຽກງານຈະແຈ້ງ, ເວລາຈະແຈ້ງ, ຄວາມຮັບຜິດຊອບຈະແຈ້ງ, ສິດອຳນາດຈະແຈ້ງ, ຜະລິດຕະພັນຈະແຈ້ງ) ແລະດ້ວຍສະຕິປັນຍາ, ປະສົບການທີ່ມີຢູ່ແລ້ວ ແລະໄດ້ຮັບການສະສົມຕາມການເວລາ, ລັດວິສາຫະກິດຈະນໍາໜ້າໃນການຫັນເປັນດີຈີຕອນ ແລະການເຕີບໂຕໄວ, ຍືນຍົງ.
ໂດຍ: ຈາງຫງວຽນ