ແອັດສະປາຍ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 14 ໃນໂລກ, ຢືນອັນດັບທີ 4 ໃນສະຫະພາບເອີລົບ (ອີຢູ), ດ້ວຍ GDP ບັນລຸ 1,73 ພັນຕື້ໂດລາສະຫະລັດ (ປີ 2024). ແອັດສະປາຍ ເຂົ້າຮ່ວມຢ່າງຕັ້ງໜ້າໃນ ອີຢູ, ອົງການສົນທິສັນຍາແອັດແລນຕິກເໜືອ (ນາໂຕ້), ມີການພົວພັນທີ່ເປັນມູນເຊື້ອຢ່າງແໜ້ນແຟ້ນກັບພາກພື້ນອາເມລິກາ ລາຕີນ ແລະCaribe, ຮັກສາອິດທິພົນຢູ່ທະເລເມດີແຕຣາເນ, ອາຟຣິກາເໜືອ ແລະອາຟຣິກາກາງ; ເອົາໃຈໃສ່ຊຸກຍູ້ລັດທິຫຼາຍຝ່າຍ, ການຄ້າເສລີ ແລະມານະພະຍາຍາມສວມບົດບາດນຳພາໃນການຊຸກຍູ້ພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການເງິນໃຫ້ແກ່ການພັດທະນາ.

ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັັດຖະມົນຕີ Pedro Sánchez ໄດ້ດຳເນີນໃນສະພາບການການພົວພັນຫວຽດນາມ-ແອັດສະປາຍ ສືບຕໍ່ພັດທະນາທີ່ດີງາມໃນຫຼາຍຂົງເຂດ. ແອັດສະປາຍ ແມ່ນປະເທດທຳອິດໃນອີຢູ ສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ (2009). ສອງຝ່າຍຮັກສາການເຄື່ອນໄຫວແລກປ່ຽນຄະນະ, ພົບປະຂັ້ນສູງ ແລະທຸກຂັ້ນ, ໃນນັ້ນມີການເຄື່ອນໄຫວພົບປະສອງຝ່າຍຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກັບທ່ານນາຍົກລັດຖະມົນຕີ Pedro Sánchez ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ-ອີຢູ ຢູ່ປະເທດ ແບນຊິກ (ເດືອນທັນວາ 2022) ແລະກອງປະຊຸມສຸດຍອດ G20 ຢູ່ ບຣາຊີນ (ເດືອນພະຈິກ 2024). ສອງຝ່າຍປະສານສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນສະຫະປະຊາຊາດ ແລະອາຊຽນ. ໃນບັນຫາທະເລຕາເວັນອອກ, ແອັດສະປາຍ ສະໜັບສະໜູນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນເຮືອ ແລະການບິນຢູ່ພາກພື້ນ; ແກ້ໄຂຂໍ້ຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

leftcenterrightdel
ພາບປະກອບຄັດຈາກສຳນັກຂ່າວສານຫວຽດນາມ

ສຳລັບດ້ານເສດຖະກິດ-ການຄ້າ, ວົງເງິນການຄ້າສອງຝ່າຍໃນ ປີ 2024 ບັນລຸ 4.72 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 20% ເມື່ອທຽບໃສ່ກັບປີ 2023, ກໍ່ແມ່ນຕົວເລກສະຖິຕິໃນການແລກປ່ຽນການຄ້າລະຫວ່າງສອງປະເທດ. ແອັດສະປາຍ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 5 ຂອງຫວຽດນາມ ໃນອີຢູ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ່ສຸດຂອງແອັດສະປາຍ ໃນອາຊຽນ. ປະຈຸບັນ, ແອັດສະປາຍ ມີ 97 ໂຄງການລົງທຶນຢູ່ຫວຽດນາມ ດ້ວຍຍອດຈຳນວນເງິນ 143,88 ລ້ານໂດລາສະຫະລັດ; ຫວຽດນາມ ມີ 3 ໂຄງການລົງທຶນຢູ່ ແອັດສະປາຍ ດ້ວຍຍອດເງິນລົງທຶນ 64,2 ລ້ານໂດລາສະຫະລັດ. ເດືອນມັງກອນ 2022, ແອັດສະປາຍ ໄດ້ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA).

ສຳລັບການຮ່ວມມືພັດທະນາ, ແອັດສະປາຍ ໄດ້ໃຫ້ຄຳໝັ້ນສັນຍາໃຫ້ຫວຽດນາມ ກູ້ຢືມທຶນ ODA, ເງິນຊ່ວຍເຫຼືອລ້າກວ່າ 1 ຕື້ໂດລາສະຫະລັດ ຜ່ານໂຄງການຮ່ວມມືການເງິນໃນຂົງເຂດຈຳນວນໜຶ່ງ, ຄື: ພື້ນຖານໂຄງລ່າງ, ພັດທະນາແບບຍືນຍົງ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການແພດ, ວິທະຍາສາດ-ເຕັກໂນໂລຢີ. ສອງຝ່າຍໄດ້ປັບປຸງລະບອບລະບຽບການ ເພື່ອເຊັນອະນຸສັນຍາກ່ຽວກັບການຮ່ວມມືການເງິນດ້ວຍບ້ວງສິນເຊື່ອບູລິມະສິດທີ່ມີມູນຄ່າ 305 ລ້ານເອີໂຣ.

ສອງຝ່າຍໄດ້ເຊັນສັນຍາຮ່ວມມືດ້ານການທ່ອງທ່ຽວ, ວັດທະນະທຳ, ການສຶກສາ ແລະວິທະຍາສາດ; ປະສານສົມທົບຈັດຕັ້ງຫຼາຍການເຄື່ອນໄຫວແລກປ່ຽນຄະນະ, ພົບປະແລກປ່ຽນວັດທະນະທຳ, ສິລະປະ, ຮູບເງົາ, ວາງສະແດງ, ສົ່ງເສີມການທ່ອງທ່ຽວຢູ່ແຕ່ລະປະເທດ. ປະຈຸບັນ, ຫວຽດນາມ ຍົກເວັ້ນວິຊາໃຫ້ແກ່ພົນລະເມືອງແອັດສະປາຍ ໃນເວລາ 45 ວັນ. ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ ແລະໜັງສືເຈດຈຳນົງວ່າດ້ວຍການຮ່ວມມືຖ່າຍຖອດເຕັກໂນໂລຢີ, ນະວັດຕະກຳ.

ເລື່ອງຫວຽດນາມ ຕ້ອນຮັບທ່ານ Pedro Sánchez ນາຍົກລັດຖະມົນຕີ ແອັດສະປາຍ ຢ່າງສົມກຽດ, ປະກອບສ່ວນຢັ້ງຢືນແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບແບບ ແລະຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືສຳຄັນ, ໃນນັ້ນມີແອັດສະປາຍ.

ພວກເຮົາ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Pedro Sánchez ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ເລິກເຊິ່ງກວ່າອີກມຸ່ງໄປເຖິງອະນາຄົດລະຫວ່າງຫວຽດນາມ ແລະແອັດສະປາຍ, ປະກອບສ່ວນໃຫ້ແກ່ສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນກໍ່ຄືໃນໂລກ.

ໂດຍ: ແສງເດືອນ