ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຊົມເຊີຍຄະນະວິສາຫະກິດ USABC ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງ 30 ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະສອງປີແຫ່ງວັນຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານເລຂາທິການໃຫຍ່ ຕີລາຄາສູງບົດບາດ ແລະການປະກອບສ່ວນແທດຈິງຂອງປະຊາຄົມວິສາຫະກິດອາເມລິກາ ເວົ້າລວມ ແລະວິສາຫະກິດ USABC ເວົ້າສະເພາະໃນການຊຸກຍູ້ການເພີ່ມທະວີການຮ່ວມມື, ລົງທຶນ, ດໍາເນີນທຸລະກິດ ຫວຽດນາມ-ອາເມລິກາ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານ Ted Osius ປະທານ ທັງເປັນຜູ້ອໍານວຍການໃຫຍ່ສະພາດໍາເນີນທຸລະກິດ ອາເມລິກາ-ອາຊຽນ. ພາບ: ຟ້າມກຽນ

ທ່ານເລຂາທິການໃຫຍ່ ຢືນຢັນວ່າ ຫວຽດນາມ ຖືອາເມລິກາ ແມ່ນຄູ່ຮ່ວມມືມີຄວາມສໍາຄັນຍຸດທະສາດ, ໃນນັ້ນການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແລະວິທະຍາສາດ, ເຕັກໂນໂລຢີສືບຕໍ່ແມ່ນພື້ນຖານ ແລະກໍາລັງໜູນຊຸກຍູ້ການພົວພັນສອງຝ່າຍ; ປາດຖະໜາຢາກພ້ອມກັບອາເມລິກາ ສືບຕໍ່ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ນັບມື້ນັບແທດຈິງ, ເຂົ້າສູ່ລວງເລິກ, ໃນນັ້ນສືບຕໍ່ຊຸກຍູ້ການຮ່ວມມືເສດຖະກິດ-ການຄ້າ-ການລົງທຶນໃຫ້ພັດທະນາສະຖຽນລະພາບ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະວິສາຫະກິດສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ການພັດທະນາຂອງການພົວພັນ ຫວຽດນາມ-ອາເມລິກາ ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງການພັດທະນາຂອງການພົວພັນຂອງອາເມລິກາ ກັບອາຊຽນ, ສະເໜີ USABC ຮ່ວມເດີນທາງພ້ອມກັບອາຊຽນ, ຊຸກຍູ້ປັບປຸງຄວາມສາມັກຄີ, ການຮ່ວມມື, ພັດທະນາ ແລະວັດທະນາຖາວອນຂອງອາຊຽນ, ຕະຫຼາດໃຫຍ່ທີ່ຍັງມີຄວາມສາມາດບ່ົມຊ້ອນຫຼາຍກໍ່ແມ່ນໂອກາດສຳລັບວິສາຫະກິດບັນດາປະເທດ, ໃນນັ້ນມີ ອາເມລິກາ.

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ Ted Osius ແລະຜູ້ຕາງໜ້າບັນດາກຸ່ມບໍລິສັດຢືນຢັນວ່າ ໄດ້ມານະພະຍາຍາມປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນ ຫວຽດນາມ-ອາເມລິກາ; ສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່, ຊີ້ນໍາຂອງການນໍາຂັ້ນສູງຫວຽດນາມ ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ, ນໍາພາ ແລະວິໄສທັດຍຸດທະສາດຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະການນໍາຫວຽດນາມ, ຫວຽດນາມ ຈະບັນລຸໄດ້ບັນດາເປົ້າໝາຍພັດທະນາທີ່ໄດ້ວາງອອກ; ຢືນຢັນວ່າຈະສືບຕໍ່ສະໜັບສະໜູນ, ຮ່ວມເດີນທາງກັບຫວຽດນາມ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາໃນໄລຍະໃໝ່.

ໂດຍ: ໄຊນີດາ