ເປັນການນໍາສະພາແຫ່ງຊາດຜູ້ທຳອິດກ່າວຄຳປາໄສທີ່ວາລະປະຊຸມ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ຕີລາຄາສູງຫົວຂໍ້ “ການກະທໍາລັດຖະສະພາເພື່ອການພັດທະນາ ແລະຍຸຕິທຳຂອງສັງຄົມ” ແມ່ນມີຄວາມໝາຍແທດຈິງ ແລະຮີບດ່ວນ, ໃນສະພາບທີ່ໂລກພວມປະສົບກັບການຜັນແປທີ່ບໍ່ຍາກທີ່ຈະຄາດຄະເນລ່ວງໜ້າ, ລັດຖະສະພາບັນດາປະເທດມີບົດບາດສໍາຄັນໃນການໜູນຊ່ວຍ, ຊຸກຍູ້ການພັດທະນາແບບຍືນຍົງເພື່ອແນໃສ່ແກ້ໄຂສິ່ງທ້າທາຍລວມ. ແບ່ງປັນກ່ຽວກັບຄວາມມານະພະຍາຍາມຂອງຫວຽດນາມ ມຸ່ງໄປເຖິງເປົ້າໝາຍນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝິນ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ໄດ້ ແລະກໍາລັງມານະພະຍາຍາມສ້າງລະບົບກົດໝາຍ ແລະນະໂຍບາຍທີ່ຍຸຕິທໍາ, ຊຸກຍູ້ການເຂົ້າຮ່ວມຂອງປະຊາຊົນໃນຂະບວນການສ້າງ ແລະປະຕິບັດນະໂຍບາຍ.

leftcenterrightdel
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ  ກ່າວຄຳເຫັນທີ່ວາລະປະຊຸມລວມ IPU-150. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝິນ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ພວມມານະພະຍາຍາມສໍາເລັດຂອບນິຕິກໍາ, ແກ້ໄຂຂໍ້ຄົງຄ້າງດ້ານສະຖາບັນຢ່າງທັນການເພື່ອປ່ອຍແຫຼ່ງກຳລັງ, ນຳໃຊ້ວິທະຍາສາດ-ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການຫັນເປັນດີຈີຕອນ, ພັດທະນາເສດຖະກິດຂຽວ ແລະຫັນປ່ຽນພະລັງງານ, ນຳປະເທດຊາດພັດທະນາຢ່າງວ່ອງໄວ, ເຂັ້ມແຂງ ແລະໝັ້ນຄົງ, ຮັບປະກັນຄວາມສະເໝີພາບໃນສັງຄົມ.

ແບ່ງປັນທັດສະນະກ່ຽວກັບໂລກທີ່ພວມປ່ຽນແປງຢ່າງວ່ອງໄວ, ສິ່ງທ້າທາຍໃນປັດຈຸບັນກາຍເປັນຫຼາຍບັນຫາທີ່ສັບສົນໃນອະນາຄົດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ສະເໜີບາງການກໍານົດທິດ ເພື່ອໃຫ້ບັນດາລັດຖະສະພາເພີ່ມທະວີການຮ່ວມມືສາກົນ, ແບ່ງປັນປະສົບການ ແລະໜູນຊ່ວຍເຊິ່ງກັນ ແລະກັນໃນການສ້າງນະໂຍບາຍພັດທະນາ, ຮັບມືກັບບັນດາສິ່ງທ້າທາຍໃນປະຈຸບັນຢ່າງທັນການ ແລະມີປະສິດທິຜົນ.

ໂດຍ: ຈາງຫງວຽນ