leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ໄວ້ອາໄລສະຫາຍພົນເອກ ຄຳໄຕ ສີພັນດອນ. ພາບ: ສໍານັກຂ່າວສານຫວຽດນາມ

ເຊັນປື້ມໄວ້ອາໄລ, ສະແດງຄວາມໂສກເສົ້າເສຍດາຍຕໍ່ການຈາກໄປຂອງສະຫາຍ ຄຳໄຕ ສີພັນດອນ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ເນັ້ນໜັກວ່າ ການຈາກໄປຂອງສະຫາຍ ຄຳໄຕ ສີພັນດອນ ແມ່ນການສູນເສຍຢ່າງໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນລາວ. ການນຳ ແລະປະຊາຊົນຫວຽດນາມ ກໍ່ສູນເສຍເພື່ອນມິດ, ສະຫາຍທີ່ສະໜິດສະໜົມຍາມໃດກໍ່ສູ້ຊົນເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພາລະກິດປະຕິວັດຂອງສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງ ແລະສາຍພົວພັນແບບພິເສດ ຫວຽດນາມ-ລາວ. ສະຫາຍ ຄຳໄຕ ສີພັນດອນ ເປັນຜູ້ນຳອາວຸໂສ, ການນຳທີ່ດີເດັ່ນໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ພາລະກິດປະຕິວັດລາວ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ເຊັນປື້ມໄວ້ອາໄລສະຫາຍພົນເອກ ຄຳໄຕ ສີພັນດອນ.  ພາບ: ສໍານັກຂ່າວສານຫວຽດນາມ

ຕີລາຄາສູງການປະກອບສ່ວນອັນໃຫຍ່ຫຼວງຂອງສະຫາຍ ຄຳໄຕ ສີພັນດອນ ທີ່ມີຕໍ່ສາຍພົວພັນສອງປະເທດ ຫວຽດນາມ-ລາວ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ຕາງໜ້າລັດຖະບານຫວຽດນາມ ທີ່ແບ່ງປັນຄວາມໂສກເສົ້າເສຍດາຍເຖິງບັນດາສະຫາຍການນຳລັດຖະບານລາວ ອ້າຍນ້ອງ ແລະຄອບຄົວສະຫາຍ ຄໍາໄຕ ສີພັນດອນ.

ໂດຍ: ເຈິ່ນຮວ່ຽນ