ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເປັນປະທານກອງປະຊຸມຫົວເລື່ອງສ້າງກົດໝາຍເດືອນເມສາ
ຕອນເຊົ້າວັນທີ 13 ເມສາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເປັນປະທານກອງປະຊຸມຫົວເລື່ອງສ້າງກົດໝາຍເດືອນເມສາປີ 2025 ເພື່ອປະກອບຄຳເຫັນໃສ່ຮ່າງກົດໝາຍ 4 ສະບັບ ແລະມະຕິ 2 ສະບັບ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: VGP |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ ການສ້າງ ແລະບູລະນະລະບອບລະບຽບການແມ່ນໜຶ່ງໃນສາມບຸກທະລຸຍຸດທະສາດດ້ວຍເປົ້າໝາຍລະບອບລະບຽບການຕ້ອງປອດໂປ່ງ, ລະບອບລະບຽບການແມ່ນແຫຼ່ງກຳລັງ, ກຳລັງໜູນພັດທະນາ, ລົງທຶນໃຫ້ແກ່ລະບອບລະບຽບການແມ່ນລົງທຶນໃຫ້ແກ່ການພັດທະນາ, ນຳມາເຊິ່ງຜົນປະໂຫຍດ ແລະຄຸນຄ່າສູງ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ປັດຈຸບັນລະບອບລະບຽບການແມ່ນຈຸດອຸດຕັນໃຫຍ່ທີ່ສຸດ, ອຸດຕັນຂອງອຸດຕັນ, ແຕ່ກໍ່ແມ່ນຈຸດອຸດຕັນທີ່ແກ້ໄຂງ່າຍທີ່ສຸດ, ຫັນປ່ຽນຈາກສະພາບການຫຍຸ້ງຍາກ, ຕິດຂັດມາກາຍເປັນສະພາບການສາມາດແກ້ງແຍ້ງໄດ້, ນຳລະບອບລະບຽບການກາຍເປັນການແກ້ງແຍ້ງ.
ແຫຼ່ງຄັດຈາກ: ວິທະຍຸກະຈາຍສຽງຫວຽດນາມ