ນັກຂ່າວ: ສະເໜີທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ກ່ຽວກັບໝາກຜົນອັນພົ້ນເດັ່ນໃນການຮ່ວມມືລະຫວ່າງຫວຽດນາມ ກັບ ຈີນ ໃນໄລຍະຜ່ານມາ?

ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ: ຫວຽດນາມ ແລະຈີນ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ປະຊາຊົນສອງປະເທດມີນ້ຳໃຈມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ. ນັບແຕ່ເມື່ອສອງຝ່າຍໄດ້ສ້າງກອບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2008 ຈົນມາຮອດປັດຈຸບັນນີ້, ພິເສດແມ່ນພາຍຫຼັງການຢ້ຽມຢາມເຊິ່ງກັນ ແລະກັນຄັ້ງປະຫວັດສາດຂອງການນຳຂັ້ນສູງຂອງສອງປະເທດ, ໃນຊຸມປີມໍ່ໆມານີ້, ການພົວພັນສອງຝ່າຍໄດ້ມີບາດກ້າວພັດທະນາຢ່າງແຂງແຮງ, ຮອບດ້ານ ແລະມີບາດກ້າວບຸກທະລຸໃນຫຼາຍຂົງເຂດ.

ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໄດ້ຮັບການເພີ່ມທະວີຜ່ານການຢ້ຽມຢາມ ແລະການພົບປະຂັ້ນສູງຢ່າງເປັນປະຈຳ, ທັງດ້ານສອງຝ່າຍ ແລະຫຼາຍຝ່າຍ. ພາຍຫຼັງການຢ້ຽມຢາມຈີນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ເດືອນຕຸລາ 2022) ແລະ ການຢ້ຽມຢາມທາງລັດຖະກິດຫວຽດນາມ ຄັ້ງທີ 3 ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ  (ເດືອນທັນວາ ປີ 2023), ສອງຝ່າຍໄດ້ເຫັນດີສືບຕໍ່ເຮັດໃຫ້ເລິກເຊິ່ງ ແລະຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກວ່າອີກ, ກໍ່ສ້າງ “ປະຊາຄົມແບ່ງປັນອະນາຄົດຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ” ຕາມການກໍານົດທິດ “6 ກວ່າ”, ເປີດໄລຍະພັດທະນາໃໝ່ຂອງການພົວພັນສອງຝ່າຍ.

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ (ເດືອນສິງຫາ 2024), ການນຳຫຼັກແຫຼ່ງຂອງສອງພັກ, ສອງລັດ ສືບຕໍ່ຢືນຢັນວ່າການພັດທະນາການພົວພັນສອງຝ່າຍແມ່ນບຸລິມະສິດແຖວໜ້າ, ເປັນການເລືອກເຟັ້ນຍຸດທະສາດໃນນະໂຍບາຍການຕ່າງປະເທດ ແລະ ການທູດຖານບ້ານໃກ້ເຮືອນຄຽງຂອງຫວຽດນາມ ແລະຈີນ, ເຫັນດີເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກວ່າອີກ, ຊຸກຍູ້ການກໍ່ສ້າງ “ປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ” ລະຫວ່າງສອງປະເທດ; ຜ່ານນັ້ນເພີ່ມກໍາຫຼັງໜູນຮັກສາທ່າພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງຝ່າຍ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ຈ່າຫງວຽນ

ທາງດ້ານຫຼາຍຝ່າຍ, ສອງປະເທດໄດ້ເພີ່ມທະວີການປະສານງານ, ສົມທົບໃນບັນດາກົນໄກຫຼາຍຝ່າຍສາກົນ. ເມື່ອບໍ່ດົນມານີ້, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໄປເຂົ້າຮ່ວມກອງປະຊຸມ GMS8 ຢູ່ຈີນ (ເດືອນພະຈິກ 2024), ດ້ວຍທິດນໍາທີ່ວ່າ “ຖ້າຢາກໄປໄກນັ້ນຕ້ອງໄປພ້ອມກັນ”, ການນຳຂອງຫວຽດນາມ, ຈີນ ແລະບັນດາປະເທດສະມາຊິກໄດ້ຢືນຢັນການພົວພັນຮ່ວມມືມິດຕະພາບ, ນໍ້າໃຈສາມັກຄີລະຫວ່າງປະເທດຕ່າງໆ; ເຫັນດີເປັນເອກະພາບພ້ອມກັນຫັນຄວາມຫວັງລວມ ແລະ ວິໄສທັດຮ່ວມກ່ຽວກັບອະນາຄົດທີ່ສົດໃສໃຫ້ປະກົດຜົນເປັນຈິງ ດ້ວຍຄວາມຕັດສິນໃຈຮ່ວມ, ທັດສະນະ ແລະການກະທຳຮ່ວມກັນເພື່ອສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ.

ພ້ອມດຽວກັນນັ້ນ, ການພົວພັນແລກປ່ຽນ, ການຮ່ວມມືຜ່ານຊ່ອງທາງພັກ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ ແລະ ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງສອງປະເທດ ກໍ່ນັບມື້ນັບໄດ້ຮັບການເປີດກວ້າງ ແລະກ້າວເຂົ້າສູ່ລວງເລິກ, ສ້າງຕັ້ງຫຼາຍກົນໄກ, ໂຄງການຮ່ວມມືຢ່າງມີປະສິດທິຜົນ ແລະແທດຈິງ.

ຄຽງຂ້າງນັ້ນ, ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການເຊື່ອມຕໍ່ພື້ນຖານໂຄງລ່າງລະຫວ່າງສອງປະເທດ ມີບາດກ້າວພັດທະນາຢ່າງແຂງແຮງ. ຫວຽດນາມ ສືບຕໍ່ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດໃນອາຊຽນ ແລະ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 4 ຂອງຈີນ ໃນໂລກ. ພິເສດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ໃນເດືອນມັງກອນ 2025, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ໄດ້ມີການ ໂອ້ລົມທາງໂທລະສັບ, ຖະແຫຼງການເປີດ “ປີແຫ່ງການພົບປະແລກປ່ຽນມະນຸດສະທໍາຫວຽດນາມ-ຈີນ”, ສ້າງກຳລັງໜູນໃໝ່ໃຫ້ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ.

ນອກຈາກນັ້ນ, ສອງຝ່າຍຍັງຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. ບົນພື້ນຖານ “ຂໍ້ຕົກລົງວ່າດ້ວຍຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາຢູ່ທະເລ ລະຫວ່າງຫວຽດນາມ - ຈີນ” ທີ່ໄດ້ລົງນາມໃນປີ 2011 ແລະ ກົນໄກເຈລະຈາຂັ້ນລັດຖະບານ ກ່ຽວກັບຊາຍແດນຜືນແຜ່ນດິນຫວຽດນາມ - ຈີນ ພ້ອມກັບບັນດາກົນໄກແລກປ່ຽນ ແລະເຈລະຈາກ່ຽວກັບບັນຫາຢູ່ທະເລ, ສອງຝ່າຍໄດ້ຮັກສາການແລກປ່ຽນຢ່າງເປັນປະຈຳ, ຊຸກຍູ້ການແກ້ໄຂບັນຫາທີ່ເກີດຂຶ້ນຢ່າງທັນການ, ຄວບຄຸມຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ບັນລຸໄດ້ບາງໝາກຜົນທີ່ຕັ້ງໜ້າ.

ນັກຂ່າວ: ຂໍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໃຫ້ຮູ້ຄວາມໝາຍ ແລະຄວາມຫວັງຂອງການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ?

ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ: ການຢ້ຽມຢາມທາງລັດຖະກິດຫວຽດນາມ ຄັ້ງນີ້ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ແມ່ນເຫດການການເມືອງການທູດສຳຄັນຂອງສອງພັກ, ສອງລັດ, ມີຄວາມໝາຍຍຸດທະສາດ, ສົ່ງຜົນກະທົບຍາວນານເຖິງການພັດທະນາຂອງການພົວພັນລະຫວ່າງຫວຽດນາມ - ຈີນ ໃນສະພາບການທີ່ສອງປະເທດກຳລັງກ້າວເຂົ້າສູ່ສັງກາດໃໝ່, ຍຸກສະໄໝພັດທະນາໃໝ່.

ການນຳພັກ ແລະ ລັດຫວຽດນາມ ຄອງຄອຍທີ່ສຸດ ແລະຫວັງວ່າການຢ້ຽມຢາມຈະບັນລຸໄດ້ໝາກຜົນອັນດີງາມບາງດ້ານຄື:

ທີໜຶ່ງ, ເພີ່ມທະວີການແລກປ່ຽນຍຸດທະສາດຂັ້ນສູງ, ພິເສດແມ່ນການພົບປະລະຫວ່າງການນຳຂັ້ນສູງສອງພັກ, ສອງລັດຢ່າງເປັນປະຈໍາ, ຜ່ານນັ້ນປັບປຸງພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງໜັກແໜ້ນ, ແບ່ງປັນບົດຮຽນປະສົບການໃນການຄຸ້ມຄອງ ແລະພັດທະນາປະເທດຊາດ, ກໍານົດທິດການພັດທະນາໃຫ້ເປັນປົກກະຕິ, ປອດໃສຂອງການພົວພັນສອງຝ່າຍໃນສະພາບການສາກົນ ແລະພາກພື້ນສືບຕໍ່ມີການຜັນແປສັບສົນ.

ທີສອງ, ກຳນົດທິດທາງໃຫຍ່ ແລະຈຸດສຸມໃນການຜັນຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆ; ຍົກລະດັບການຮ່ວມມືທີ່ແທດຈິງລະຫວ່າງສອງປະເທດຕາມທິດນັບມື້ນັບມີຄຸນນະພາບ, ປະສິດທິຜົນ ແລະ ຍືນຍົງ; ຊຸກຍູ້ການສ້າງ “ຈຸດພົ້ນເດັ່ນ” ໃນການຮ່ວມມືໃນລະດັບສູງ, ເປັນຕົ້ນແມ່ນໃນຂົງເຂດທີ່ ຫວຽດນາມ ມີຄວາມຕ້ອງການ ແລະ ຈີນ ມີທ່າແຮງຄື: ເສັ້ນທາງລົດໄຟມາດຕະຖານ, ການຄ້າຜະລິດຕະພັນກະເສດ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ ແລະ ບຳລຸງກໍ່ສ້າງ, ເສດຖະກິດດີຈີຕອນ, ເສດຖະກິດຂຽວ... ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ. ຄາດວ່າ, ໃນຂອບເຂດການຢ້ຽມຢາມ, ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນຂອງສອງຝ່າຍຈະລົງນາມໃນ ເອກະສານຮ່ວມມືປະມານ 40 ສະບັບໃນຫຼາຍຂົງເຂດ, ສ້າງພື້ນຖານສໍາຄັນເພື່ອຜັນຂະຫຍາຍການຮ່ວມມືຢ່າງມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ.

ທີສາມ, ເຜີຍແຜ່ຜົນທີ່ດີຂອງການຢ້ຽມຢາມໃຫ້ທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນທຸກຊັ້ນຄົນຂອງສອງຝ່າຍ; ຊຸກຍູ້ການຜັນຂະຫຍາຍປີແຫ່ງການພົບປະແລກປ່ຽນມະນຸດສະທຳ ຫວຽດນາມ - ຈີນ 2025 ໃຫ້ເປັນຢ່າງດີ, ເພີ່ມທະວີການພົບປະແລກປ່ຽນມິດຕະພາບລະຫວ່າງອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງການເມືອງ-ສັງຄົມຕ່າງໆ, ເປີດກວ້າງການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ, ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ເສີມຂະຫຍາຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ປັບປຸງພື້ນຖານຈິດໃຈປະຊາຊົນທີ່ດີງາມໃຫ້ການພົວພັນສອງຝ່າຍ.

ທີສີ່, ຜ່ານການແລກປ່ຽນບົນຈິດໃຈກົງໄປກົງມາ, ຈິງໃຈ, ແທດຈິງ, ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ເພື່ອພ້ອມກັນແກ້ໄຂສິ່ງຄົງຄ້າງກ່ຽວກັບບັນຫາຊາຍແດນ, ຜືນແຜ່ນດິນ ໃຫ້ສົມເຫດສົມຜົນ, ຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນຢູ່ທະເລ ຕາມຄວາມຮັບຮູ້ລວມຂັ້ນສູງໃຫ້ເປັນຢ່າງດີກວ່າອີກ, ບໍ່ປະໃຫ້ບັນຫາຢູ່ທະເລກະທົບໃສ່ທ່າພັດທະນາທີ່ປອດໃສຂອງການພົວພັນລະຫວ່າງສອງພັກ, ສອງລັດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ ຢູ່ພາກພື້ນ ກໍຄືໃນໂລກ.

ການດໍາເນີນການຢ້ຽມຢາມຍັງແຕ່ສອງສາມມື້. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍການຖືເປັນສຳຄັນຢ່າງສູງ ແລະການສົມທົບກັນຢ່າງແໜ້ນແຟ້ນ, ການກະກຽມຢ່າງຮອບຄອບຖີ່ຖ້ວນຂອງສອງຝ່າຍ, ການຢ້ຽມຢາມທາງລັດຖະກິດຫວຽດນາມ ໃນຄັ້ງນີ້ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຈະປະສົບຜົນສຳເລັດຢ່າງຈົບງາມໃນທຸກດ້ານ, ກາຍເປັນຂີດໝາຍໃໝ່ໃນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ,  ປະຊາຄົມແບ່ງປັນອະນາຄົດຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ.

ນັກຂ່າວ: ຂໍຂອບໃຈທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ!

ໂດຍ: ທູຈາງ