ຍົກລະດັບການຮ່ວມມື ຫວຽດນາມ-ສິງກະໂປ ຂຶ້ນສູ່ລະດັບສູງໃໝ່

ທ່ານນາຍົກລັດຖະມົນຕີ Lawrence Wong ຢັ້ງຢືນວ່າ ການຢ້ຽມຢາມເປັນຂີດໝາຍສໍາຄັນໃນການພົວພັນສອງປະເທດ; ເນັ້ນໜັກວ່າ ສິງກະໂປ ແລະຫວຽດນາມ ມີການພົວພັນດ້ານການເມືອງ, ເສດຖະກິດ, ການພົບປະແລກປ່ຽນປະຊາຊົນຢ່າງໜັກແໜ້ນ, ແບ່ງປັນຜົນປະໂຫຍດລວມ ແລະຜົນປະໂຫຍດຍຸດທະສາດກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນ.

ທ່ານ ໂຕເລິມ ເນັ້ນໜັກວ່າ ການຢ້ຽມຢາມປະກອບສ່ວນສໍາຄັນເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນ, ເປີດໂອກາດຮ່ວມມືອັນໃຫຍ່ຫຼວງ, ເຮັດໃຫ້ເລິກເຊິ່ງກວ່າ ແລະຍົກລະດັບການຮ່ວມມືລະຫວ່າງສອງປະເທດ ຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະໃນໂລກ; ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບ ສິງກະໂປ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ Lawrence Wong ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສິງກະໂປ, ເລຂາທິການໃຫຍ່ພັກກະທໍາປະຊາຊົນສິງກະໂປ (PAP) ທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ.

ບົນພື້ນຖານຜົນງານອັນໃຫຍ່ຫຼວງໃນ 5 ກວ່າທົດສະວັດ ນັບແຕ່ສ້າງຕັ້ງການພົວພັນທາງການທູດເມື່ອປີ 1973, ການນໍາສອງທ່ານ ເຫັນດີຍົກລະດັບການພົວພັນສອງປະເທດ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນຂີດໝາຍປະຫວັດສາດໃນການພົວພັນສອງປະເທດ, ເປີດໜ້າປະຫວັດສາດໃໝ່ດ້ວຍວິໄສທັດອັນຍາວນານ ແລະຮອບດ້ານກວ່າ.

ສອງຝ່າຍເຫັນດີເປັນເອກະພາບວາງອອກທິດທາງໃຫຍ່, ມອບໃຫ້ບັນດາອົງການ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ສ້າງແຜນດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະນໍາການພົວພັນໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ສຸມໃສ່ເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ເປີດກວ້າງ ແລະເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນເລິກເຊິ່ງຂຶ້ນຕື່ມ; ຊຸກຍູ້ການຮ່ວມມືກ່ຽວກັບການຫັນເປັນດີຈີຕອນ, ນະວັດຕະກໍາ, ເສດຖະກິດສີຂຽວ, ພະລັງງານສະອາດ; ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທໍາ, ການສຶກສາ, ການທ່ອງທ່ຽວ ແລະພົບປະແລກປ່ຽນປະຊາຊົນ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານນາຍົກລັດຖະມົນຕີ Lawrence Wong ກ່າວຄໍາເຫັນຕໍ່ສື່ມວນຊົນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບບັນດາບັນຫາພາກພື້ນ, ສອງຝ່າຍເຫັນດີເພີ່ີມທະວີຄວາມສາມັກຄີອາຊຽນ, ເອົາໃຈໃສ່ທີ່ເໝາະສົມໃຫ້ແກ່ການພັດທະນາແບບຍືນຍົງຂອງບັນດາອະນຸພາກພື້ນ, ໃນນັ້ນມີ ອະນຸພາກພື້ນແມ່ນໍ້າຂອງ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນ ແລະພັດທະນາແບບຍືນຍົງ, ເສີມຂະຫຍາຍບົດບາດໃຈກາງຢູ່ພາກພື້ນ. ການນໍາສອງທ່ານ ກໍຢັ້ງຢືນຕັດສິນໃຈກໍ່ສ້າງທະເລຕາເວັນອອກ ກາຍເປັນເຂດທະເລສັນຕິພາບ, ຮ່ວມມື ແລະພັດທະນາ, ພ້ອມກັບບັນດາປະເທດອາຊຽນ ຊຸກຍູ້ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທ້ຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ສິ້ນສຸດການພົບປະສອງຝ່າຍ, ການນໍາສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມືໃນຂົງເຂດການຄ້າໄຟຟ້າແຮງລົມ, ຫັນເປັນດີຈີຕອນ, ສະກັດກັ້ນ, ຕໍ່ສູ້ຕ້ານອາດຊະຍາກໍາຂ້າມຊາດ, ປ່ຽນແປງໃໝ່ການເງິນ..., ສ້າງພື້ນຖານສໍາຄັນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສິງກະໂປ ໃນໄລຍະຈະມາເຖິງ. ພາຍຫຼັງການພົບປະສອງຝ່າຍ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານນາຍົກລັດຖະມົນຕີ Lawrence Wong ເປັນປະທານການປະຊຸມຂ່າວ ເພື່ອແຈ້ງຜົນການພົບປະສອງຝ່າຍ.

ຫວຽດນາມ ແລະສິງກະໂປ ແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນ

ຕອນບ່າຍວັນທີ 12 ມີນາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບທ່ານ Tharman Shanmugaratnam ປະທານາທິບໍດີ ສິງກະໂປ. ທ່ານ Tharman Shanmugaratnam ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານ ໂຕເລິມ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສໍາຄັນພິເສດ, ດ້ວຍການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊ່ວຍເປີດໜ້າປະຫວັດສາດໃໝ່ໃນການພົວພັນສອງຝ່າຍໃນຈຸດເວລາທີ່ມີຄວາມໝາຍສໍາຄັນຂອງສອງປະເທດ, ສ້າງແຫຼ່ງພະລັງ ແລະຄວາມເບີກບານມ່ວນຊື່ນໃໝ່ໃຫ້ແກ່ປະຊາຊົນ ແລະວິສາຫະກິດສອງປະເທດ. ທ່ານ Tharman Shanmugaratnam ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຮັກສາທີ່ຕັ້ງແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດໃນພາກພື້ນ, ດ້ວຍລະດັບເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ທີ່ໜ້າປະທັບໃຈ, ສະພາບແວດລ້ອມແຫ່ງການລົງທຶນທີ່ສ້າງຄວາມດຶງດູດ ແລະຖານະບົດບາດສາກົນ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານ Tharman Shanmugaratnam ປະທານາທິບໍດີ ສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ໂຕເລິມ ຊົມເຊີຍສິງກະໂປ ຮັກສາທ່າເຕີບໂຕປະທັບໃຈ ແລະມີຫຼາຍນະໂຍບາຍທີ່ຖືກຕ້ອງເພື່ອໜູນຊ່ວຍປະຊາຊົນ, ໂດຍສະເພາະແມ່ນຜູ້ທີ່ມີລາຍຮັບຕໍ່າ; ເຫັນດີຕໍ່ບັນດາຄໍາເຫັນຂອງທ່ານ Tharman Shanmugaratnam ກ່ຽວກັບເລື່ອງສອງປະເທດເພີ່ມທະວີຄວາມສາມັກຄີ, ການຮ່ວມມືນໍາກັນ ແລະກັບບັນດາປະເທດອາຊຽນ ເພື່ອຍົກສູງຄວາມສາມາດ, ກຸ້ມຕົນເອງ, ເປັນເຈົ້າຕົນເອງເພື່ອຮັບມືກັບສິ່ງທ້າທາຍຈາກພາຍນອກ; ແລກປ່ຽນກ່ຽວກັບທິດທາງໃຫຍ່ ແລະມາດຕະການລະອຽດເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ສ້າງຕັ້ງ, ໃນນັ້ນມີການນໍາສອງປະເທດ ກາຍເປັນຄູ່ຮ່ວມມືນໍາໜ້າໃນພາກພື້ນກ່ຽວກັບການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ, ຫັນເປັນດີຈີຕອນ ແລະພະລັງງານ, ເຕັກໂນໂລຊີໃໝ່, ປັນຍາປະດິດ.

ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນ, ການນໍາສອງທ່ານ ສະແດງຄວາມເພິ່ງພໍໃຈເມື່ອເຫັນວ່າ ສອງປະເທດແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນ ແລະມີການປະສານສົມທົບກັນຢ່າງຕັ້ງໜ້າ, ມີທ່າແຮງເພີ່ມເຕີມໃຫ້ກັນ, ພ້ອມກັນສູ້ຊົນເພື່ອຮັບປະກັນສະພາບແວດລ້ອມສະຖຽນລະພາບ ແລະພັດທະນາແບບຍືນຍົງໃນພາກພື້ນ.

* ຕອນບ່າຍວັນທີ 12 ມີນາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບ ທ່ານ Seah Kian Peng ປະທານສະພາແຫ່ງຊາດ ສິງກະໂປ.

ທ່ານ Seah Kian Peng ໃຫ້ຮູ້ວ່າ ສະພາແຫ່ງຊາດສິງກະໂປ ມີການພົວພັນຮ່ວມມືອັນດີງາມ,ແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ຜ່ານການຢ້ຽມຢາມຂັ້ນສູງ; ເນັ້ນໜັກວ່າໃນຂອບເຂດການພົວພັນໃໝ່, ສອງຝ່າຍຕ້ອງເພີ່ມທະວີການພົວພັນລະຫວ່າງພັກ, ລັດ, ສະພາແຫ່ງຊາດ, ປະຊາຊົນ ແລະວິສາຫະກິດ, ສ້າງພື້ນຖານ ແລະປະກອບສ່ວນສ້າງການພົວພັນສອງປະເທດໃນອະນາຄົດ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາຂອງການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ສິງກະໂປ-ຫວຽດນາມ; ຢັ້ງຢືນວ່າ ສິງກະໂປ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ບໍາລຸງສ້າງຊັບພະຍາກອນມະນຸດ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານ Seah Kian Peng ປະທານສະພາແຫ່ງຊາດ ສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະປາດຖະໜາຢາກນໍາການພົວພັນລະຫວ່າງສອງປະເທດ ໃຫ້ພັດທະນາຢ່າງເລິກເຊິ່ງ, ຮອບດ້ານ, ສົມກັບຂອບການພົວພັນທີ່ຫາກໍ່ສ້າງຕັ້ງ; ຊົມເຊີຍສິງກະໂປ ກ່ຽວກັບບັນດາຜົນງານທີ່ກະໂດດຂັ້ນໃນທຸກດ້ານ, ເປັນແບບຢ່າງເພື່ອໃຫ້ບັນດາປະເທດອາຊຽນ ປະຕິບັດຕາມ.

ການນໍາສອງທ່ານ ເຫັນດີຕີລາຄາວ່າ ຫວຽດນາມ ແລະສິງກະໂປ ແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບຄຸນຄ່າ, ວັດທະນະທໍາ, ວິໄສທັດໃນການພັດທະນາ ແລະຫຼັກໝັ້ນລວມກ່ຽວກັບຫຼາຍບັນຫາພາກພື້ນ ແລະສາກົນ.

ພ້ອມກັບອາຊີຕາເວັນອອກສ່ຽງໃຕ້ ສ້າງຜົນສຳເລັດໃນສະຕະວັດ ທີ 21

ຕອນບ່າຍວັນທີ 12 ມີນາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມໂຮງຮຽນນະໂຍບາຍສາທາລະນະ Lee Kuan Yew (ມະຫາວິທະຍາໄລແຫ່ງຊາດ ສິງກະໂປ) ແລະມີບົດກ່າວຄໍາເຫັນ ດ້ວຍຫົວຂໍ້ “ນະໂຍບາຍພັດທະນາວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ ແລະຫັນເປັນດີຈີຕອນຂອງຫວຽດນາມ ໃນສັງກາດໃໝ່ ແລະໂອກາດຮ່ວມມື ຫວຽດນາມ-ສິງກະໂປ”. ທ່ານ ໂຕເລິມ ໃຫ້ຮູ້ວ່າ ຫວຽດນາມ ຖື ວິທະຍາສາດ-ເຕັກໂນໂລຊີ ແລະນະວັດຕະກໍາ ແມ່ນກໍາລັງໜູນຫຼັກແຫຼ່ງໃຫ້ແກ່ການພັດທະນາປະເທດ. ເປົ້າໝາຍຂອງຫວຽດນາມ ຮອດປີ 2030 ຈະກາຍເປັນປະເທດອຸດສາຫະກໍາທີ່ທັນສະໄໝ ແລະຮອດປີ 2045 ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄໍາເຫັນກ່ຽວກັບນະໂຍບາຍທີ່ໂຮງຮຽນນະໂຍບາຍສາທາລະນະ Lee Kuan Yew. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ແລະສິງກະໂປ ມີຫຼາຍຈຸດທີ່ຄ້າຍຄືກັນ ແລະເພີ່ມເຕີມໃຫ້ກັນ. ສິງກະໂປ ມີທ່າແຮງກ່ຽວກັບເຕັກໂນໂລຊີທີ່ກ້າວໜ້າ, ບົດຮຽນຄຸ້ມຄອງ ແລະແຫຼ່ງເງິນລົງທຶນ, ໃນຂະນະນັ້ນ ຫວຽດນາມ ມີທ່າໄດ້ປຽບກ່ຽວກັບຊັບພະຍາກອນມະນຸດທີ່ອຸດົມສົມບົນ, ຕະຫຼາດທີ່ກວ້າງໃຫຍ່ ແລະຄວາມສາມາດບົ່ມຊ້ອນພັດທະນາອັນໃຫຍ່ຫຼວງ. ນີ້ແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ດ້ວຍຄວາມໝາຍນັ້ນ, ທ່ານ ໂຕເລິມ ສະເໜີບາງຂົງເຂດຈຸດສຸມທີ່ສອງປະເທດ ສາມາດຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ ຄື ເພີ່ມທະວີການຮ່ວມມືໃນບັນດາໂຄງການຄົ້ນຄວ້າວິທະຍາສາດ; ຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານລະຫວ່າງບັນດາສະຖາບັນຄົ້ນຄວ້າ ແລະມະຫາວິທະຍາໄລ ທີ່ບັນລຸມາດຕະຖານສາກົນ. ຮ່ວມມືປ່ຽນແປງໃໝ່ປະດິດສ້າງ  ເພື່ອສາມາດຂຸດຄົ້ນ ແລະເພີ່ມເຕີມທ່າແຮງຂອງແຕ່ລະຝ່າຍ, ຜ່ານນັ້ນສ້າງຄຸນຄ່າບຸກທະລຸ.

ທ່ານ ໂຕເລິມ ເຊື່ອໝັ້ນວ່າ ດ້ວຍວິໄສທັດຍຸດທະສາດ, ຄວາມຕັດສິນໃຈດ້ານການເມືອງຢ່າງແຮງ ແລະຈິດໃຈຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ຫວຽດນາມ, ສິງກະໂປ ພ້ອມກັບບັນດາປະເທດໃນພາກພື້ນ ຈະບືນຕົວຂຶ້ນບັນລຸບັນດາຜົນງານອັນໃຫຍ່ຫຼວງກວ່າອີກໃນອະນາຄົດ. ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຈະພ້ອມກັນສ້າງຜົນສໍາເລັດໃນສະຕະວັດທີ 21 - ອາຊີຕາເວັນອອກສ່ຽງໃຕ້ ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກ່ຽວກັບເສດຖະກິດ ແລະເຕັກໂນໂລຊີ, ພັດທະນາແບບຍືນຍົງ ເພື່ອຄວາມຜາສຸກຂອງປະຊາຊົນ.

ເນື່ອງໃນໂອກາດນີ້, ຕໍ່ໜ້າການເປັນສັກຂີພິຍານຂອງທ່ານເລຂາທິການໃຫຍ່ ໂຕເລິມ, ການນໍາສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະການນໍາ  (ມະຫາວິທະຍາໄລແຫ່ງຊາດ ສິງກະໂປ) ໄດ້ດໍາເນີນການແລກປ່ຽນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືກ່ຽວກັບການກໍ່ສ້າງ, ບໍາລຸງພະນັກງານການນຳ, ຄຸ້ມຄອງ.

ໂດຍ: ໄຊຊະນະ