ຫວຽດນາມ ແລະອາເມລິກາ ເຫັນດີເປັນເອກະພາບເລີ່ມດຳເນີນການເຈລະຈາຂໍ້ຕົກລົງການຄ້າກ່ຽວກັບພາສີອາກອນ
ກປ.ອອນໄລ - ຕອນບ່າຍວັນທີ 9 ເມສາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມອາເມລິກາ ດ້ວຍຖານະເປັນທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ ເພື່ອແລກປ່ຽນກ່ຽວກັບບັນຫາດ້ານເສດຖະກິດ-ການຄ້າສອງຝ່າຍ, ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ Jamieson Greer ຜູ້ຕາງໜ້າດ້ານການຄ້າອາເມລິກາ.
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອາເມລິກາ ເລິກເຊິ່ງກວ່າອີກ; ເນັ້ນໜັກວ່າ ຫວຽດນາມ ຢຶດໝັ້ນກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຢຶດໝັ້ນແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ.
    |
 |
ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີຫວຽດນາມ ປຶກສາຫາລືກັບທ່ານ Jamieson Greer ຜູ້ຕາງໜ້າດ້ານການຄ້າອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກເຮັດວຽກກັບອົງການທີ່ກ່ຽວຂ້ອງຂອງອາເມລິກາ ເພື່ອຫັນບັນດາເນື້ອໃນທີ່ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ແລກປ່ຽນໃນວັນທີ 4 ເມສາ 2025 ຜ່ານມາເປັນລະອຽດ, ຜ່ານນັ້ນສືບຕໍ່ຮັກສາການພົວພັນດ້ານເສດຖະກິດ-ການຄ້າໃຫ້ໝັ້ນຄົງ ແລະຍືນຍົງ, ເພື່ອຜົນປະໂຫຍດຂອງວິສາຫະກິດ ແລະປະຊາຊົນສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ສະເໜີວ່າ ເຖິງວ່າ ອາເມລິກາ ໄດ້ຕົກລົງເລື່ອນເວລາຈັດວາງອັດຕາພາສີຕື່ມອີກ 90 ວັນກໍ່ຕາມ, ແຕ່ສອງຝ່າຍຕ້ອງດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າສອງຝ່າຍແນໃສ່ສ້າງຂອບເຂດຍາວນານຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າເປັນປົກກະຕິ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
ສ່ວນທ່ານ Jamieson Greer ຜູ້ຕາງໜ້າດ້ານການທູດອາເມລິກາ ຢັ້ງຢືນວ່າ ອາເມລິກາ ຖືການພົວພັນສອງຝ່າຍກັບຫວຽດນາມ ເປັນສຳຄັນພິເສດ, ປາດຖະໜາຢາກສົມທົບຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນຫາຂາດດຸນການຄ້າ, ມຸ່ງໄປເຖິງການພົວພັນທີ່ນັບມື້ນັບເລິກເຊິ່ງໃນບັນດາຂົງເຂດ. ອາເມລິກາ ຕົກລົງເຫັນດີຕໍ່ເລື່ອງສອງຝ່າຍເລີ່ມດຳເນີນການເຈລະຈາຂໍ້ຕົກລົງການຄ້າກ່ຽວກັບພາສີອາກອນ, ໃນນັ້ນລວມມີບັນດາຂໍ້ຕົກລົງກ່ຽວກັບພາສີ ແລະສະເໜີໃຫ້ເຕັກນິກທຸກຂັ້ນຂອງສອງຝ່າຍດຳເນີນການແລກປ່ຽນໃນທັນທີ.
* ໃນລະຫວ່າງວັນທີ 8-9 ເມສາ, ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ໄດ້ມີການພົບປະກັບທ່ານ Bill Hagerty ສະມາຊິກສະພາສູງ (ພັກສາທາລະນະລັດ-ລັດTennessee), ທ່ານ Steve Daines ສະມາຊິກສະພາສູງ (ພັກສາທາລະນະລັດ-ລັດ Montana) ແລະບັນດາອົງການ, ວິສາຫະກິດອາເມລິກາ.
ໂດຍ: ເຈິ່ນຮວ່ຽນ