ທ່ານປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ - ຫວຽດນາມ
ກປ.ອອນໄລ - ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ປາດຖະໜາວ່າ 2 ປະເທດຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ມີປະສິດທິຜົນ ແລະແທດຈິງກວ່າອີກ.
ຕອນບ່າຍວັນທີ 11 ມີນາ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Takebe Tsutomu ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Takebe Tsutomu ທີ່ປຶກສາພິເສດສະຫະພັນສະມາຊິກ ລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ. ພາບ: qdnd.vn |
ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ປາດຖະໜາວ່າ 2 ປະເທດຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ ແລະແທດຈິງກວ່າອີກ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ; ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດຢ່າງແຂງແຮງ.
ສ່ວນທ່ານ Takebe Tsutomu ໄດ້ສະເໜີບາງມາດຕະການລະອຽດເພື່ອຊຸກຍູ້ການພົວພັນມິດຕະພາບຮ່ວມມືຫວຽດນາມ-ຍີ່ປຸ່ນ, ໃນນັ້ນມີການພັດທະນາມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ; ທ່ານຍັງຫວັງວ່າ ທ່ານປະທານສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ເອົາໃຈໃສ່, ຊຸກຍູ້ການພັດທະນາແຜນຮ່າງມະຫາວິທະຍາໄລຫວຽດນາມ - ຍີ່ປຸ່ນ.
ໂດຍ: ໄຊນີດາ