leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ກ່າວຄຳເຫັນທີ່ພິທີ. ພາບ: vov.vn

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ໄດ້ກຳນົດຕ້ອງເຊື່ອມໂຍງເຂົ້າກັບສາກົນເພື່ອທຽບທັນ, ພ້ອມກັນກ້າວເດີນ ແລະບືນຕົວຂຶ້ນ, ແຕ່ບໍ່ໝາຍຄວາມວ່າປະຕິບັດດ້ວຍທຸກວິທີທາງເພື່ອເຊື່ອມໂຍງ, ບໍ່ເອື່ອຍອີງ, ຕ້ອງເຊື່ອມໂຍງບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງນຳກັນ.

“ພວກເຮົາຊົມເຊີຍການຮ່ວມມືກັບທຸກຄູ່ຮ່ວມມືທີ່ເຂົ້າມາຫວຽດນາມ ດ້ວຍເຈດຕະນາດີ, ດ້ວຍການຮ່ວມມືເພື່ອພ້ອມກັນພັດທະນາ; ພ້ອມກັນນຳມາເຊິ່ງຄວາມຜາສຸກ, ອີ່ມໜຳສຳລານໃຫ້ແກ່ປະຊາຊົນແຕ່ລະປະເທດ. ແຕ່ພວກເຮົາບໍ່ຍອມເຊື່ອມໂຍງດ້ວຍທຸກວິທີທາງ, ເຊື່ອມໂຍງຕ້ອງເອື່ອຍອີງແມ່ນບໍ່ເຮັດຢ່າງເດັດຂາດ. ພວກເຮົາຕ້ອງລຸກຂຶ້ນດ້ວຍຝາມື, ສະຕິປັນຍາ, ຊັບພະຍາກອນທຳມະຊາດ ແລະດິນແດນຂອງຕົນ, ດ້ວຍຄຸນຄ່າອັນແກ່ນສານຂອງຊາວຫວຽດນາມ, ດ້ວຍພື້ນຖານວັດທະນະທຳແຫ່ງອະລິຍະທຳສາມັກຄີທົ່ວປວງຊົນທັງຊາດນັບພັນປີ. ເຄົາລົບການຊ່ວຍເຫຼືອຂອງເພື່ອນມິດສາກົນ”.

ແຫຼ່ງຄັດຈາກ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ