ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມການເຮັດວຽກ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຢາມເຂດວາງສະແດງຜະລິດຕະພັນອຸດສາຫະກໍາເຕັກໂນໂລຊີສູງຂອງ Viettel. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະຜ່ານມາ, ບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດ, ນໍາໜ້າແມ່ນກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ແລະກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ບັນລຸໄດ້ໝາກຜົນບຸກທະລຸຫຼາຍຢ່າງໃນການປະຕິບັດໜ້າທີ່ຈຸດສຸມໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ, ຂຶ້ນກັບຂົງເຂດປ້ອງກັນຊາດທີ່ ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ມອບໃຫ້; ຍົກສູງກໍາລັງບົ່ມຊ້ອນດ້ານປ້ອງກັນຊາດຂອງປະເທດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຢ້ຽມຢາມ ແລະເຮັດວຽກກັບກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ  ຮັບຮູ້, ຍ້ອງຍໍຊົມເຊີຍ, ຕີລາຄາສູງໝາກຜົນທີ່ບັນລຸໄດ້, ໂດຍສະເພາະແມ່ນບາດກ້າວພັດທະນາກະໂດດຂັ້ນຂອງອຸດສາຫະກໍາປ້ອງກັນຊາດໃນໄລຍະຜ່ານມາ; ຖືວ່າ ຜະລິດຕະພັນອຸດສາຫະກໍາປ້ອງກັນຊາດໂດຍ ກອງທັບປະຊາຊົນຫວຽດນາມ ຄົ້ນຄວ້າ ແລະພັດທະນາເອງ, ພິເສດແມ່ນບັນດາຜະລິດຕະພັນຍຸດທະສາດໄດ້, ພວມ ແລະຈະປະກອບສ່ວນສ້າງພື້ນຖານເພື່ອກໍ່ສ້າງພື້ນຖານອຸດສາຫະກໍາປ້ອງກັນຊາດຫວຽດນາມ ຢ່າງເປັນເຈົ້າການ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໃຊ້ໄດ້ສອງຢ່າງ, ທັນສະໄໝ; ເສີມຂະຫຍາຍກໍາລັງແຮງພາຍໃນແມ່ນປັດໄຈຕັດສິນ; ສະໜິດຕິດພັນຢ່າງແໜ້ນແຟ້ນ ແລະກາຍເປັນປາຍແຫຼມຂອງອຸດສາຫະກໍາແຫ່ງຊາດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຮັດວຽກກັບກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟ້າມມິງຈີ້ງ ຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ຜັນຂະຫຍາຍປະຕິບັດບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ, ລັດ ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ ແລະພັດທະນາວິທະຍາສາດ-ເຕັກໂນໂລຊີ ໃຫ້ເປັນຢ່າງດີ, ພິເສດແມ່ນມະຕິເລກທີ 08-NQ/TW ລົງວັນທີ 26 ມັງກອນ 2022 ຂອງກົມການເມືອງ (ຊຸດທີ XIII) ກ່ຽວກັບການຍູ້ແຮງການພັດທະນາອຸດສາຫະກໍາປ້ອງກັນຊາດຮອດປີ 2030 ແລະຊຸມປີຕໍ່ໜ້າ ແລະມະຕິເລກທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ ແລະຫັນເປັນດີຈີຕອນແຫ່ງຊາດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ການນໍາກະຊວງປ້ອງກັນປະເທດ ແລະກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ເຂົ້າຮ່ວມການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ບົນພື້ນຖານການຕີລາຄາບັນດາໝາກຜົນ, ບົດຮຽນຂອງປີ 2024, ບັນດາກະຊວງ, ຂະແໜງການສືບຕໍ່ສົມທົບກັບກະຊວງປ້ອງກັນປະເທດເສີມຂະຫຍາຍກໍາລັງແຮງສັງລວມພັດທະນາອຸດສາຫະກໍາປ້ອງກັນຊາດທີ່ທັນສະໄໝ, ກາຍເປັນປາຍແຫຼມຂອງອຸດສາຫະກໍາແຫ່ງຊາດ, ຮັບໃຊ້ຢ່າງມີປະສິດທິຜົນບັນດາເປົ້າໝາຍ, ໜ້າທີ່ປົກປັກຮັກສາ ແລະສ້າງສາປະເທດໃນສັງກາດໃໝ່, ວັດທະນາຖາວອນ, ຈະເລີນຮຸ່ງເຮືອງ, ເພື່ອຄວາມກ້າວໜ້າທາງສັງຄົມ ແລະຄວາມຜາສຸກຂອງປະຊາຊົນ. ໃນນັ້ນຄົ້ນຄວ້າ, ເປັນເຈົ້າຂອງພາຫະນະ, ອຸປະກອນເຕັກໂນໂລຊີທີ່ທັນສະໄໝ, ສືບຕໍ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ຈັດຕັ້ງການຜະລິດໃຫ້ເປັນມືອາຊີບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະພັດທະນາໃໝ່.

ໂດຍ: ໄຊຊະນະ