ທີ່ການພົບປະກັບທ່ານເລຂາທິການໃຫຍ່ ໂຕເລິມ (ວັນທີ 12 ມີນາ), ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ໄດ້ແບ່ງປັນວ່າ ນີ້ແມ່ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທຳອິດທີ່ປະເທດນີ້ໄດ້ສ້າງຕັ້ງກັບປະເທດອາຊຽນ. ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກອອກທິດທາງໃຫຍ່ ແລະມອບໃຫ້ບັນດາອົງການ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງສ້າງໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຈາກນັ້ນ, ນໍາການພົວພັນພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ, ສຸມໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ພ້ອມທັງເປີດກວ້າງ ແລະເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ກໍ່ຄືຊຸກຍູ້ການຮ່ວມມືດ້ານການຫັນປ່ຽນດີຈີຕອນ, ນະວັດຕະກຳ, ເສດຖະກິດສີຂຽວ, ພະລັງງານສະອາດເລິກເຊິ່ງຂຶ້ນຕື່ມ...

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່  ແລະທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ ທີ່ການພົບປະ ແລະກ່າວຄໍາເຫັນກັບສື່ມວນຊົນ. ພາບ: ສໍານັກຂ່າວສານ ຫວຽດນາມ

ແລະກໍ່ໃນວັນດຽວກັນ, ໃນບັນຊີເຟສບຸກສ່ວນຕົວ, ທ່ານນາຍົກລັດຖະມົນຕີ Lawrence Wong ຂຽນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ມີຄວາມໝາຍເປັນພິເສດ, ຍ້ອນວ່າ ສິງກະໂປ ກຳລັງສະເຫຼີມສະຫຼອງ 60 ປີແຫ່ງວັນປະກາດເອກະລາດ ແລະຫວຽດນາມ ກໍ່ກຳລັງສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ. ເລື່ອງສອງປະເທດຖະແຫຼງການຍົກລະດັບການພົວພັນສອງຝ່າຍເປັນການຢືນຢັນຄຳໝັ້ນສັນຍາລວມຂອງສອງປະເທດໃນການຮ່ວມມືໃນບັນດາຂົງເຂດທີ່ຫາກໍ່ພົ້ນເດັ່ນ, ຄື: ພະລັງງານຜະລິດຄືນໃໝ່, ໜ່ວຍກິດກາກບອນ ແລະການຫັນເປັນດີຈີຕອນ.

ໃນຂະນະນັ້ນ, ຫຼາຍສໍານັກຂ່າວສານ, ໜັງສືພິມຂອງສິງກະໂປ, ຄື: Straits Times, CNA, Business Times... ກໍ່ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ນັບມື້ນັບສູງ ແລະເລື່ອງຫວຽດນາມ ກັບສິງກະໂປ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໄດ້ສ້າງຂີດໝາຍປະຫວັດສາດໃນການພົວພັນສອງປະເທດ.

ໂດຍ: ເຈິ່ນຮວ່ຽນ