ທີ່ການຕ້ອນຮັບ, ທ່ານ ໂຕເລິມ ຊົມເຊີຍການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານ Steven Daines, ຖືວ່າການຢ້ຽມຢາມມີຄວາມໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ-ອາເມລິກາ ໃຫ້ພັດທະນາອັນດີງາມ. ທ່ານເລຂາທິການໃຫຍ່ ຢືນຢັນວ່າ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ, ຊົມເຊີຍອາເມລິກາ ສືບຕໍ່ເພີ່ມທະວີການຮ່ວມມືກັບຫວຽດນາມ, ສະໜັບສະໜູນຫວຽດນາມ “ເຂັ້ມແຂງ, ເອກະລາດ, ເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນ”.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານ Steven David Daines ສະມາຊິກສະພາສູງ ອາເມລິກາ. ພາບ: ສໍານັກຂ່າວສານຫວຽນດາມ

ທ່ານ ໂຕເລິມ ຕີລາຄາສູງການພັດທະນາຂອງການພົວພັນລະຫວ່າງສອງປະເທດໃນໄລຍະ 30 ປີຜ່ານມາ; ຮັບຮູ້ໝາກຜົນອັນດີງາມທີ່ບັນລຸໄດ້ນັບແຕ່ເມື່ອຍົກລະດັບຂອບເຂດການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຈາກການເມືອງ, ການທູດ, ເສດຖະກິດ, ການຄ້າ ແລະການລົງທຶນ, ຈົນຮອດການສຶກສາ - ກໍ່ສ້າງ, ວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ.

ທ່ານ ໂຕເລິມ ຍົກອອກບາງທິດທາງແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງການພົວພັນລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ, ຕາມນັ້ນແລ້ວ, ເສດຖະກິດ, ການຄ້າ ແລະການລົງທຶນຄວນສືບຕໍ່ເປັນເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ, ສືບຕໍ່ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເປີດກວ້າງ ແລະເພີ່ມທະວີການຮ່ວມມືໃນຂົງເຂດທີ່ອາເມລິກາ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການຄື: ວິທະຍາສາດເຕັກໂນໂລຢີ, ນະວັດຕະກໍາ, ພະລັງງານ, ການຢາ, ກະສິກໍາ. ທ່ານເລຂາທິການໃຫຍ່ ສະແດງຄວາມຂອບໃຈຕໍ່ການນຳລັດຖະສະພາ ແລະພັກສາທາລະນະລັດ ແລະພັກປະຊາທິປະໄຕຢູ່ ອາເມລິກາ ທີ່ໄດ້ສະໜັບສະໜູນການພັດທະນາຂອງການພົວພັນລະຫວ່າງສອງຝ່າຍ, ສະເໜີໃຫ້ທ່ານ Steven David Daines ສືບຕໍ່ສະໜັບສະໜູນ, ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃຫ້ສືບຕໍ່ພັດທະນາຢ່າງກົມກຽວ, ຍືນຍົງ, ມີປະສິດທິຜົນ ແລະແທດຈິງກວ່າໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽນດາມ

ສ່ວນທ່ານ Steven David Daines ເຫັນດີກັບທິດທາງຂອງທ່ານເລຂາທິການໃຫຍ່ ກ່ຽວກັບການພົວພັນລະຫວ່າງສອງປະເທດ, ເນັ້ນໜັກເຖິງຄວາມປາດຖະໜາຢາກເພີ່ມທະວີການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ, ເປັນຕົ້ນແມ່ນດ້ານເສດຖະກິດ, ການຄ້າ, ໃນນັ້ນມີຜະລິດຕະພັນກະເສດ ແລະການຮ່ວມມືດ້ານພະລັງງານ.

ທ່ານ Steven David Daines  ສະແດງຄວາມຂອບໃຈຕໍ່ການຮ່ວມມືຂອງບັນດາກຳລັງປະຕິບັດກົດໝາຍຂອງຫວຽດນາມ ໃນຄວາມມານະພະຍາຍາມຕ້ານ ແລະສະກັດກັ້ນຢາເສບຕິດ; ປາດຖະໜາວ່າຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນຂົງເຂດດັ່ງກ່າວກໍຄືໃນການປ້ອງກັນ ແລະຕ້ານການອົບພະຍົບຜິດກົດໝາຍ.

ໂດຍ: ທູຈາງ