ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ທຸກຂັ້ນ ແລະລະຫວ່າງການນຳສະພາແຫ່ງຊາດສອງປະເທດ, ສະໜັບສະໜູນການເປີດກວ້າງການຮ່ວມມືສອງຝ່າຍໃນເສົາຄໍ້າດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ-ການລົງທຶນ, ກະສິກຳ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ.

leftcenterrightdel
ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Om Birla ປະທານສະພາຕໍ່າອິນເດຍ. ພາບ: mofa.gov.vn

ສ່ວນທ່ານປະທານສະພາຕໍ່າ Om Birla ຕີລາຄາສູງ ແລະເຫັນດີເປັນເອກະພາບຕໍ່ຄຳເຫັນຂອງທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ກ່ຽວກັບການຊຸກຍູ້ການຄ້າ ແລະການລົງທຶນກວ່າອີກ, ເພື່ອມຸ່ງໄປເຖິງເປົ້າໝາຍຍົກວົງເງິນການຄ້າສອງສົ້ນໃຫ້ບັນລຸ 20 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ, ຜັນຂະຫຍາຍມາດຕະການແນໃສ່ເປີດກວ້າງຕະຫຼາດກວ່າອີກ; ເພີ່ມທະວີການຮ່ວມມືດ້ານກະສິກຳ ເຊິ່ງແມ່ນຂົງເຂດທີ່ສອງປະເທດມີຫຼາຍຈຸດທີ່ຄ້າຍຄືກັນ; ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ເພີ່ມທະວີການທ່ອງທ່ຽວ, ເສັ້ນທາງ, ຜະລິດຕະພັນການທ່ອງທ່ຽວ ແລະການເຊື່ອມຕໍ່ການບິນລະຫວ່າງສອງປະເທດ.

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດກວ່າອີກ, ຊຸກຍູ້ການແລກປ່ຽນລະຫວ່າງຄະນະກໍາມະການຮັບຜິດຊອບຂອງສະພາແຫ່ງຊາດ ແນໃສ່ແລກປ່ຽນປະສົບການໃນການສ້າງກົດໝາຍ, ພິເສດແມ່ນປະສົບການໃນການຫັນເປັນດີຈີຕອນ, ກໍ່ສ້າງສະພາແຫ່ງຊາດດີຈີຕອນ, ຍູ້ແຮງການນຳໃຊ້ເຕັກໂນໂລຢີ ແລະຫັນເປັນດີຈີຕອນໃນການຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ.

ທ່ານປະທານສະພາຕໍ່າ Om Birla ໃຫ້ຮູ້ວ່າ ສະພາຕໍ່າອິນເດຍ ຈະສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ອິນເດຍ-ຫວຽດນາມ; ໂດຍໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ບໍາລຸງສ້າງພະນັກງານນິຕິບັນຍັດ ແລະເຊື້ອເຊີນຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄປແລກປ່ຽນ ແລະແບ່ງປັນປະສົບການຢູ່ອິນເດຍ.

* ວັນດຽວກັນ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ກໍ່ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບອົງການກວດສອບບັນຊີ ແລະກວດກາອິນເດຍ.

ໂດຍ: ເຈິ່ນຮວ່ຽນ