ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດຍັງມີຫຼາຍ, ໄດ້ຮັບການຍູ້ແຮງຈາກກຳລັງແຮງພາຍໃນຂອງແຕ່ລະປະເທດ ແລະກຳລັງໜູນຈາກສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ. ພ້ອມທັງປາດຖະໜາວ່າ ບັນດາວິສາຫະກິດອິນໂດເນເຊຍ ສືບຕໍ່ມານະພະຍາຍາມບືນຕົວຂຶ້ນ ເພື່ອກາຍເປັນໜຶ່ງໃນບັນດານັກລົງທຶນໃຫຍ່ທີ່ສຸດຢູ່ຫວຽດນາມ, ເສີມຂະຫຍາຍທ່າໄດ້ປຽບ, ຍາດແຍ່ງກາລະໂອກາດອີງໃສ່ສາຍພົວພັນສະເໝີພາບ, ເຄົາລົບເຊິ່ງກັນ ແລະກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຂົ້າຮ່ວມການໂອ້ລົມສົນທະນາກັບວິສາຫະກິດຫວຽດນາມ-ອິນໂດເນເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ເພື່ອບັນລຸໄດ້ເປົ້າໝາຍນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງຂອງສອງປະເທດສືບຕໍ່ຫັນເປັນລະອຽດບັນດາແຜນນະໂຍບາຍ, ທິດທາງໃຫຍ່ຂອງເນື້ອໃນການພົວພັນສອງຝ່າຍໃຫ້ປະກົດຜົນເປັນຈິງ; ໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງນັກລົງທຶນໂດຍໄວ; ສືບຕໍ່ປະຕິບັດມາດຕະການຕ່າງໆເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຕາມທິດສະດວກ, ໂປ່ງໃສ...

ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂສະດວກເພື່ອໃຫ້ການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດມີປະສິດທິຜົນ, ພ້ອມກັນມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງຂອງສອງຝ່າຍ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເປັນສັກຂີພິຍານພິທີມອບຂໍ້ຕົກລົງຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະອິນໂດເນເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະຜູ້ແທນທີ່ເຂົ້າຮ່ວມການໂອ້ລົມສົນທະນາໄດ້ເປັນສັກຂີພິຍານພິທີລົງນາມ ແລະມອບເອກະສານຮ່ວມມືດໍາເນີນທຸລະກິດ, ລວມມີ: ບົດບັນທຶກຊ່ວຍຈໍາລະຫວ່າງສະຖາບັນການຕ່າງປະເທດຫວຽດນາມ ແລະສະຖາບັນສື່ມວນຊົນ ແລະດໍາເນີນທຸລະກິດ LSPR ໃນຂົງເຂດການສຶກສາ-ບຳລຸງສ້າງ; ບົດບັນທຶກຊ່ວຍຈໍາລະຫວ່າງ VinFast ແລະທະນາຄານ Negara ອິນໂດເນເຊຍ ຮ່ວມມືຍຸດທະສາດຮອບດ້ານກ່ຽວກັບບັນດາມາດຕະການຫັນປ່ຽນສີຂຽວ ແລະແຫຼ່ງການເງິນສີຂຽວໃນໄລຍະຍາວ...

ໂດຍ: ເຈິ່ນຮວ່ຽນ