ການຢ້ຽມຢາມ ໄດ້ດຳເນີນໄປໃນສະພາບສັນຕິພາບ, ການຮ່ວມມື ແລະ ພັດທະນາຍັງຄົງແມ່ນທ່າອ່ຽງຕົ້ນຕໍ. ເຖິງຢ່າງໃດກໍຕາມ, ໂລກພວມປະເຊີນໜ້າກັບການຜັນແປສັບສົນຫຼາຍຢ່າງ, ໃນນັ້ນມີການແກ່ງແຍ້ງລະຫວ່າງປະເທດມະຫາອຳນາດ, ຈຸດຮ້ອນໃນຫຼາຍພາກພື້ນ, ເສດຖະກິດໂລກພວມຟື້ນຟູຢ່າງຊັກຊ້າ, ມີຄວາມສ່ຽງຊຸດໂຊມ ແລະ ປະເຊີນໜ້າກັບຄວາມສ່ຽງຫຼາຍຢ່າງ.

ຜ່ານໄລຍະ 70 ປີ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ກັບອິນໂດເນເຊຍ ພັດທະນາແຂງແຮງ ຢ່າງບໍ່ຢຸດຢັ້ງ ແລະ ພວມກ້າວຂຶ້ນສູ່ລະດັບສູງໃໝ່. ສອງປະເທດຮັກສາການຢ້ຽມຢາມ ແລະ ການພົບປະຂັ້ນສູງຢ່າງເປັນປະຈຳ ແລະ ມີໄຫວພິບ. ບັນດາພັກການເມືອງຢູ່ ອິນໂດເນເຊຍ ຍາມໃດກໍ່ສະແດງຄວາມເຄົາລົບນັບຖືຕໍ່ບົດບາດ, ທີ່ຕັ້ງຂອງພັກກອມມູນິດຫວຽດນາມ; ປາດຖະໜາຢາກແລກປ່ຽນ, ຊຸກຍູ້ການພົວພັນຮ່ວມມືກັບພັກກອມມູນິດຫວຽດນາມ. ການຮ່ວມມືດ້ານປ້ອງກັນຊາດ ແລະຄວາມໝັ້ນຄົງລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເພີ່ມທະວີ.  ສອງປະເທດໄດ້ລົງນາມໃນສັນຍາຮ່ວມມືຫຼາຍສະບັບໃນບັນດາຂົງເຂດ, ຄື: ການປ້ອງກັນ, ຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ, ຕ້ານການກໍ່ການຮ້າຍ, ຮັບປະກັນຄວາມໝັ້ນຄົງທາງທະເລ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການປ້ອງກັນ ແລະຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ຕາມຂໍ້ກໍານົດ (IUU). ໃນອາຊຽນ, ອິນໂດເນເຊຍ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງຫວຽດນາມ ແລະ ຫວຽດນາມ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4 ຂອງອິນໂດເນເຊຍ. ວົງເງິນການຄ້າສອງຝ່າຍສືບຕໍ່ເຕີບໂຕຢ່າງແຂງແຮງ. ສອງຝ່າຍແບ່ງປັນຜົນປະໂຫຍດ ແລະ ທັດສະນະຍຸດທະສາດກ່ຽວກັບບັນຫາພາກພື້ນ ແລະສາກົນ. ພິເສດ, ໃນປີ 2022, ສອງປະເທດໄດ້ລົງນາມໃນສັນຍາແບ່ງຂີດເຂດເສດຖະກິດຈຳເພາະ (EEZ), ຮັບປະກັນຄວາມຍຸຕິທໍາກ່ຽວກັບຜົນປະໂຫຍດຂອງສອງຝ່າຍ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS). ນີ້ແມ່ນຂີດໝາຍປະຫວັດສາດສຳຄັນ ໃນການພົວພັນລະຫວ່າງສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.

leftcenterrightdel
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະນໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ປີ 2025 ມີຄວາມໝາຍສຳຄັນສໍາລັບອາຊຽນ ແລະ ຫວຽດນາມ, ເປັນຂີດໝາຍວິວັດທະນາການກໍ່ສ້າງປະຊາຄົມອາຊຽນ ກ້າວເຂົ້າສູ່ໄລຍະໃໝ່, ໃນນັ້ນຄວາມສາມັກຄີພາຍໃນ ແລະກໍາລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແມ່ນສອງປັດໄຈຕັດສິນສໍາລັບບົດບາດໃຈກາງຂອງອາຊຽນ ແລະໝາກຜົນຂອງວິວັດທະນາການກໍ່ສ້າງປະຊາຄົມອາຊຽນ. ອາຊຽນ ແລະ ບັນດາຄູ່ຮ່ວມມື ຈະດໍາເນີນການກວດກາຄືນ, ຕີລາຄາການຜັນຂະຫຍາຍສົນທິສັນຍາມິດຕະພາບ ແລະການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC), ກະກຽມສະເຫຼີມສະຫຼອງ 50 ປີແຫ່ງວັນລົງນາມສົນທິສັນຍາ ໃນປີ 2026. ສຳລັບຫວຽດນາມ, ປີ 2025 ເປັນຂີດໝາຍໄລຍະທາງ 30 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການ. ນີ້ແມ່ນໂອກາດເພື່ອຫວນຄືນໝາກຜົນໃນ 30 ປີຜ່ານມາ ແລະ ແລກປ່ຽນກ່ຽວກັບທິດທາງການເຂົ້າຮ່ວມອາຊຽນຂອງຫວຽດນາມ ໃນໄລຍະຈະມາເຖິງ. ບັນດາເຫດການດັ່ງກ່າວດໍາເນີນໄປໃນສະພາບອາຊຽນ ພວມພັດທະນາ ແລະປ່ຽນແປງໃໝ່ ເທື່ອລະກ້າວ, ມາຮອດປະຈຸບັນໄດ້ກາຍເປັນພາກພື້ນປະສົບຜົນສຳເລັດໃນໂລກ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການເຈລະຈາ ແລະການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຂອງອາຊີ - ປາຊີຟິກ ເວົ້າລວມ, ຢູ່ອາຊີຕາເວັນອອກສ່ຽງໃຕ້ ເວົ້າສະເພາະ ແລະເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບ ພ້ອມກັບປະຊາຄົມສາກົນຮັບມືກັບສິ່ງທ້າທາຍ. ໃນຖານະເປັນສະມາຊິກທີ່ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງອາຊຽນ, ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຮ່ວມມືອາຊຽນ, ສົມທົບກັນຢ່າງແໜ້ນແຟ້ນ ແລະມີຄວາມຮັບຜິດຊອບກັບບັນດາປະເທດປະທານອາຊຽນ, ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບພ້ອມກັບອາຊຽນ ຮັກສາທ່າຮ່ວມມືໄວ້ຢ່າງໝັ້ນຄົງ ແລະຮັກສາບົດບາດໃຈກາງ ແລະຖານະບົດບາດຂອງອາຊຽນ.

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ປະຈຸບັນ, ການພົວພັນ ລະຫວ່າງຫວຽດນາມ - ສິງກະໂປ ພວມຢູ່ໃນໄລຍະດີງາມທີ່ສຸດ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ນັບມື້ນັບໄດ້ຮັບການປັບບຸງ, ການຮ່ວມມືດ້ານເສດຖະກິດ, ການລົງທຶນຢ່າງແໜ້ນແຟ້ນ, ການພົບປະແລກປ່ຽນປະຊາຊົນທີ່ສະໜິດຕິດພັນ, ເປັນກຳລັງໜູນເພື່ອໃຫ້ສອງປະເທດ ມຸ່ງໄປເຖິງນໍາການພົວພັນສອງຝ່າຍກ້າວຂຶ້ນສູ່ລະດັບສູງໃໝ່. ພັກກອມມູນິດຫວຽດນາມ ຮັກສາການພົວພັນຮ່ວມມືອັນດີງາມກັບພັກ PAP ກໍາອໍານາດ ດ້ວຍຫຼາຍຮູບການທີ່ອຸດົມສົມບູນ ແລະແທດຈິງ. ການນຳຂອງສອງພັກແລກປ່ຽນຄວາມຄິດເຫັນກ່ຽວກັບບົດຮຽນປະສົບການໃນການກໍ່ສ້າງ ແລະ ພັດທະນາປະເທດຢ່າງເປັນປະຈໍາ; ສອງຝ່າຍພວມສົມທົບກັນຜັນຂະຫຍາຍການຮ່ວມມືໃນຂົງເຂດບຳລຸງກໍ່ສ້າງ ແລະ ບຳລຸງສ້າງພະນັກງານຂັ້ນຍຸດທະສາດຢ່າງມີປະສິດທິຜົນ. ສອງປະເທດໄດ້ລົງນາມໃນສັນຍາຮ່ວມມືດ້ານປ້ອງກັນຊາດສອງຝ່າຍ (ເດືອນກຸມພາ 2022), ຜັນຂະຫຍາຍບັນດາຂົງເຂດຄວາມສະຫງົບປອດໄພໃໝ່ ຄື: ການປ້ອງກັນຕ້ານອາດສະຍາກຳຄວາມໝັ້ນຄົງທາງອິນເຕີແນັດ ແລະ ອາດຊະຍາກຳຂ້າມຊາຍແດນ ຢ່າງມີປະສິດທິຜົນ. ໃນຫຼາຍປີຜ່ານມາ, ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະ ສິງກະໂປ ພັດທະນາຢ່າງຕັ້ງໜ້າ ແລະ ບັນລຸໄດ້ຜົນງານແທດຈິງຫຼາຍຢ່າງໃນຂົງເຂດການຄ້າ, ການລົງທຶນ ແລະ ການເຊື່ອມຕໍ່. ສິງກະໂປ ຢືນອັນດັບທີ 2 ໃນຈຳນວນ 147 ປະເທດ ແລະ ເຂດແຄ້ວນລົງທຶນເຂົ້າຫວຽດນາມ. ພິເສດ, ການພົວພັນຄູ່ຮ່ວມມືເສດຖະກິດສີຂຽວ - ເສດຖະກິດດີຈີຕອນ ລະຫວ່າງສອງປະເທດສືບຕໍ່ເປີດແງ່ຫວັງໃໝ່, ໝັ້ນໝາຍທ່າພັດທະນາຢ່າງແຂງແຮງໃນໄລຍະຈະມາເຖິງ.

ການຢ້ຽມຢາມຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາເພື່ອແນໃສ່ຕັ້ງໜ້າຜັນຂະຫຍາຍແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ; ຫັນການພົວພັນຕ່າງປະເທດຂອງຫວຽດນາມ ເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ພ້ອມທັງຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສໍາຄັນ ແລະໃຫ້ບຸລິມະສິດປັບປຸງການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະອົງການຈັດຕັ້ງໃນພາກພື້ນ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າການຢ້ຽມຢາມຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບ ອິນໂດເນເຊຍ, ອາຊຽນ ແລະ ສິງກະໂປ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ໂດຍ: ທູຈາງ