ການພົວພັນຫວຽດນາມ - ຍີ່ປຸ່ນ ສືບຕໍ່ພັດທະນາຮອບດ້ານຢ່າງບໍ່ຢຸດຢັ້ງ
ກປ.ອອນໄລ - ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຖືວ່າ ການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມພັດທະນາຮອບດ້ານຢ່າງບໍ່ຢຸດຢັ້ງ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບສູງ. ການຮ່ວມມືດ້ານເສດຖະກິດແມ່ນເສົາຄ້ຳຫຼັກຂອງການພົວພັນສອງຝ່າຍ.
ວັນທີ 13 ມີນາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Takebe Tsutomu, ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ-ຫວຽດນາມ, ທ່ານ ເລແທ່ງລອງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ຕີລາຄາສູງ ແລະສະແດງຄວາມຂອບໃຈຕໍ່ການປະກອບສ່ວນ, ຄວາມສຸດໃຈຂອງທ່ານ Takebe ໃນການຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະຍີ່ປຸ່ນ.
ທ່ານຮອງນາຍົກລັດຖະມົນຕີ ຖືວ່າ ການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມພັດທະນາຮອບດ້ານຢ່າງບໍ່ຢຸດຢັ້ງ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບສູງ. ການຮ່ວມມືດ້ານເສດຖະກິດແມ່ນເສົາຄ້ຳຫຼັກຂອງການພົວພັນສອງຝ່າຍ. ປະຊາຄົມຊາວ ຫວຽດນາມ ທີ່ດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ ຍີ່ປຸ່ນ ແມ່ນປະມານ 600.000 ຄົນ ພ້ອມດ້ວຍຊາວ ຍີ່ປຸ່ນ ອາໄສຢູ່ຫວຽດນາມ 23.000 ກວ່າຄົນໄດ້ ແລະພວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງແຕ່ລະປະເທດ, ພ້ອມກັນນັ້ນກໍ່ເປັນຂົວຕໍ່ຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດກວ່າອີກ.
    |
 |
ທ່ານ ເລແທ່ງລອງ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Takebe Tsutomu, ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ. ພາບ: baochinhphu.vn |
ສ່ວນທ່ານ Takebe Tsutomu ກໍ່ໄດ້ສະເໜີບາງມາດຕະການລະອຽດ ເພື່ອຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະຍີ່ປຸ່ນ; ໃນນັ້ນມີການພັດທະນາມະຫາວິທະຍາໄລຫວຽດນາມ - ຍີ່ປຸ່ນ ເຊິ່ງແມ່ນໂຄງການທີ່ມີຄວາມໝາຍເປັນສັນຍາລັກຂອງການພົວພັນຮ່ວມມືລະຫວ່າງສອງປະເທດ. ທ່ານ Takebe Tsutomu ໃຫ້ຮູ້ວ່າ ລັດຖະບານຍີ່ປຸ່ນ ໄດ້ເອົາໃຈໃສ່ເຖິງໂຄງການນີ້, ປາດຖະໜາຢາກບຳລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດບໍ່ພຽງແຕ່ຮັບໃຊ້ການພັດທະນາຂອງສອງປະເທດເທົ່ານັ້ນ ຫາກຍັງນັບທັງພາກພື້ນ ແລະໃນໂລກອີກດ້ວຍ.
ໂດຍ: ທະນາພອນ