ທະນາຄານລົງທຶນເອີລົບ ກຽມພ້ອມໜູນຊ່ວຍຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 12 ມີນາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Nicola Beer ຮອງປະທານທະນາຄານລົງທຶນເອີລົບ (EIB) ພ້ອມກັບການນໍາຂັ້ນສູງຂອງ EIB ແລະກຸ່ມບໍລິສັດ Brosnan Norden (ເຢຍລະມັນ).
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Nicola Beer ຮອງປະທານທະນາຄານລົງທຶນເອີລົບ (EIB). ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງການເຄື່ອນໄຫວຂອງ EIB ໃນໄລຍະຜ່ານມາ, ພ້ອມທັງສະເໜີ EIB ແລະຫວຽດນາມ ລົງນາມສັນຍາ ODA ລຸ້ນໃໝ່, ດ້ວຍຂອບຂະໜາດການເງິນໃຫຍ່ກວ່າ, ອັດຕາດອກເບ້ຍບຸລິມະສິດກວ່າ, ລະບຽບການງ່າຍດາຍກວ່າ, ສະດວກກວ່າ; ບໍ່ພຽງແຕ່ສະໜອງການເງິນໃຫ້ລັດເທົ່ານັ້ນ ຫາກຍັງໜູນຊ່ວຍການເງິນໃຫ້ພາກສ່ວນເສດຖະກິດເອກະຊົນຂອງຫວຽດນາມ ອີກດ້ວຍ. ພ້ອມກັບການເງິນ, EIB ຍັງແບ່ງປັນບົດຮຽນຄຸ້ມຄອງ ແລະເຄື່ອນໄຫວຂອງລະບົບການເງິນສໍາເລັດຜົນ, ຍືນຍົງ; ໜູນຊ່ວຍ, ຖ່າຍທອດເຕັກໂນໂລຢີກ້າວໜ້າ, ບໍາລຸງສ້າງຊັບພະຍາກອນມະນຸດ, ວິທະຍາສາດຄຸ້ມຄອງໃຫ້ຫວຽດນາມ. ຢືນຢັນວ່າ ຫວຽດນາມ ໃຫ້ຄໍາໝັ້ນສັນຍາຢ່າງແຂງແຮງໃນການປະຕິບັດການຫັນປ່ຽນສີຂຽວ ແລະຫັນປ່ຽນພະລັງງານ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ສະເໜີ EIB ແບ່ງປັນບົດຮຽນໃນການລະດົມກໍາລັງການເງິນສີຂຽວ, ກໍ່ສ້າງບັນດາກົນໄກບຸລິມະສິດ ແລະມາດຕະການການເງິນປະດິດສ້າງເພື່ອໜູນຊ່ວຍບັນດາໂຄງການພະລັງງານທົດແທນ, ຫຼຸດຜ່ອນການປ່ອຍອາຍພິດ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບົນຈິດໃຈ “ເວົ້າແລ້ວແມ່ນຕ້ອງເຮັດ, ໄດ້ໃຫ້ຄໍາໝັ້ນສັນຍາແມ່ນຕ້ອງປະຕິບັດ, ໄດ້ປະຕິບັດແມ່ນຕ້ອງມີໝາກຜົນລະອຽດ”.
ທ່ານນາງ Nicola Beer ໃຫ້ຮູ້ວ່າ ດ້ວຍຄວາມສາມາດລະດົມທຶນຈາກບັນດາປະເທດ, ອົງການການເງິນເອີລົບ, EIB ກຽມພ້ອມ ແລະຢາກໜູນຊ່ວຍຫວຽດນາມ ຜ່ານບັນດາໂຄງການລະອຽດ, ພ້ອມກັບຫວຽດນາມ ສູ້ຊົນເພື່ອບັນລຸເປົ້າໝາຍເຕີບໂຕ 8% ຂຶ້ນໄປໃນປີ 2025 ແລະສອງຕົວເລກໃນຊຸມປີຈະມາເຖິງ. ທ່ານນາງ Nicola Beer ປາດຖະໜາວ່າຫວຽດນາມ ສືບຕໍ່ປະຕິຮູບລະບຽບການການບໍລິຫານເພື່ອໃຫ້ແຫຼ່ງທຶນຕ່າງໆຂອງ EIB ເຂົ້າສູ່ບັນດາໂຄງການພັດທະນາຂອງຫວຽດນາມ ໂດຍໄວ; ຢືນຢັນວ່າ EIB ກຽມພ້ອມໜູນຊ່ວຍຫວຽດນາມ ພັດທະນາບັນດາສູນການເງິນ, ຖ່າຍທອດເຕັກໂນໂລຢີກ້າວໜ້າ, ບໍາລຸງສ້າງຊັບພະຍາກອນມະນຸດ, ວິທະຍາສາດການຄຸ້ມຄອງຄືດັ່ງຄຳເຫັນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ.
ໂດຍ: ໄຊນີດາ