ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ເລແທງໂດ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ແຂວງດ້ຽນບຽນ ໄດ້ສົມທົບກັບສະຖານທູດຝຣັ່ງ ປະຈຳ ຫວຽດນາມ ໃນຂົງເຂດວັດທະນະທຳ ແລະທ່ອງທ່ຽວ ແລະບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ. ໃນຂົງເຂດກະສິກຳ ແລະສິ່ງແວດລ້ອມ, ແຂວງດ້ຽນບຽນ ພວມຜັນຂະຫຍາຍການປະຕິບັດໂຄງການຄຸ້ມຄອງໄພພິບັດຢູ່ເຂດຫຼົ້ງແມ່ນ້ຳນໍ້າຣົ໊ມດ້ວຍແຫຼ່ງທຶນ ODA ຂອງອົງການພັດທະນາຝຣັ່ງ (AFD).

ແຂວງດ້ຽນບຽນ ພວມຕັ້ງໜ້າສົມທົບກັບ AFD ປັບປຸງລະບຽບການ ເຊັນອະນຸມັດອຸປະຖໍາໃຫ້ແກ່ໂຄງການ “ຄຸ້ມຄອງສັງລວມແຫຼ່ງນ້ຳ, ເພື່ອແນໃສ່ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ, ປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ ແລະພັດທະນາເສດຖະກິດ - ສັງຄົມໃນບໍລິເວນເມືອງ ຕ໊ວນຢ໊າວ”, ດ້ວຍຍອດຈຳນວນເງິນລົງທຶນແມ່ນເກືອບ 1.390 ຕື້ດົ່ງ, ຄາດວ່າຈະປະຕິບັດແຕ່ປີ 2026 ຫາປີ 2028.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ຍາມໃດກໍ່ມານະພະຍາຍາມເພື່ອຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງກັບບັນດາອົງການ, ອົງການຈັດຕັ້ງຂອງຝຣັ່ງ ໃຫ້ນັບມື້ນັບພັດທະນາ, ແຂວງດ້ຽນບຽນ ປາດຖະໜາວ່າ ສະຖານທູດຝຣັ່ງ ສືບຕໍ່ແນະນຳກ່ຽວກັບທ່າແຮງບົ່ມຊ້ອນ ແລະທ່າແຮງຂອງແຂວງດ້ຽນບຽນ ໃຫ້ບັນດາບຸກຄົນ, ອົງການຈັດຕັ້ງ, ນັກລົງທຶນຢູ່ຝຣັ່ງ ເພື່ອລະດົມການສະໜັບສະໜູນ, ອຸປະຖໍາ ໃຫ້ແຂວງ ດ້ຽນບຽນ ດ້ວຍຫຼາຍໂຄງການ ກ່ວາອີກ.

ປາດຖະໜາວ່າສະຖານທູດຝະລັ່ງ ຈະເປັນຂົວຕໍ່ແນະນຳບັນດາຄູ່ຮ່ວມມື ເພື່ອໃຫ້ຄຳປຶກສາ ແລະໜູນຊ່ວຍແຂວງ ດ້ຽນບຽນ ໃນການຍົກສູງຄຸນນະພາບວາງແຜນລະບົບໄຟຟ້າເຍືອງທາງໃນຕົວເມືອງ; ໜູນຊ່ວຍແລກປ່ຽນບົດຮຽນປະສົບການໃນການອະນຸລັກຮັກສາ ແລະວາງສະແດງບັນດາວັດຖຸພັນໃນຫໍພິພິທະພັນກາງແຈ້ງເຊັ່ນ: ອາວຸດຍຸດໂທປະກອນ, ພາຫະນະການທະຫານຂະໜາດໃຫຍ່...

ພ້ອມກັນນັ້ນ, ແຂວງ ດ້ຽນບຽນ ກໍ່ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍ ແລະສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ບັນດາວິສາຫະກິດ ແລະນັກລົງທຶນຝຣັ່ງ ມາສຳຫຼວດ, ຄົ້ນຄວ້າ ແລະຜັນຂະຫຍາຍບັນດາໂຄງການລົງທຶນ, ຮ່ວມມືໃນຂົງເຂດວັດທະນະທຳ, ທ່ອງທ່ຽວ ... ຢູ່ແຂວງ ດ້ຽນບຽນ.

ສ່ວນທ່ານ Olivier Brochet ຢືນຢັນວ່າ ດ້ວຍຄວາມປາດຖະໜາຢາກຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື, ມິດຕະພາບໃນທຸກຂົງເຂດລະຫວ່າງສາທາລະນະລັດ ຝຣັ່ງ ແລະ ຫວຽດນາມ ເວົ້າລວມ ແລະກັບແຂວງ ດ້ຽນບຽນ ເວົ້າສະເພາະ ແລະດ້ວຍການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງແຂວງ ດ້ຽນບຽນ ແລະບັນດາຄູ່ຮ່ວມມືຂອງ ສ ຝຣັ່ງ, ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເພີ່ມພູນຄູນສ້າງ, ສະໜັບສະໜູນ ແລະໄວ້ເນື້ອເຊື່ອໃຈຕໍ່ແງ່ຫວັງການພົວພັນຮ່ວມມືພັດທະນາໃນອະນາຄົດ.

ໂດຍ: ທະນາພອນ