ໃນລະຫວ່າງວັນທີ 10-11 ມີນາ, ຢູ່ສໍານັກງານ ສປຊ ທີ່ນິວຢອກ, ສະຫະລັດອາເມລິກາ, ໄດ້ດຳເນີນພິທີເປີດ ແລະວາລະປຶກສາຫາລືລວມຂອງກອງປະຊຸມ ສະໄໝທີ 69 ຂອງຄະນະກໍາມາທິການກ່ຽວກັບຖານະຕຳແໜ່ງແມ່ຍິງຂອງສະພາເສດຖະກິດ-ສັງຄົມ ສປຊ ດ້ວຍຫົວຂໍ້ຕົ້ນຕໍແມ່ນທົບທວນຄືນໝາກຜົນ 30 ປີແຫ່ງການປະຕິບັດຖະແຫຼງການ ແລະໂຄງການດຳເນີນງານປັກກິ່ງ ປີ 1995 ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະມອບສິດໃຫ້ແມ່ຍິງ. ທ່ານນາງ ຫງວຽນທິແທງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

leftcenterrightdel
ທ່ານນາງ ຫງວຽນທິແທງ ຮອງປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ຫງວຽນທິແທງ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີ 3 ຂົງເຂດບຸລິມະສິດໃນວຽກງານສະເໝີພາບລະຫວ່າງຍິງ-ຊາຍ. ທີໜຶ່ງແມ່ນປັບປຸງຂອບກົດບັນຢັດ, ກົດໝາຍ ແລະນະໂຍບາຍເພື່ອຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງຢ່າງສະເໝີພາບ, ພິເສດແມ່ນໃນວິວັດການຕັດສິນໃນທຸກຂົງເຂດ. ທີສອງແມ່ນເພີ່ມທະວີອຳນາດເສດຖະກິດຂອງແມ່ຍິງຜ່ານການຍູ້ແຮງການຮ່ວມມືພາກລັດ-ເອກະຊົນເພື່ອລະດົມທຸກແຫຼ່ງກຳລັງສັງຄົມຢ່າງມີປະສິດທິຜົນ ເພື່ອໜູນຊ່ວຍແມ່ຍິງເຂົ້າເຖິງການເງິນ, ຕະຫຼາດ, ເຂົ້າຮ່ວມການປະດິດສ້າງ, ເລີ່ມທຸລະກິດ ແລະພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເຂົ້າຮ່ວມຕະຫຼາດແຮງງານຢ່າງສະເໝີພາບ. ທີສາມແມ່ນເພີ່ມທະວີການເຂົ້າຮ່ວມ, ການປະກອບສ່ວນ ແລະການນໍາໜ້າຂອງແມ່ຍິງໃນຂົງເຂດທີ່ກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຊີ, ເຕັກນິກ, ຄະນິດສາດ (STEM), ນະວັດຕະກໍາ, ການຫັນເປັນດີຈີຕອນ ແລະການຄົ້ນຄວ້າສ້າງຮູບແບບລະບົບນິເວດ STEM. ທ່ານນາງຮອງປະທານສະພາແຫ່ງຊາດ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນເຂົ້າຄວາມມານະພະຍາຍາມລວມເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍໃນຂອບເຂດທົ່ວໂລກ, ນັບທັງໃນຖານະຕໍາແໜ່ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025, ສະມາຊິກສະພາປະຕິບັດອົງການ ສປຊ ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະມອບສິດອໍານາດໃຫ້ແມ່ຍິງ (UN Women) ອາຍຸການ 2025-2027.

ໂດຍ: ຈາງຫງວຽນ