leftcenterrightdel
ພາບປະກອບຈາກ vov.vn

ຂໍ້ຕົກລົງໄດ້ຊີ້ແຈ້ງວ່າ ຄະນະເຈລະຈາມີສາມໜ້າທີ່ດັ່ງນີ້:

ເປັນປະທານ, ສົມທົບກັບບັນດາກະຊວງຂະແໜງການທີ່ກ່ຽວຂ້ອງສ້າງແຜນການ, ວິທີການເຈລະຈາກັບ ອາເມລິກາ ກ່ຽວກັບຂໍ້ຕົກລົງການຄ້າສອງຝ່າຍ, ບົນຈິດໃຈຮັບປະກັນຜົນປະໂຫຍດແຫ່ງຊາດ, ຊົນຊາດຢ່າງສຸດຂີດ ແລະຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ.

ການດຳເນີນການເຈລະຈາກັບ ອາເມລິກາ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງສອງຝ່າຍຢ່າງມີສະຖຽນລະພາບ, ຍືນຍົງ ແລະຕ່າງຝ່າຍຕ່າງຜົນປະໂຫຍດ. ລາຍງານເຖິງທ່ານນາຍົກລັດຖະມົນຕີ ກ່ຽວກັບວິວັດການ ແລະໝາກຜົນຂອງການເຈລະຈາ, ສະເໜີບັນດາມາດຕະການ, ນະໂຍບາຍທີ່ຈຳເປັນ ເພື່ອປະຕິບັດຂໍ້ຕົກລົງພາຍຫຼັງໄດ້ຮັບການເຊັນ. ຂໍ້ຕົກລົງນີ້ຈະມີຜົນສັກສິດນັບແຕ່ເວລາໄດ້ຮັບການເຊັນປະກາດໃຊ້.

ໂດຍ: ກວຽດເຕິມ