ທ່ານນາງ ໂຕນທິງອັກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາອາຊຽນ ເນັ້ນໜັກວ່າ ການຢ້ຽມຢາມຄະນະເລຂາອາຊຽນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຮັບການຕີລາຄາວ່າ ແມ່ນການຢ້ຽມຢາມທີ່ມີຄວາມໝາຍປະຫວັດສາດ, ຍ້ອນນ້ີແມ່ນຄັ້ງທໍາອິດທີ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ການນໍາສູງສຸດຂອງຫວຽດນາມ ມາຢ້ຽມຢາມສໍານັກງານອາຊຽນ ແລະຄະນະເລຂາອາຊຽນ.
ການຢ້ຽມຢາມໄດ້ດໍາເນີນໄປໃນເວລາທີ່ມີຄວາມໝາຍພິເສດ, ເມື່ອຫວຽດນາມ ສະເຫຼີມສະຫຼອງ 30 ປີແຫ່ງການເຂົ້າເປັນສະມາຊິກອາຊຽນ ແລະໃນສະພາບການອາຊຽນ ພວມຢູ່ໃນໄລຍະຫັນປ່ຽນຕົນເອງ ເພື່ອປະຕິບັດວິໄສທັດປະຊາຄົມອາຊຽນ 2025 ໃຫ້ສໍາເລັດ, ມຸ່ງເຖິງການຮອງຮັບເອົາ ແລະປະຕິບັດວິໄສທັດປະຊາຄົມອາຊຽນ ໄລຍະໃໝ່ເຖິງປີ 2045.
    |
 |
ທ່ານນາງ ໂຕນທິງອັກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ. ພາບ: vov.vn |
ການຢ້ຽມຢາມແມ່ນການຢ້ັງຢືນການຖືເປັນສໍາຄັນ ແລະໃຫ້ຄໍາໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ ຕໍ່ອາຊຽນ. ໃນຕະຫຼອດໄລຍະ 30 ປີທີ່ເປັນສະມາຊິກຂອງອາຊຽນ, ຫວຽດນາມ ຍາມໃດກໍ່ຢັ້ງຢືນມະໂນພາບແມ່ນສະມາຊິກທີ່ເຂົ້າຮ່ວມດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ປະຕິບັດພາລະບົດບາດ, ໜ້າທີ່ສະມາຊິກຂອງອາຊຽນ ສໍາເລັດ; ເຂົ້າຮ່ວມປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມໝາຍເຂົ້າການກໍານົດທິດທາງພັດທະນາອະນາຄົດໃຫ້ແກ່ອາຊຽນ. ດ້ວຍການຢ້ຽມຢາມຄະນະເລຂາອາຊຽນໃນຄັ້ງປະຫວັດສາດຂອງທ່ານເລຂາທິິຫານໃຫຍ່, ຫວຽດນາມ ອີກຄັ້ງໜຶ່ງຢ້ັງຢືນວ່າ ອາຊຽນ ສືບຕໍ່ຖືເປັນສໍາຄັນໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ.
ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ການຢ້ຽມຢາມຈະປະກອບສ່ວນເປີດຂົງເຂດການຮ່ວມມືໃໝ່ລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກອາຊຽນ, ບັນດາຄູ່ຮ່ວມມືຂອງອາຊຽນ, ພ້ອມກັນປະກອບສ່ວນກໍ່ສ້າງຕາມເປົ້າໝາຍການສ້າງປະຊາຄົມອາຊຽນໃຫ້ໝັ້ນຄົງເຂັ້ມແຂງ, ຂະຫຍັນຂັນເຄື່ອນ ແລະວັດທະນາຖາວອນ, “ຊາຍຄາລວມ” ໃຫ້ປະຊາຊົນບັນດາປະເທດໃນພາກພື້ນ.
ກ່ຽວກັບການປະກອບສ່ວນຂອງຫວຽດນາມ ເຂົ້າໃນບັນດາເປົ້າໝາຍລວມຂອງອາຊຽນ ໃນໄລຍະຜ່ານມາ ແລະການເຄື່ອນໄຫວໃນຂອບເຂດຂອງຄະນະກໍາມະການຜູ້ຕາງໜ້າປະຈໍາການຢູ່ອາຊຽນ (CPR), ທ່ານນາງ ໂຕນທິງອັກເຮືອງ ໃຫ້ຮູ້ວ່າ, ວິວັດການເຂົ້າຮ່ວມອາຊຽນ ໃນໄລຍະ 30 ປີຜ່ານມາຂອງຫວຽດນາມ ໄດ້ເປັນຂີດໝາຍຍ້ອນບັນດາຂີດໝາຍເປັນໜ້າຈົດຈໍາ, ນັ້ນແມ່ນ 3 ອາຍຸການທີ່ຫວຽດນາມ ດໍາລົງບົດບາດປະທານອາຊຽນ ໃນປີ 1998, 2010 ແລະ 2020. ດ້ວຍບົດບາດສໍາຄັນນີ້, ຫວຽດນາມ ໄດ້ປະກອບສ່ວນພ້ອມກັບອາຊຽນ ວາງອອກບັນດາການກໍານົດທິດພັດທະນາທີ່ສໍາຄັນຍິ່ງໃຫ້ປະຊາຄົມອາຊຽນ ຜ່ານໄລຍະຫັນປ່ຽນ, ພ້ອມທັງຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງ ອາຊຽນ ຕ້ອງປະເຊີນໜ້າ. ພິເສດແມ່ນໃນປີ 2020, ພະຍາດໂຄວິດ-19 ໄດ້ສ່ົງຜົນກະທົບຢ່າງໜັກໜ່ວງຕໍ່ບັນດາປະເທດໃນພາກພື້ນ ແລະປະຊາຄົມອາຊຽນ. ບັນດາຜົນສໍາເລັດນັ້ນບັນດາປະເທດສະມາຊິກອາຊຽນ, ບັນດາປະເທດເພື່ອນມິດ, ຄູ່ຮ່ວມມືຂອງອາຊຽນ ໄດ້ຮັບຮູ້.
ທ່ານນາງ ເອກອັກຄະລັດຖະທູດ ເນັ້ນໜັກວ່າ, ຫວຽດນາມ ກໍ່ເຂົ້າຮ່ວມຢ່າງຕັ້ງໜ້າໃນການກຳນົດທິດທາງພັດທະນາສໍາຄັນຂອງອາຊຽນ, ຄື ແຜນດໍາເນີນງານ ຮ່າໂນ້ຍ ປີ 1998, ໃນຂະນະທີ່ຫວຽດນາມ ກາຍເປັນສະມາຊິກຂອງອາຊຽນ; ວິໄສທັດປະຊາຄົມອາຊຽນ 2020, ຕັດສິນໃຈສ້າງປະຊາຄົມອາຊຽນ ໃນປີ 2003, ຕັດສິນໃຈກໍ່ສ້າງ ແລະຮອງຮັບເອົາກົດບັດອາຊຽນເມື່ອປີ 2007; ກໍານົດເວລາສ້າງປະຊາຄົມອາຊຽນ ໃຫ້ສໍາເລັດໃນປີ 2015 ແລະການຊຸກຍູ້ທັດສະນະຂອງອາຊຽນກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ. ນີ້ແມ່ນເອກະສານສໍາຄັນຊ່ວຍກໍານົດທິດໃຫ້້ເສັ້ນທາງພັດທະນາຂອງອາຊຽນ.
ຄຽງຂ້າງກັນນ້ັນ, ໃນບົດບາດແມ່ນປະເທດປະສານງານການພົວພັນຂອງອາຊຽນ ກັບຄູ່ຮ່ວມມືສໍາຄັນ, ຫວຽດນາມ ໄດ້ເຂົ້າຮ່ວມປະກອບແນວຄິດ, ຂໍ້ລິເລີ່ມຫຼາຍຢ່າງເພື່ອເຮັດໃຫ້ເລິກເຊິ່ງ ແລະເປີດກວ້າງການພົວພັນຮ່ວມມືຫຼາຍດ້ານ, ແທດຈິງ, ມີປະສິດທິຜົນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືນີ້ຕື່ມອີກ. ຫວຽດນາມ ພວມດໍາລົງຕຳແໜ່ງເປັນປະເທດປະສານງານໃນເວລາດຽວກັນກັບສອງຄູ່ຮ່ວມມືຂອງອາຊຽນ ນັ້ນແມ່ນນິວຊີແລນ ແລະລາຊະອານາຈັກອັງກິດ ແລະອຽກລັງເໜືອ.
ຕາມທ່ານນາງ ໂຕນທິງອັກເຮືອງ ແລ້ວ, ໃນຂອບເຂດຄະນະກໍາມະການບັນດາຜູ້ຕາງໜ້າປະຈໍາການຂອງອາຊຽນ, ຫວຽດນາມ ໄດ້ສົມທົບກັບຄະນະຜູ້ຕາງໜ້າປະຈໍາຂອງບັນດາປະເທດອາຊຽນ ແລະຄະນະເລຂາອາຊຽນ, ຊຸກຍູ້ຍົກສູງປະສິດທິຜົນວຽກງານປະສານງານ, ຕິດຕາມກວດກາ, ປະຕິບັດບັນດາຂໍ້ຕົກລົງ, ບັນດາລາຍການ, ໂຄງການຮ່ວມມືຂອງອາຊຽນ ແລະລະຫວ່າງອາຊຽນ ກັບຄູ່ຮ່ວມມື. ຄຽງຂ້າງກັນນັ້ນ, ຮັບປະກັນການເຄື່ອນໄຫວໃຫ້ເຂົ້າກັນດີ, ມີປະສິດທິຜົນຂອງກົງຈັກອາຊຽນ, ປະກອບສ່ວນໃຫ້ແກ່ການຊຸກຍູ້ປະຊາຄົມອາຊຽນ ພັດທະນາຢ່າງມີປະສິດທິຜົນ, ແທດຈິງ ແລະຂະຫຍັນຂັນເຄື່ອນຢ່າງແທ້ຈິງ.
ຫວຽດນາມ ຈະສືບຕໍ່ມານະພະຍາຍາມກວ່າອີກເພື່ອພ້ອມກັບບັນດາປະເທດສະມາຊິກອາຊຽນ ຫັນບັນດາເປົ້າໝາຍໃຫ້ອາຊຽນ ໃນໄລຍະໃໝ່ໃຫ້ປະກົດຜົນເປັນຈິງ, ປະຕິບັດວິໄສທັດປະຊາຄົມອາຊຽນ ເຖິງປີ 2045 ແລະຊ່ວຍອາຊຽນຜ່ານຜ່າສິ່ງທ້າທາຍ, ໃນສະພາບແວດລ້ອມທີ່ພາກພື້ນ ແລະສາກົນພວມມີການຜັນແປຢ່າງວ່ອງໄວ ແລະຍາກທີ່ຈະຄາດຄະເລລ່ວງໜ້າໄດ້.
ທ່ານນາງເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ, ດ້ວຍຂີດໝາຍສະເຫຼີມສະຫຼອງ 30 ປີແຫ່ງວັນເຂົ້າເປັນສະມາຊິກອາຊຽນ ແລະບັນດາພື້ນຖານ ເຊິ່ງຫວຽດນາມ ໄດ້ສ້າງຕັ້ງຂຶ້ນນັບແຕ່ເຂົ້າຮ່ວມປະກອບສ່ວນໃນອາຊຽນ, ຖານະບົດບາດ, ທີ່ຕັ້ງ, ຮູບພາບ, ທັດສະນະຂອງຫວຽດນາມ ຈະສືບຕໍ່ໄດ້ຍົກສູງຂຶ້ນ, ບັນດາປະເທດອາຊຽນ ແລະເພື່ອນມິດສາກົນໄດ້ຮັບຮູ້, ຕີລາຄາສູງ.
ກ່ຽວກັບການກໍານົດທິດຂອງຫວຽດນາມ ເພື່ອພ້ອມກັບບັນດາປະເທດອາຊຽນ ຜັນຂະຫຍາຍການຫັນວິໄສທັດປະຊາຄົມອາຊຽນ 2045 ໃຫ້ປະກົດຜົນເປັນຈິງ, ດ້ວຍເປົ້າໝາຍກໍ່ສ້າງອາຊຽນ ໃຫ້ຍືນຍົງ, ປະດິດສ້າງ, ຂະຫຍັນຂັນເຄື່ອນ ແລະຖືປະຊາຊົນເປັນໃຈກາງ, ທ່ານນາງເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ວິໄສທັດປະຊາຄົມອາຊຽນ 2045 ຄາດວ່າຈະໄດ້ຮອງຮັບເອົາໃນປີ 2025 ເຊິ່ງແມ່ນເອກະສານກໍານົດທິດພັດທະນາຂອງອາຊຽນ ໃນໄລຍະ 20 ປີ, ແຕ່ປີ 2025 ຮອດປີ 2045.
ວິໄສທັດຈະລວມມີບັນດາແຜນການຍຸດທະສາດຢ່າງລະອຽດ ເພື່ອຜັນຂະຫຍາຍການຮ່ວມມືໃນ 3 ເສົາຄໍ້າຂອງປະຊາຄົມອາຊຽນ, ລວມມີປະຊາຄົມການເມືອງ-ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ, ປະຊາຄົມວັດທະນະທໍາ-ສັງຄົມ, ໄດ້ຊ່ວຍຊູເພີ່ມເຕີມໃຫ້ກັນຍ້ອນແຜນຍຸດທະສາດກ່ຽວກັບການເຊື່ອມຕໍ່ ແລະແຜນການວຽກງານກ່ຽວກັບການຮັດແຄບໄລຍະຫ່າງພັດທະນາໃນອາຊຽນ.
ມີແຜນການໃຫຍ່ 5 ສະບັບ ເຊິ່ງບັນດາປະເທດສະມາຊິກອາຊຽນ, ໃນນັ້ນມີຫວຽດນາມ, ຈະຕ້ອງຮັບປະກັນປະຕິບັດໃຫ້ມີປະສິດທິຜົນ, ເພື່ອຫັນວິໄສທັດປະຊາຄົມອາຊຽນ 2045 ເປັນລະອຽດ. ໃນບົດບາດປະຈຸບັນແມ່ນປະທານກຸ່ມຮັບຜິດຊອບອາຊຽນ ກ່ຽວກັບການຮັດແຄບໄລຍະຫ່າງພັດທະນາໃນອາຊຽນ, ຫວຽດນາມ ຈະເປັນປະທານການສ້າງສາ ແລະຮອງຮັບເອົາແຜນການປະຕິບັດງານກ່ຽວກັບການຮັດແຄບໄລຍະຫ່າງພັດທະນາໃນອາຊຽນ.
ຕາມທ່ານນາງເອກອັກຄະລັດຖະທູດ, ປະລິມານວຽກງານເພື່ອຫັນວິໄສທັດປະຊາຄົມອາຊຽນ 2045 ໃຫ້ປະກົດຜົນເປັນຈິງແມ່ນໃຫຍ່ຫຼວງທີ່ສຸດ, ຮຽກຮ້ອງໃຫ້ມີການໃຫ້ຄໍາໝັ້ນສັນຍາທັງເຈດຈຳນົງດ້ານການເມືອງ, ແຫຼ່ງກໍາລັງຈາກບັນດາປະເທດສະມາຊິກອາຊຽນ. ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ເພື່ອຮັບປະກັນນໍາເອົາບັນດາເປົ້າໝາຍ, ບັນດາກະແສກະທໍາທີ່ໄດ້ສ້າງຂຶ້ນໃນແຜນການຫັນວິໄສທັດປະຊາຄົມອາຊຽນ 2045 ໃຫ້ປະກົດຜົນເປັນຈິງ ແລະຢູ່ລະດັບຊາດ.
ຫວຽດນາມ ຈະຕ້ອງປະສານສົມທົບການເຄື່ອນໄຫວຮ່ວມມືທັງໝົດຢູ່ຂັ້ນອາຊຽນ ກັບບັນດາລາຍການ, ແຜນການພັດທະນາປະເທດຂອງຫວຽດນາມ, ເພື່ອຮັບປະກັນບັນດາພັນທະສະມາຊິກຂອງຫວຽດນາມ ໃນອາຊຽນ ແລະບັນດາເປົ້າໝາຍທີ່ອາຊຽນ ໄດ້ເຫັນດີເປັນເອກະພາບ, ມຸ່ງໄປເຖິງການປະຕິບັດວິໄສທັດໃຫ້ແກ່ປີ 2045.
ໂດຍ: ໄຊນີດາ