ເນື່ອງໃນໂອກາດນີ້, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ນໍາໜ້າຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ເຂົ້າຮ່ວມພິທີໄວ້ອາໄລສະຫາຍ ຄຳໄຕ ສີພັນດອນ, ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະຕ່າງໆ, ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານ ຟ້າມມິງຈິ໊ງ ໄດ້ສະແດງຄວາມໂສກເສົ້າເສຍດາຍ ແລະອາໄລອາວອນຢ່າງຊຸດຊຶ້ງມາຍັງພັກ, ລັດ, ປະຊາຊົນລາວ ແລະຄອບຄົວຂອງສະຫາຍ ຄຳໄຕ ສີພັນດອນ. ທ່ານ ຟ້າມມິງຈິ໊ງ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ການປະກອບສ່ວນອັນໃຫຍ່ຫຼວງຕໍ່ກັບປະຫວັດສາດແຫ່ງການສ້າງສາ ແລະພັດທະນາປະເທດລາວ ແລະຂະບວນການປະຕິວັດຂອງ 3 ປະເທດອິນດູຈີນ ຂອງສະຫາຍ ຄຳໄຕ ສີພັນດອນ, ຜູ້ທີ່ເປັນສະມາຊິກພັກກອມມູນິດອິນດູຈີນ. ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ສະຫາຍ ຄຳໄຕ ສີພັນດອນ ພ້ອມດ້ວຍການນໍາລຸ້ນກ່ອນຕ່າງໆຂອງລາວ ໄດ້ນຳພາຂະບວນການປະຕິວັດ, ນຳການປະຕິວັດຂອງລາວຍາດມາໄດ້ໄຊຊະນະພ້ອມທັງປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນໄຊຊະນະຂອງການປະຕິວັດຂອງຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມພິທີໄວ້ອາໄລສະຫາຍ ຄຳໄຕ ສີພັນດອນ, ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດແຫ່ງ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ປະຕິບັດພິທີໄວ້ອາໄລສະຫາຍ ຄຳໄຕ ສີພັນດອນ, ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ.  ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍເຄົາລົບນັບຖື ແລະຈົດຈໍາບົດບາດ, ການປະກອບສ່ວນຂອງສະຫາຍ ຄຳໄຕ ສີພັນດອນ, ຜູ້ທີ່ເປັນເພື່ອນມິດສະຫາຍທີ່ຍິ່ງໃຫຍ່, ສະໜິດສະໜົມ, ມີຄວາມສັດຊື່ບໍລິສຸດ ແລະສວມບົດບາດສໍາຄັນໃນການກໍ່ສ້າງ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະຫັນຄວາມເສຍຫາຍນີ້ໃຫ້ກາຍເປັນກຳລັງແຮງອັນໃຫຍ່ຫຼວງ ເພື່ອສ້າງສາ ແລະ ພັດທະນາປະເທດລາວໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: chinhphu.vn
leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.  ພາບ: chinhphu.vn

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ສະແດງຄວາມສະເທື່ອນໃຈ ແລະຂອບອົກຂອບໃຈຢ່າງຈິງໃຈຕໍ່ກັບອາລົມຈິດຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ພັກ, ລັດ ແລະປະຊາຊົນລາວ, ພິເສດແມ່ນຕໍ່ກັບສະຫາຍ ຄຳໄຕ ສີພັນດອນ. ທ່ານ ສອນໄຊ ສີພັນດອນ ຕີລາຄາສູງການຊ່ວຍເຫຼືອ, ການສະໜັບສະໜູນຢ່າງສຸດຈິດສຸດໃຈຂອງຫວຽດນາມ ໃຫ້ແກ່ລາວ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ກໍຄືໃນພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ແຕ່ກ່ອນມາຮອດປະຈຸບັນ.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ສະແດງຄວາມເສົ້າສະຫຼົດໃຈ ພ້ອມກັບການນໍາພັກ, ລັດລາວ.ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ສະແດງຄວາມເສົ້າສະຫຼົດໃຈພ້ອມກັບຄອບຄົວຂອງສະຫາຍ ຄໍາໄຕ ສີພັນດອນ. ພາບ: ສໍານັກຂ່າວສານຫວຽດນາມ

ໃນບັນຍາກາດທີ່ເຄັ່ງຂຶມ, ທ່ານ ຟ້າມມິງຈິ໊ງ ແລະການນຳຂັ້ນສູງຂອງລາວ ໄດ້ຫວນຄືນການປະກອບສ່ວນອັນໃຫຍ່ຫຼວງຂອງສະຫາຍ ຄຳໄຕ ສີພັນດອນ ຕໍ່ກັບສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ.

ເນື່ອງໃນໂອກາດນີ້, ການນຳສອງປະເທດຍັງແລກປ່ຽນກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ແລະບຸລິມະສິດໃນປະຈຸບັນຂອງແຕ່ລະປະເທດ. ທ່ານ ຟ້າມມິງຈິ໊ງ ແລະການນຳຂັ້ນສູງຂອງລາວ ຢືນຢັນວ່າ ໃນບໍ່ວ່າສະພາບການໃດ, ພັກ, ລັດ ແລະປະຊາຊົນຫວຽດນາມ ແລະ ລາວ ຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ທູຈາງ