ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາແບບຍືນຍົງຂອງໂລກ
ກປ.ອອນໄລ - ຕອນບ່າຍວັນທີ 10 ມີນາ (ຕາມເວລາທ້ອງຖິ່ນ), ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 69 ຂອງຄະນະກໍາມະການສະຖານະຕຳແໜ່ງຂອງແມ່ຍິງສະຫະປະຊາຊາດຢູ່ນິວຢອກ, ອາເມລິກາ, ທ່ານນາງ ຫງວຽນທິແທງ, ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ແລະທ່ານ Philémon Yang ປະທານສະມັດຊາໃຫຍ່ ສະຫະປະຊາຊາດ.
ໃນການພົບປະກັບບັນດາການນຳ ສປຊ, ທ່ານນາງ ຫງວຽນທິແທງ ໄດ້ແບ່ງປັນການຕີລາຄາກ່ຽວກັບສິ່ງທ້າທາຍໃນການຮ່ວມມືສາກົນ ເພື່ອແນໃສ່ແກ້ໄຂບັນດາບັນຫາທົ່ວໂລກໃນປະຈຸບັນ, ຢືນຢັນວ່າ ຫວຽດນາມ ໃຫ້ການສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຂງແຮງ, ໃນນັ້ນມີບົດບາດໃຈກາງຂອງ ສປຊ ໃນການປະສານງານຄວາມມານະພະຍາຍາມຂອງທົ່ວໂລກ. ທ່ານນາງຮອງປະທານສະພາແຫ່ງຊາດ ສະເໜີມາດຕະການຢ່າງແທດຈິງ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຝ່າຍ ກໍຄືເພີ່ມທະວີການເຊື່ອມຕໍ່ບັນດາກົນໄກຮ່ວມມືຂອງລັດຖະສະພາ ເພື່ອສ້າງການພົວພັນຢ່າງແໜ້ນແຟ້ນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບ ບັນດາເປົ້າໝາຍ ແລະການເຄື່ອນໄຫວໃຫຍ່ຂອງ ສປຊ ກວ່າອີກ; ສະເໜີສ້າງເງື່ອນໄຂໃຫ້ຊາວຫວຽດນາມ ຫຼາຍຄົນໃນນັ້ນນັບທັງແມ່ຍິງໄດ້ໄປເຮັດວຽກຢູ່ບັນດາອົງການສະຫະປະຊາຊາດ. ຫົວໜ້າຄະນະຜູ້ແທນຫວຽດນາມ ກໍ່ຮຽກຮ້ອງໃຫ້ ສປຊ ສະໜັບສະໜູນບົດບາດ ແລະຄວາມມານະພະຍາຍາມຂອງ ອາຊຽນ ໃນການຮັບປະກັນຄວາມໝັ້ນຄົງພາກພື້ນ, ໃນນັ້ນມີການປະຕິບັດຕາມສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
    |
 |
ທ່ານນາງ ຫງວຽນທິແທງ, ຮອງປະທານສະພາແຫ່ງຊາດຫວຽດນາມພົບປະກັບທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ. ພາບ: ກະຊວງການຕ່າງປະເທດຫວຽດນາມ. |
ເນື່ອງໃນໂອກາດນີ້, ທ່ານນາງ ຫງວຽນທິແທງ, ຮອງປະທານສະພາແຫ່ງຊາດ ຂໍຖືເປັນກຽດສົ່ງຈົດໝາຍຂອງ ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ເຊື້ອເຊີນທ່ານເລຂາທິການໃຫຍ່ ສປຊ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນປີ 2025, ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ທ່ານເລຂາທິການໃຫຍ່ ມາຢ້ຽມຢາມສະພາແຫ່ງຊາດ ຫວຽດນາມ.
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ກໍສະແດງຄວາມຮັກແພງຢ່າງ ເລິກເຊິ່ງຕໍ່ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ແລະ ຂໍສົ່ງຄຳຢື້ຢາມຖາມຂ່າວອັນດີງາມທີ່ສຸດ ເຖິງ ທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິ່ງຈິ໊ງ, ນາຍົກລັດຖະມົນຕີ ແລະທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ. ທ່ານ Antonio Guterres ຕອບຮັບຄຳເຊີນຂອງທ່ານ ເລືອງເກື່ອງ, ປະທານປະເທດ ດ້ວຍຄວາມຍິນດີ ແລະຫວັງວ່າຈະມາຢ້ຽມຢາມຫວຽດນາມ ໃນໄລຍະເວລາທີ່ເໝາະສົມ.
ບັນດາການນຳ ສະຫະປະຊາຊາດ ກໍຕີລາຄາສູງຕໍ່ທີ່ຕັ້ງ ແລະບົດບາດຂອງຫວຽດນາມ ໃນອາຊຽນ; ຢືນຢັນການສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ, ເພີ່ມທະວີການຮ່ວມມືອາຊຽນ - ສປຊ; ສະໜັບສະໜູນໃຫ້ມີຊາວຫວຽດນາມ ໄດ້ເຂົ້າເຮັດວຽກໃຫ້ສະຫະປະຊາຊາດຕື່ມອີກ.
ໂດຍ: ທູມມີ ໄຊຍະວົງ