ແຈ້ງການພິເສດກ່ຽວກັບພິທີໄວ້ອາໄລ່ລະດັບຊາດ ສະຫາຍ ຄຳໄຕ ສີພັນດອນ
ກປ.ອອນໄລ - ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດແຫ່ງ ສສ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ລັດຖະບານແຫ່ງ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ປະກາດວ່າ:
ສະຫາຍ ຄຳໄຕ ສີພັນດອນ; ເກີດເມື່ອວັນທີ 8 ກຸມພາ 1924; ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ, ອະດີດນາຍົກລັດຖະມົນຕີ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ເຖິງແກ່ມໍລະນະກຳໃນເວລາ 10:30 ໂມງ ຂອງວັນທີ 2 ເມສາ 2025 ດ້ວຍໂລກຊະລາລວມອາຍຸໄດ້ 102 ປີ.
    |
 |
ສະຫາຍ ຄຳໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ສະຫາຍ ຄຳໄຕ ສີພັນດອນ ເປັນໜຶ່ງໃນບັນດາການນໍານໍາໜ້າໃນພາລະກິດສ້າງເສັ້ນທາງແຫ່ງການປະຕິວັດລາວ. ສະຫາຍ ພ້ອມກັບບັນພະບຸລຸດສະຫາຍອື່ນໆ ໄດ້ຈັດຕັ້ງ, ນຳພາຂະບວນການປະຕິວັດ ແລະຍາດເອົາໄຊຊະນະຢ່າງລຽນຕິດ, ນຳພາການປະຕິວັດລາວ ໄປສູ່ໄຊຊະນະສົມບູນ, ນຳພາປະເທດລາວ ກ້າວຂຶ້ນສູ່ເປົ້າໝາຍສັງຄົມນິຍົມຢ່າງເຂັ້ມແຂງເທື່ອລະກ້າວ. ສະຫາຍເປັນເພື່ອນທີ່ສະໜິດສະໜົມຂອງພັກ, ລັດ ແລະປະຊາຊົນຫວຽດນາມ, ຍາມໃດກໍ່ເອົາໃຈໃສ່ ແລະມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການກໍ່ສ້າງ, ປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃນຕະຫຼອດໄລຍະຜ່ານມາ.
ການຈາກໄປຂອງສະຫາຍແມ່ນການສູນເສຍຢ່າງໃຫຍ່ຫຼວງສໍາລັບປະເທດລາວ ແລະການພົວພັນຫວຽດນາມ-ລາວ.
ເພື່ອສະແດງຄວາມເສົ້າສະຫຼົດໃຈຕໍ່ສະຫາຍ ຄຳໄຕ ສີພັນດອນ ແລະບົນພື້ນຖານສາຍພົວພັນແບບພິເສດ ຫວຽດນາມ-ລາວ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດແຫ່ງ ສສ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ລັດຖະບານ ແຫ່ງ ສສ ຫວຽດນາມ ແລະຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕົກລົງຈັດຕັ້ງພິທີໄວ້ທຸກລະດັບຊາດ ເປັນເວລາ 2 ວັນ ນັບແຕ່ວັນທີ 4-5 ເມສາ 2025.
ໃນຕະຫຼອດໄລຍະເວລາໄວ້ທຸກ, ບັນດາອົງການຈັດຕັ້ງໃນທົ່ວປະເທດ ແລະບັນດາອົງການຕາງໜ້າຂອງຫວຽດນາມ ປະຈໍາ ຢູ່ຕ່າງປະເທດ ລົດທຸງລົງເຄິ່ງເສົາ, ບໍ່ຈັດຕັ້ງທຸກກິດຈະກຳມ່ວນຊື່ນທີ່ເປັນລັກສະນະມວນຊົນ.
ໂດຍ: ຈາງຫງວຽນ