ຕາມນັ້ນແລ້ວ, ຜັນຂະຫຍາຍສູນຂໍ້ມູນກະຊວງປ້ອງກັນປະເທດລວມມີ 3 ໄລຍະ, ຄື: ໄລຍະທີ 1 (2025-2026) ຜັນຂະຫຍາຍສູນຂໍ້ມູນກະຊວງປ້ອງກັນປະເທດພາກເໜືອ ແລະສູນຂໍ້ມູນຫ້ອງບັນຊາການ K2000; ໄລຍະທີ 2 (2027-2030) ຜັນຂະຫຍາຍສູນຂໍ້ມູນກະຊວງປ້ອງກັນປະເທດພາກໃຕ້, ຜັນຂະຫຍາຍ 2 ສູນຂໍ້ມູນເຄື່ອນທີ່ພາກເໜືອ, ພາກໃຕ້; ໄລຍະທີ 3 (ຫຼັງປີ 2030) ຄົ້ນຄວ້າ, ສະເໜີ ແລະລາຍງານແຜນການຜັນຂະຫຍາຍສູນຂໍ້ມູນກະຊວງປ້ອງກັນປະເທດພາກກາງ ແລະ 1 ສູນຂໍ້ມູນເຄື່ອນທີ່ໄປພ້ອມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ທີ່ກອງປະຊຸມ, ທ່ານພົນໂທ ເລຮຸຍວິ້ງ ຍ້ອງຍໍຊົມເຊີຍກອງບັນຊາການ 86 ໄດ້ຕັ້ງໜ້າ, ເປັນເຈົ້າການລະດົມບັນດາແຫຼ່ງກຳລັງຜັນຂະຫຍາຍອຸປະກອນໃຫ້ສູນຂໍ້ມູນກະຊວງປ້ອງກັນປະເທດພາກເໜືອ ຕອບສະໜອງມາດຕະຖານເຊື່ອມຕໍ່, ເຊື່ອມຕໍ່ລະບົບຂໍ້ມູນຂ່າວສານຢູ່ສູນກາງ ແລະທ້ອງຖິ່ນ. ເພື່ອໃຫ້ສູນຂໍ້ມູນກະຊວງປ້ອງກັນປະເທດດຳເນີນຖືກຕາມຄວາມຄືບໜ້າ, ທ່ານພົນໂທ ເລຮຸຍວິ້ງ ໄດ້ຮຽກຮ້ອງໃຫ້ກອງບັນຊາການ 86 ສືບຕໍ່ລະດົມແຫຼ່ງກຳລັງຜັນຂະຫຍາຍ, ຂຸດຄົ້ນ, ເຄື່ອນໄຫວອຸປະກອນໃນສູນຂໍ້ມູນກະຊວງປ້ອງກັນປະເທດປະຕິບັດຖືກຕາມມາດຕະຖານ, ອອກແບບ. ກອງບັນຊາການ 86 ສ້າງລະບຽບການ ແລະແນະນໍາບັນດາອົງການ, ກົມກອງຂຸດຄົ້ນ ແລະນໍາໃຊ້ແຫຼ່ງຊັບພະຍາກອນໃນສູນຂໍ້ມູນ ເພື່ອຮັບປະກັນປະສິດທິຜົນ ແລະຫຼີກລ່ຽງການທັບຊ້ອນກັນ ແລະຟຸ່ມເຟືອຍ.

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍ່ໄດ້ຮຽກຮ້ອງໃຫ້ເຫຼົ່າຮົບສື່ສານ ບຸລິມະສິດຜັນຂະຫຍາຍລະບົບສາຍສົ່ງຂໍ້ມູນການທະຫານຂອງສູນຂໍ້ມູນກະຊວງປ້ອງກັນປະເທດໂດຍໄວ. ກົມກົດລັບ (ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ) ຜັນຂະຫຍາຍບັນດາອຸປະກອນ, ມາດຕະຖານຮັບປະກັນສາຍສົ່ງ ແລະຂໍ້ມູນໃຫ້ສູນຂໍ້ມູນ. ບັນດາອົງການ, ກົມກອງຕາມພາລະບົດບາດ, ໜ້າທີ່ສົມທົບກັນຢ່າງແໜ້ນແຟ້ນກັບກອງບັນຊາການ 86 ເພື່ອຍູ້ໄວການຜັນຂະຫຍາຍສູນຂໍ້ມູນກະຊວງປ້ອງກັນປະເທດ.

ໂດຍ: ທະນາພອນ