ນຳການພົວພັນຫວຽດນາມ - ອິນໂດເນເຊຍ ກ້າວເຂົ້າສູ່ສັງກາດຮ່ວມມືໃໝ່

ທີ່ການພົບປະສອງຝ່າຍ, ການນຳສອງທ່ານສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນມິດຕະພາບຫວຽດນາມ - ອິນໂດເນເຊຍ ໂດຍຜູ້ນຳດີເດັ່ນແມ່ນປະທານໂຮ່ຈີມິນ ແລະປະທານາທິບໍດີ Sukarno ເປັນຜູ້ສ້າງພື້ນຖານໄດ້ພັດທະນາຢ່າງບໍ່ຢຸດຢັ້ງໃນຕະຫຼອດໄລຍະ 70 ປີຜ່ານມາ, ນັບມື້ນັບແທດຈິງ, ມີປະສິດທິຜົນ, ເປັນຕົ້ນແມ່ນພາຍຫຼັງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ໃນປີ 2013. ບົນພື້ນຖານຜົນງານອັນໜັກແໜ້ນທີ່ບັນລຸໄດ້, ສອງຝ່າຍໄດ້ເຫັນດີຍົກລະດັບການພົວພັນຫວຽດນາມ-ອິນໂດເນເຊຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຫວຽດນາມ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທຳອິດຂອງອິນໂດເນເຊຍ ຢູ່ອາຊຽນ; ຢືນຢັນວ່າ ນີ້ແມ່ນເຫດການປະຫວັດສາດ, ນຳການພົວພັນຫວຽດນາມ-ອິນໂດເນເຊຍ ກ້າວເຂົ້າສູ່ສັງກາດໃໝ່, ເລິກເຊິ່ງ, ຮອບດ້ານ ແລະແທດຈິງກວ່າ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ກໍຄືສັນຕິພາບ, ການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຂອງອາຊຽນ ແລະໂລກ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ   ແລະທ່ານ Prabowo Subianto ປະທານາທິບໍດີອິນໂດເນເຊຍ ກວດແຖວກຽດຕິຍົດ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ທ່ານ Prabowo Subianto ປະທານາທິບໍດີອິນໂດເນເຊຍ ເປັນປະທານພິທີຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢູ່ທໍານຽບປະທານາທິບໍດີ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ໂຕເລິມ ແລະທ່ານ Prabowo Subianto ເຫັນດີຈະສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າໂດຍຜ່ານການຍູ້ແຮງການພົບປະແລກປ່ຽນ, ການພົວພັນ, ເປັນຕົ້ນແມ່ນຂັ້ນສູງໃນທຸກຊ່ອງທາງພັກ, ລັດ, ລັດຖະບານ, ລັດຖະສະພາ, ການພົບປະແລກປ່ຽນປະຊາຊົນ, ວິສາຫະກິດ ແລະການເຊື່ອມຕໍ່ທ້ອງຖິ່ນ; ຜັນຂະຫຍາຍບັນດາກົນໄກຮ່ວມມືລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ສ້າງໂຄງການດໍາເນີນງານໂດຍໄວ ເພື່ອຂຸດຄົ້ນ ແລະຍົກລະດັບການຮ່ວມມືໃນທຸກຂົງເຂດຢ່າງມີປະສິດທິຜົນ. ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍູ້ແຮງການແລກປ່ຽນຂໍ້ມູນຂ່າວສານ, ກູ້ໄພກູ້ຊີບ, ເພີ່ມທະວີການແລກປ່ຽນບົດຮຽນປະສົບການໃນການຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ, ພິເສດແມ່ນການຫຼອກລວງທາງອອນໄລ, ການຄ້າມະນຸດ, ການບັງຄັບໃຊ້ແຮງງານ ແລະໄພນາບຂູ່ກໍ່ການຮ້າຍ.

ສອງຝ່າຍກໍ່ເຫັນດີເປັນເອກະສັນຍູ້ແຮງການຮ່ວມມືໃນຂົງເຂດຂະແໜງສະເພາະ, ເປີດກວ້າງການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ, ເຕັກໂນໂລຢີຂໍ້ມູນຂ່າວສານ, ມຸ່ງໄປເຖິງການສ້າງການພົວພັນຄູ່ຮ່ວມມືດີຈີຕອນ, ເສດຖະກິດດີຈີຕອນ, ເພີ່ມທະວີການຮ່ວມມືໃນຂົງເຂດໃໝ່ຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ນະວັດຕະກຳ, ວິທະຍາສາດ-ເຕັກໂນໂລຢີ, ການຫັນເປັນດີຈີຕອນ.

leftcenterrightdel
ທ່ານ Prabowo Subianto ປະທານາທິບໍດີອິນໂດເນເຊຍ ພົບປະສອງຝ່າຍກັບທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ; ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບຫຼັກການຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982), ບໍ່ດຳເນີນບັນດາການເຄື່ອນໄຫວທີ່ສາມາດເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ສົ່ງຜົນກະທົບເຖິງສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ. ການນຳສອງທ່ານໄດ້ເຫັນດີຮຽກຮ້ອງໃຫ້ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ຊຸກຍູ້ການເຈລະຈາກ່ຽວກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິພາບ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS 1982.

ພາຍຫຼັງການພົບປະສອງຝ່າຍ, ການນໍາສອງທ່ານໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານການຮ່ວມມື ແລະພົບປະກັບສື່ມວນຊົນ ເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນການພົບປະສອງຝ່າຍ; ປະກາດຍົກລະດັບການພົວພັນຫວຽດນາມ - ອິນໂດເນເຊຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ.

ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປະກອບສ່ວນຢ່າງສຸດຈິດສຸດໃຈເຂົ້າໃນການພັດທະນາຂອງອາຊຽນ

ວັນທີ 10 ມີນາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມາຢ້ຽມຢາມຄະນະເລຂາອາຊຽນ ຢູ່ນະຄອນຫຼວງ ຈາກາຕາ.

leftcenterrightdel
ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ ຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະກັບທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ ແລະຄະນະກໍາມະການ ຜູ້ຕາງໜ້າອາຊຽນ (CPR), ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ເຄົາລົບນັບຖື ແລະປະກອບສ່ວນຢ່າງສຸດຈິດສຸດໃຈເຂົ້າໃນການພັດທະນາຂອງອາຊຽນ ໃນ 30 ປີຜ່ານມາ ເພື່ອເປົ້າໝາຍອັນໃຫຍ່ຫຼວງຂອງອາຊຽນ. ຈາກບົດຮຽນຂອງຕົນ, ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະຊາຄົມອາຊຽນ. ເຫັນດີຕໍ່ບັນດາທິດທາງໃຫຍ່ຂອງອາຊຽນ ເຊິ່ງທ່ານ Kao Kim Hourn ໄດ້ແລກປ່ຽນ, ທ່ານ ໂຕເລິມ ຖືວ່າ ອາຊຽນ ຕ້ອງສືບຕໍ່ເປັນກຸ່ມສາມັກຄີເປັນເອກະພາບ, ພັດທະນາເພາະວ່າພຽງແຕ່ມີຄວາມສາມັກຄີອາຊຽນ ຈຶ່ງສາມາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນສະພາບການໂລກທີ່ສັບສົນຄືໃນປະຈຸບັນ; ການຮ່ວມມືສອງຝ່າຍລະຫວ່າງບັນດາປະເທດກໍ່ຕ້ອງປະກອບສ່ວນເຂົ້າໃນການພັດທະນາລວມ, ກໍາລັງແຮງລວມຂອງອາຊຽນ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ ທີ່ສໍານັກງານຄະນະເລຂາທິການອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ ແລະຄະນະກໍາມະການຜູ້ຕາງໜ້າປະຈໍາອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Kao Kim Hourn ຕີລາຄາການຢ້ຽມຢາມຄັ້ງທຳອິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງຄະນະເລຂາອາຊຽນ ໃນຄັ້ງນີ້ເປັນຂີດໝາຍປະຫວັດສາດ, ສະແດງໃຫ້ເຫັນບົດບາດສຳຄັນຂອງອາຊຽນ ໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ພິເສດແມ່ນໃນສະພາບທີ່ປີນີ້ເປັນຂີດໝາຍໄລຍະທາງ 30 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ (1995-2025) ແລະ 10 ປີແຫ່ງວັນສ້າງຕັ້ງປະຊາຄົມອາຊຽນ (2015-2025). ທ່ານເລຂາທິການໃຫຍ່ອາຊຽນ ເນັ້ນໜັກວ່າ ຫວຽດນາມ ໄດ້ມີການປະກອບສ່ວນສຳຄັນຫຼາຍຢ່າງໃຫ້ອາຊຽນ ແລະປະຊາຄົມອາຊຽນ ແລະຫວັງວ່າ ຫວຽດນາມ ຈະສືບຕໍ່ສວມບົດບາດນຳພາໃນອາຊຽນ.

ໂດຍ: ທູຈາງ