ປະທານສະພາແຫ່ງຊາດ: “ຄົ້ນຄວ້າປັບປຸງລັດຖະທຳມະນູນ ຢູ່ກອງປະຊຸມຄັ້ງທີ 9 ໃນເດືອນພຶດສະພາ”
ສະພາແຫ່ງຊາດ ຈະດຳເນີນການຄົ້ນຄວ້າປັບປຸງລັດຖະທຳມະນູນ 2013 ຢູ່ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV, ຄາດວ່າຈະດຳເນີນໃນເດືອນພຶດສະພາ ຈະມາເຖິງ.
    |
 |
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: quochoi.vn |
ນີ້ແມ່ນຂໍ້ມູນຂ່າວສານໂດຍທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ຢູ່ວາລະໄຂກອງປະຊຸມນັດສາມັນເທື່ອທີ 43 ຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ດຳເນີນໃນວັນທີ 10 ມີນາ ຢູ່ຮ່າໂນ້ຍ. ຕາມທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລ້ວ, ໄປຄຽງຄູ່ກັບການສຳຫຼວດກວດກາ, ຄົ້ນຄວ້າ, ປັບປຸງລັດຖະທຳມະນູນ 2013, ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ກໍ່ຈະປຶກສາຫາລື, ຄົ້ນຄວ້າ, ປັບປຸງບັນດາກົດໝາຍທີ່ກ່ຽວຂ້ອງຕາມບົດສະຫຼຸບເລກທີ 126 (ກ່ຽວກັບບາງເນື້ອໃນ, ໜ້າທີ່ສືບຕໍ່ສັບຊ້ອນ, ປັງປຸງການຈັດຕັ້ງກົງຈັກຂອງລະບົບການເມືອງໃນປີ 2025 ໃຫ້ກະທັດຮັດ) ແລະບົດສະຫຼຸບເລກທີ 127 (ກ່ຽວກັບການຜັນຂະຫຍາຍການຄົ້ນຄວ້າ, ສະເໜີສືບຕໍ່ສັບຊ້ອນການຈັດຕັ້ງກົງຈັກຂອງລະບົບການເມືອງ) ຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ. ດັ່ງນັ້ນ, ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງຄະນະປະຈຳສະພາແຫ່ງຊາດ ຍູ້ແຮງວຽກງານ, ຈັດຕັ້ງຫຼາຍກອງປະຊຸມເຮັດວຽກ, ນັບທັງວັນພັກການ, ເພື່ອຮັບປະກັນການກະກຽມທີ່ດີທີ່ສຸດໃຫ້ແກ່ບັນດາເນື້ອໃນສຳຄັນດັ່ງກ່າວ.
ແຫຼ່ງຄັດຈາກ: vovworld.vn