ນັກຂ່າວ: ຂໍຮຽນທ່ານໃຫ້ຮູ້ໝາກຜົນທີ່ພົ້ນເດັ່ນໃນການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ IPU-150 ຂອງທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ?
ທ່ານ ເລກວາງຕູ່ງ: ນີ້ແມ່ນການໄປປະຕິບັດງານຄັ້ງທໍາອິດຂອງທ່ານປະທານສະພາແຫ່ງຊາດໃນປີ 2025. ສິ່ງເຫຼົ່ານີ້ໄດ້ສົ່ງສານຢ່າງຈະແຈ້ງກ່ຽວກັບການສະໜັບສະໜູນຢ່າງແຂງແຮງຂອງຫວຽດນາມ ຕໍ່ກັບລັດທິຫຼາຍຝ່າຍເວົ້າລວມ, ການຮ່ວມມືຫຼາຍຝ່າຍລັດຖະສະພາ ແລະບົດບາດຂອງ IPU ເວົ້າສະເພາະ. ສິ່ງເຫຼົ່ານີ້ຍິ່ງມີຄວາມໝາຍກວ່າໃນສະພາບທີ່ສາກົນໃນປະຈຸບັນເກີດຄວາມບໍ່ສະຫງົບ, ມີສິ່ງທ້າທາຍຫຼາຍຢ່າງເປັນຕົ້ນແມ່ນການແກ່ງແຍ້ງຂອງປະເທດໃຫຍ່, ການປະທະກັນ, ລັດທິປົກປ້ອງເພີ່ມຂຶ້ນ, ຄໍາໝັ້ນສັນຍາດ້ານການເມືອງ, ແຫຼ່ງກໍາລັງໃຫ້ບັນດາເປົ້າໝາຍຫຼາຍຝ່າຍຫຼຸດລົງ, ໂດຍສະເພາະແມ່ນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ ແລະຊ່ວຍເຫຼືອບັນດາປະເທດພວມພັດທະນາ.
    |
 |
ທ່ານ ເລກວາງຕູ່ງ ກໍາມະການສູນກາງພັກ, ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ. ພາບ: ຫວູຢູງ |
ປະທານສະພາແຫ່ງຊາດ ໄດ້ມີບົດກ່າວປາໄສທີ່ສໍາຄັນຢູ່ກອງປະຊຸມຄົບຄະນະຂອງກອງປະຊຸມສາມັດຊາໃຫຍ່ IPU-150 ກ່ຽວກັບການຕີລາຄາຢ່າງເລິກເຊິ່ງກ່ຽວກັບສະພາບການໂລກໃນປະຈຸບັນ, ພ້ອມກັບບັນດາຂໍ້ສະເໜີລະອຽດ, ຮຽກຮ້ອງໃຫ້ລັດຖະສະພາບັນດາປະເທດຮ່ວມເດີນທາງ, ເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາ, ເສີມຂະຫຍາຍບົດບາດຂອງ IPU ແລະບັນດາລັດຖະສະພາສະມາຊິກໃນການປະສານຄວາມມານະພະຍາຍາມລວມ ເພື່ອແກ້ໄຂສິ່ງທ້າທາຍທີ່ເກີດຂຶ້ນໃນປະຈຸບັນ, ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍວາງອອກໃຫ້ປະສົບຜົນສໍາເລັດ, ພິເສດແມ່ນບັນດາເປົ້າໝາຍກ່ຽວກັບການພັດທະນາສັງຄົມ. ການນໍາ IPU ແລະບັນດາປະເທດຕີລາຄາສູງຕໍ່ສານຂອງຫົວໜ້າຄະນະຫວຽດນາມ ວ່າທີ່ສອດຄ່ອງກັບຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່ແມ່ນ “ການກະທໍາຂອງລັດຖະສະພາເພື່ອພັດທະນາ ແລະຄວາມຍຸຕິທໍາສັງຄົມ”, ປະກອບສ່ວນກໍານົດທິດສົມທົບກັນກະທໍາຂອງລັດຖະສະພາມຸ່ງໄປເຖິງກອງປະຊຸມຍຸດສອດ ສປຊ ກ່ຽວກັບການພັດທະນາ ສັງຄົມໃນທ້າຍປີນີ້. ບົດກ່າວຄໍາເຫັນຂອງປະທານສະພາແຫ່ງຊາດ ກໍ່ຍົກໃຫ້ເຫັນສິ່ງທີ່ພົ້ນເດັ່ນໃນຄວາມມານະພະຍາຍາມຂອງພັກ, ລັດ, ສະພາແຫ່ງຊາດຫວຽດນາມ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ຖືປະຊາຊົນເປັນໃຈກາງ ແລະບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ.
ເນື່ອງໃນໂອກາດໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ IPU-150, ທ່ານປະທານສະພາແຫ່ງຊາດ ມີການພົບປະສອງຝ່າຍກັບປະທານ ແລະເລຂາທິການໃຫຍ່ IPU, ປະທານສະພາແຫ່ງຊາດ/ລັດຖະສະພາບັນດາປະເທດ (ພົບປະກັບຫົວໜ້າຄະນະບັນດາປະເທດ: ລາວ, ຈີນ, ລັດເຊຍ, ອິນເດຍ, ກູບາ-ປະທານສະຫະພັນລັດຖະສະພາອາເມລິກາລາຕິນ, ແບນຊິກ, ຊູແອັດ, ກາຊັກສະຖານ) ແນໃສ່ແລກປ່ຽນບັນດາມາດຕະການ ເພື່ອຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ກັບ IPU ແລະກັບບັນດາ ປະເທດ, ບັນດາລັດຖະສະພາສະມາຊິກ IPU; ເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດ/ລັດຖະສະພາແຕ່ລະປະເທດໃຫ້ດີກວ່າໃນການເປີດກວ້າງ ແລະເຮັດໃຫ້ການພົວພັນຮ່ວມມື/ຄູ່ຮ່ວມມືເລິກເຊິ່ງຂຶ້ນກວ່າເກົ່າໃນທຸກຂົງເຂດ, ຄື: ການເມືອງ-ການພົວພັນຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ວິທະຍາສາດ-ເຕັກໂນໂລຢີ ແລະຫັນປ່ຽນດີຈີຕອນ, ວັດທະນະທໍາ, ການທ່ອງທ່ຽວ, ພົບປະແລກປ່ຽນປະຊາຊົນ...; ກະຕຸກຊຸກຍູ້, ຕິດຕາມກວດກາ ແລະຊຸກຍູ້ຜັນຂະຫຍາຍບັນດາກົນໄກຮ່ວມມື ແລະບັນດາສັນຍາ, ຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງລັດຖະບານ ແລະບັນດາອົງການ, ຄະນະ, ຂະແໜງການຂອງຫວຽດນາມ ຕໍ່ກັບບັນດາຄູ່ຮ່ວມມື; ກໍ່ຄືແລກປ່ຽນບົດຮຽນປະຕິບັດສໍາເລັດລະບອບລະບຽບການ, ນະໂຍບາຍເພື່ອສ້າງກອບນິຕິກໍາສະດວກອັນຍາວນານໃຫ້ແກ່ການຮ່ວມມືຂອງຫວຽດນາມ ຕໍ່ກັບບັນດາຄູ່ຮ່ວມມື. ໃນການ ພົບປະແລກປ່ຽນຄັ້ງຕ່າງໆ, ບັນດາການນໍາສະພາແຫ່ງຊາດກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີການປະກອບສ່ວນເຂົ້າໃນການຊຸກຍູ້ການເຕີບໂຕແບບຍືນຍົງ, ກວມລວມ ແລະເຂົ້າໃນຄວາມມານະພະຍາຍາມຂອງປະຊາຄົມສາກົນກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ ແລະພັດທະນາໃນສະພາບແວດລ້ອມສາກົນທີ່ນັບມື້ນັບບໍ່ມີຄວາມສະຫງົບ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະຜັນແປຢ່າງສັບສົນ.
ໃນຂອບເຂດຂອງກອງປະຊຸມໃຫຍ່ສະມັດຊາໃຫຍ່ IPU-150, ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມວາລະປະຊຸມຂອງບັນດາຄະນະກໍາມະການ. ການກ່າວຄໍາເຫັນຂອງຄະນະຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຫຼັກໝ້ັນ, ທັດສະນະຂອງຫວຽດນາມ ໃນການເຄົາລົບກົດໝາຍສາກົນ ແລະບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ; ພ້ອມທັງຢືນຢັນການສະໜັບສະໜູນ ແລະກຽມພ້ອມເຂົ້າຮ່ວມໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນຊຸກຍູ້ການເຈລະຈາ, ໜູນຊ່ວຍມະນຸດສະທໍາ; ຮຽກຮ້ອງສ້າງສະພາບແວດລ້ອມແຫ່ງນິຕິກໍາ, ປະຕິຮູບລະບອບລະບຽບການ, ປົກປ້ອງສິດທິມະນຸດ, ບັນດານະໂຍບາຍທີ່ມີສະຖຽນລະພາບ, ຄວາມຍຸຕິທໍາ ແລະສັນຕິພາບເພື່ອຟຶ້ນຟູການພັດທະນາແບບຍືນຍົງຕໍ່ກັບບັນດາປະເທດທີ່ໄດ້ຮັບຜົນສະທ້ອນຈາກການປະທະກັນ...
ການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ ແລະເນື້ອໃນບົດກ່າວປາໄສທີ່ມີຄວາມເລິກເຊິ່ງຂອງຄະນະຫວຽດນາມ ເພື່ອນມິດສາກົນໄດ້ຮັບຮູ້, ຕີລາຄາສູງ, ປະກອບສ່ວນຍົກສູງທີ່ຕັ້ງ ແລະຮູບພາບຂອງສະພາແຫ່ງຊາດຫວຽດນາມ ໃນເວທີປາໄສຫຼາຍຝ່າຍ.
ນັກຂ່າວ: ຮຽນທ່ານ, ໃນໄລຍະຈະມາເຖິງ, ຫວຽດນາມ ແລະບັນດາປະເທດຈະດໍາເນີນບັນດາມາດຕະການລະອຽດຄືແນວໃດ ເພື່ອສືບຕໍ່ປະກອບສ່ວນເຂົ້າເປົ້າໝາຍ “ການກະທໍາຂອງລັດຖະສະພາເພື່ອການພັດທະນາ ແລະຄວາມຍຸຕິທໍາສັງຄົມ” ຄືດັ່ງຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່ IPU-150 ພວມຊຸກຍູ້?
ທ່ານ ເລກວາງຕູ່ງ: ດ້ວຍຫົວຂໍ້ກອງປະຊຸມສະມັດຊາໃຫຍ່ IPU-150 ແມ່ນ “ການກະທໍາຂອງລັດຖະສະພາເພື່ອການພັດທະນາ ແລະຄວາມຍຸຕິທໍາສັງຄົມ”; ສະແດງໃຫ້ເຫັນການຮ່ວມເດີນທາງ, ປະກອບສ່ວນຢ່າງແທດຈິງຂອງ IPU ແລະບັນດາລັດຖະສະພາສະມາຊິກ ເພື່ອມຸ່ງໄປເຖິງກອງປະຊຸມສຸດຍອດກ່ຽວກັບການພັດທະນາສັງຄົມຂອງ ສປຊ ໃນເດືອນ ພະຈິກ 2025. ພັກ ແລະລັດຫວຽດນາມ ມີແຜນນະໂຍບາຍ, ນະໂຍບາຍທີ່ກ້າວໜ້າທີ່ສຸດ, ດີທີ່ສຸດກ່ຽວກັບການພັດທະນາ ແລະຄວາມຍຸຕິທໍາໃນສັງຄົມ. ບັນດາດັດຊະນີພັດທະນາມະນຸດຂອງຫວຽດນາມ ສືບຕໍ່ເພີ່ມຂຶ້ນໃນຊຸມປີຜ່ານມາ ແລະຢູ່ໃນລະດັບສູງກວ່າລະດັບການພັດທະນາເສດຖະກິດຂອງຫວຽດນາມ, ກໍ່ຄືຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ດ້ວຍພາລະບົດບາດສ້າງກົດໝາຍ ແລະຕິດຕາມກວດກາ, ສະພາແຫ່ງຊາດສືບຕໍ່ປະຕິບັດສໍາເລັດບັນດາລະບອບລະບຽບການ, ກົນໄກນິຕິກໍາສ້າງເປັນກອບຢ່າງແໜ້ນແຟ້ນ, ຄົບຊຸດ, ສະດວກໃຫ້ແກ່ການຈັດຕັ້ງປະຕິບັດແຜນນະໂຍບາຍ, ນະໂຍບາຍ, ຍຸດທະສາດ, ແຜນການ, ປະຕິບັດບັນດາເອກະສານກົດໝາຍ ແລະມີການຕິດຕາມກວດກາການປະຕິບັດບັນດາເປົ້າໝາຍວາງອອກໃຫ້ມີປະສິດທິຜົນ; ສົມທົບບັນດາຂໍ້ສະເໜີໃນມະຕິສະບັບຕ່າງໆຂອງ IPU ກ່ຽວກັບການພັດທະນາ ແລະຄວາມຍຸຕິທໍາໃນສັງຄົມໃນວິວັດການສ້າງກົດໝາຍ, ຕິດຕາມກວດກາສູງສຸດ ແລະຕັດສິນໃຈບັນດາບັນຫາສໍາຄັນແຫ່ງຊາດ.
ພ້ອມກັນນັ້ນ, ບັນດາການເຄື່ອນໄຫວພົວພັນຕ່າງປະເທດລັດຖະສະພາສອງຝ່າຍ ແລະຫຼາຍຝ່າຍທີ່ອຸດົມສົມບູນ, ໂດຍສະເພາະແມ່ນຢູ່ຂັ້ນສູງຈະປະກອບສ່ວນຊຸກຍູ້ການຮ່ວມມື, ສົມທົບ, ໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງບັນດາລັດຖະສະພາ ແລະຢູ່ບັນດາຂອບເຂດຂອງລັດຖະສະພາເພື່ອຜົນປະໂຫຍດລວມຂອງບັນດາປະເທດ ແລະປະຊາຊົນໃນທົ່ວໂລກ.
ຂໍຂອບໃຈທ່ານ!
ໂດຍ: ເກື່ອງດັ້ງ