ນໍາການພົວພັນດ້ານການຄ້າ ຫວຽດນາມ - ອາເມລິກາ ເຂົ້າສູ່ການພັດທະນາຢ່າງໝັ້ນຄົງ
ກປ.ອອນໄລ - ວັນທີ 6 ເມສາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະປະຕິບັດງານກ່ຽວກັບການເພີ່ມທະວີການຮ່ວມມື, ເປັນເຈົ້າການປັບຕົວກັບການປັບປຸງນະໂຍບາຍດ້ານເສດຖະກິດ, ການຄ້າຂອງອາເມລິກາ ໄດ້ໃຫ້ການຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທງເຊີນ ຖືວ່າ: ຫວຽດນາມ ແບ່ງປັນຄວາມເອົາໃຈໃສ່ຂອງ ອາເມລິກາ ໃນການດຸ່ນດ່ຽງການຄ້າ, ແຕ່ຮູ້ສຶກເສຍໃຈວ່າ ອາເມລິກາ ໄດ້ຕັດສິນໃຈເກັບພາສີສູງສໍາລັບສິນຄ້າສົ່ງອອກຂອງຫວຽດນາມ, ສົ່ງຜົນກະທົບເຖິງວິສາຫະກິດຂອງສອງປະເທດ ແລະພິເສດແມ່ນສົ່ງຜົນກະທົບຕໍ່ຊາວຫວຽດນາມ ນັບລ້ານຄົນ.
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທງເຊີນ ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນຜັນຂະຫຍາຍການພົວພັນຮ່ວມມືໃນທຸກຂົງເຂດໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ; ເນັ້ນໜັກວ່າ ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນພື້ນຖານທີ່ມີຄວາມໝາຍສຳຄັນທີ່ສຸດໃນການພົວພັນລະຫວ່າງສອງປະເທດ.
    |
 |
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ ແລະທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ. ພາບ: baoquocte.vn |
ທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມສໍາຄັນຍຸດທະສາດກັບອາເມລິກາ, ການນຳຂອງພັກ, ລັດຖະບານ ແລະບັນດາກະຊວງ, ຂະແໜງການຂອງຫວຽດນາມ ໄດ້ກະທໍາຢ່າງໄວວາ, ຕັ້ງໜ້າສໍາລັບບັນດາຄວາມເອົາໃຈໃສ່ຂອງຝ່າຍອາເມລິກາ. ທ່ານເອກອັກຄະລັດຖະທູດ Marc Knapper ຕີລາຄາສູງການໂອ້ລົມທາງໂທລະສັບຜ່ານມາລະຫວ່າງທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Donald Trump, ເຊິ່ງເປັນການໂອ້ລົມທາງໂທລະສັບຄັ້ງທຳອິດຂອງທ່ານປະທານາທິບໍດີ Donald Trump ກັບຜູ້ນຳຕ່າງປະເທດພາຍຫຼັງການປະກາດອັດຕາພາສີ, ສະແດງໃຫ້ເຫັນການເຄົາລົບ ແລະຄວາມເອົາໃຈໃສ່ຂອງການນໍາສອງທ່ານສໍາລັບການພົວພັນສອງປະເທດ.
ທ່ານເອກອັກຄະລັດຖະທູດ Marc Knapper ຢືນຢັນຈະສົມທົບກັນກະກຽມໃຫ້ດີທີ່ສຸດໃນການຢ້ຽມຢາມເຮັດວຽກຂອງທ່ານ ໂຮ່ດຶກເຟີກ ທູດພິເສດຂອງທ່ານເລຂາທິການໃຫຍ່, ຮອງນາຍົກລັດຖະມົນຕີ. ທ່ານເອກອັກຄະລັດຖະທູດ Marc Knapper ໄດ້ສະແດງຄວາມຂອບອົກຂອບໃຈຫວຽດນາມ ໄດ້ມີວິທີເຂົ້າເຖິງຢ່າງຕັ້ງໜ້າ, ມີຄວາມເຂົ້າໃຈກ່ຽວກັບຄວາມເປັນຫ່ວງຂອງຝ່າຍອາເມລິກາ ແລະຖືວ່າ ການແລກປ່ຽນທີ່ຈະມາເຖິງແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍປຶກສາຫາລື, ສະເໜີບັນດາມາດຕະການເພື່ອແນໃສ່ນໍາການພົວພັນດ້ານການຄ້າເຂົ້າສູ່ການພັດທະນາຢ່າງໝັ້ນຄົງ, ພ້ອມກັນມີຜົນປະໂຫຍດ.
ໂດຍ: ຈາງຫງວຽນ