ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເຂົ້າຮ່ວມພິທີໄວ້ອາໄລສະຫາຍ ຄຳໄຕ ສີພັນດອນ ອະດີດປະທານປະເທດລາວ
ກປ.ອອນໄລ - ຕອນເຊົ້າວັນທີ 7 ເມສາ, ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ນຳໂດຍທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ໄດ້ໄປຮອດນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມພິທີໄວ້ອາໄລສະຫາຍ ຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດລາວ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເຂົ້າໄວ້ອາໄລສະຫາຍ ຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເຂົ້າຮ່ວມພິທີໄວ້ອາໄລສະຫາຍ ຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ. |
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ປະຕິບັດພິທີໄວ້ອາໄລສະຫາຍ ຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ. |
ເນື່ອງໃນໂອກາດນີ້, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະແດງຄວາມເສົ້າສະຫຼົດໃຈພ້ອມກັບການນໍາພັກ, ລັດລາວ. ພາບ: ສໍານັກຂ່າວສານຫວຽດນາມ. |
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະແດງຄວາມເສົ້າສະຫຼົດໃຈເຖິງຄອບຄົວຂອງສະຫາຍ ຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ. |
ຕາງໜ້າໃຫ້ລັດຖະບານ ແລະປະຊາຊົນຫວຽດນາມ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະອາໄລອາວອນມາຍັງພັກ, ລັດຖະບານ, ປະຊາຊົນ ແລະຄອບຄົວຂອງສະຫາຍ ຄຳໄຕ ສີພັນດອນ ອະດີດປະທານປະເທດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບນັບຖືບົດບາດ, ການປະກອບສ່ວນຂອງສະຫາຍ ຄຳໄຕ ສີພັນດອນ ໃນການສ້າງສາ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຂຽນໃນປຶ້ມໄວ້ອາໄລ. ພາບ: ສໍານັກຂ່າວສານຫວຽດນາມ. |
ບັນດາການນໍາຂັ້ນສູງລາວ ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ສະແດງຄວາມເສົ້າສະຫຼົດໃຈກ່ຽວກັບການເຖິງແກ່ມໍລະນະກຳຂອງສະຫາຍ ຄໍາໄຕ ສີພັນດອນ, ພິເສດແມ່ນໄດ້ຈັດສົ່ງຄະນະຜູ້ແທນທໍາອິດ - ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຫວຽດນາມ ນໍາໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ ມາໄວ້ອາໄລ ແລະໃນວັນທີ 7 ເມສາ ແມ່ນຄະນະຜູ້ແທນຂັ້ນສູງລັດຖະບານ ນໍາໂດຍທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄວ້ອາໄລ, ກໍ່ຄືເລື່ອງ ຫວຽດນາມ ຕົກລົງຈັດຕັ້ງພິທີໄວ້ທຸກລະດັບຊາດ ເພື່ອໄວ້ອາໄລສະຫາຍ ຄຳໄຕ ສີພັນດອນ ອະດີດປະທານປະເທດລາວ; ຢັ້ງຢືນວ່າ ນີ້ແມ່ນພິສູດໃຫ້ເຫັນສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ.
ໂດຍ: ຈາງຫງວຽນ