ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຮັບປະກັນການສຳພັດດ້ານການເງິນຢ່າງທົ່ວເຖິງ, ກວມລວມ, ຮອບດ້ານ, ສະເໝີພາບ
ຕອນເຊົ້າວັນທີ 12 ມີນາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດດ້ານການເງິນຮອບດ້ານ (ຄະນະຊີ້ນຳ), ໄດ້ເປັນປະທານວາລະປະຊຸມຄັ້ງທີ 2 ຂອງຄະນະຊີ້ນຳ ເພື່ອຕີລາຄາສະພາບການຜັນຂະຫຍາຍຍຸດທະສາດການເງິນຮອບດ້ານແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030; ໝາກຜົນການຜັນຂະຫຍາຍຂໍ້ສະຫຼຸບທີ່ວາລະປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ; ປຶກສາຫາລືບັນດາໜ້າທີ່, ມາດຕະການແກ້ໄຂສືບຕໍ່ປະຕິບັດຍຸດທະສາດການເງິນຮອບດ້ານໃນໄລຍະຈະມາເຖິງ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn |
ສະຫຼຸບວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ຍຸດທະສາດການເງິນຮອບດ້ານແຫ່ງຊາດມີຄວາມໝາຍສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ໂດຍສະເພາະແມ່ນໃນສັງກາດບຸກບືນຂອງຊາດ. ໃນໄລຍະຈະມາເຖິງ, ຫວຽດນາມ ຕ້ອງມານະພະຍາຍາມຫຼາຍກວ່າໃນການພັດທະນາເສດຖະກິດ-ສັງຄົມ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຍູ້ແຮງການຜັນຂະຫຍາຍການປະຕິບັດການເງິນຮອບດ້ານ.
ກ່ຽວກັບເປົ້າໝາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ: “ທີ 1, ຕ້ອງເຮັດແນວໃດສ້າງການສຳພັດຢ່າງສະເໝີພາບຂອງພົນລະເມືອງທຸກຄົນສຳລັບການບໍລິການການເງິນ ແລະຜ່ານການປະຕິວັດອຸດສາຫະກຳ 4.0 ແລະການຫັນເປັນດີຈີຕອນເພື່ອໃຫ້ພວກເຮົາສຳພັດຍຸດທະສາດການເງິນແຫ່ງຊາດມີຄວາມສະເໝີພາບ, ຮອບດ້ານ, ເພື່ອຮັບປະກັນຄວາມຍຸຕິທຳໃນສັງຄົມ, ຮັບປະກັນຊີວິດສັງຄົມໃນວິວັດການພັດທະນາ. ທີ 2, ປະຊາຊົນຕ້ອງໄດ້ຊົມໃຊ້ຜົນງານຈາກຍຸດທະສາດການເງິນຮອບດ້ານຢ່າງແທ້ຈິງ. ທີ 3, ປະຊາຊົນໄດ້ຮັບການປົກປ້ອງຄວາມປອດໄພ, ຄວາມໝັ້ນຄົງເມື່ອສຳພັດກັບບັນດາການບໍລິການມີລັກສະນະເປັນດີຈີຕອນນີ້”.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ