leftcenterrightdel
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ  ສປປ ລາວ. ພາບ: qdnd.vn
leftcenterrightdel
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ໄປຢ້ຽມຢາມງານວາງສະແດງຮູບພາບກ່ຽວກັບການພົວພັນທາງການທູດລະຫວ່າງສອງປະເທດ. ພາບ: qdnd.vn

ທ່ານປະທານສະພາແຫ່ງຊາດຫວຽດນາມ ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງຮອບດ້ານໃນທຸກຂົງເຂດ; ປາດຖະໜາຢາກຊຸກຍູ້ການພົວພັນສອງປະເທດ; ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ຈະປະສານສົມທົບກັບສະພາແຫ່ງຊາດລາວ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການປັບປຸງລະບອບລະບຽບການ, ນະໂຍບາຍ, ສ້າງກອບກົດໝາຍທີ່ສະດວກເພື່ອໃຫ້ລັດຖະບານສອງປະເທດຈັດຕັ້ງປະຕິບັດຂໍ້ຕົກລົງຂັ້ນສູງ, ໂຄງການຮ່ວມມືລົງທຶນລະຫວ່າງສອງປະເທດກໍ່ຄືບັນດາເນື້ອໃນທີ່ລັດຖະບານສອງປະເທດເຫັນດີເປັນເອກະພາບຢ່າງມີປະສິດທິຜົນ.

leftcenterrightdel
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ການພົບປະ. ພາບ: qdnd.vn
leftcenterrightdel
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ກ່າວຄຳເຫັນທີ່ການພົບປະ. ພາບ: qdnd.vn

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ເຫັນດີເປັນເອກະພາບກັບການຕີລາຄາກ່ຽວກັບການພົວພັນຫວຽດນາມ - ລາວ ຂອງທ່ານ ເຈິ່ນແທງເໝິນ, ພ້ອມທັງ ຢືນຢັນຈະສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການຂອງລາວ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ທີ່ກອງປະຊຸມສອງກົມການເມືອງ ແລະບັນດາໝາກຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ ໃນໄລຍະຜ່ານມາ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດການເມືອງ-ການພົວພັນຕ່າງປະເທດ-ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການລົງທຶນ-ການຄ້າ, ການເຊື່ອມຕໍ່ຄົມມະນາຄົມ, ໃນນັ້ນສຸມໃສ່ສ້າງການປ່ຽນແປງໃໝ່ໃນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ ແລະວິທະຍາສາດ ແລະເຕັກນິກ; ຍົກສູງປະສິດທິຜົນຂອງການຮ່ວມມືລົງທຶນ; ພິເສດແມ່ນສຸມໃສ່ສຳເລັດບັນດາໂຄງການຮ່ວມມືສຳຄັນທີ່ໄດ້ໃຫ້ຄໍາໝັ້ນສັນຍາໃນໄລຍະຜ່ານມາ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ທ່ານ ເຈິ່ນແທງເໝິນ ແລະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນສຳຄັນທີ່ບັນລຸໄດ້ໃນການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ພິເສດແມ່ນການສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການພົບປະຂັ້ນສູງຢ່າງເປັນປະຈຳ, ກົນໄກຮ່ວມມືໃນຫຼາຍຂົງເຂດ. ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ແມ່ນເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນນັບມື້ນັບຂະຫຍາຍຕົວຢ່າງແຂງແຮງ, ການສຶກສາ - ບໍາລຸງສ້າງ, ວັດທະນະທຳ, ວິທະຍາສາດ ແລະເຕັກໂນໂລຢີ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງ.

ໂດຍ: ຈາງຫງວຽນ