ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ຕີລາຄາສູງລັດຖະບານລາວ ໄດ້ຈັດສົ່ງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ  ແລະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ ມາເຂົ້າຮ່ວມ ແລະກ່າວຄຳເຫັນທີ່ວາລະປະຊຸມຂອງເວທີປາໄສ ຄັ້ງທີ 2, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການຖືເປັນສຳຄັນ ແລະຄວາມເອົາໃຈໃສ່ຂອງລາວ ທີ່ມີຕໍ່ເຫດການຫຼາຍຝ່າຍສຳຄັນຂອງຫວຽດນາມ ໃນປີ 2025.

ເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ແລະການປະກອບສ່ວນອັນລ້ຳຄ່າຂອງຄະນະຜູ້ແທນລາວ ແລະຄະນະຜູ້ແທນສາກົນອື່ນໆ, ເວທີປາໄສຈະສືບຕໍ່ກາຍເປັນບ່ອນເຕົ້າໂຮມແນວຄວາມຄິດໃຫ້ອາຊຽນ ໃນໄລຍະພັດທະນາໃໝ່ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງປະຊາຄົມອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ, ຍິ່ງກວ່າເວລາໃດໝົດຕ້ອງປັບປຸງຄວາມສາມັກຄີ, ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງຂອງອາຊຽນ, ເພື່ອຊ່ວຍໃຫ້ອາຊຽນ ສືບຕໍ່ພັດທະນາໃຫ້ວັດທະນາຖາວອນ, ເພື່ອຜົນປະໂຫຍດຂອງປະຊາຊົນ.

ທ່ານ ຟ້າມມິງຈິ໊ງ ໄດ້ເນັ້ນໜັກເຖິງເລື່ອງສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການພົບປະລະຫວ່າງສອງກົມການເມືອງ ແລະຂໍ້ຕົກລົງແຜນການຮ່ວມມືລະຫວ່າງສອງປະເທດ ປີ 2025 ຢ່າງເຂັ້ມງວດ, ມີປະສິດທິຜົນ, ຂ້ຽວຂາດ, ພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງການຊອກຫາວິທີໃໝ່ ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດການເມືອງ-ການພົວພັນຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການລົງທຶນ-ການຄ້າ, ເຊື່ອມຕໍ່ການຄົມມະນາຄົມ, ຍົກສູງປະສິດທິຜົນການຮ່ວມມືລົງທຶນ, ຊຸກຍູ້ການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ລາວ; ພິເສດແມ່ນວິສາຫະກິດຂະໜາດໃຫຍ່; ຊຸກຍູ້ການພັດທະນາພື້ນຖານໂຄງລ່າງເສດຖະກິດຂອງລາວ; ສ້າງການຫັນປ່ຽນໃໝ່ໃນການຮ່ວມມືດ້ານວັດທະນະທຳ, ການສຶກສາ, ສາທາລະນະສຸກ ແລະວິທະຍາສາດເຕັກນິກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງຂໍ້ລິເລີ່ມຂອງຫວຽດນາມ ໃນການຈັດຕັ້ງເວທີປາໄສອະນາຄົດອາຊຽນ, ໃນໄລຍະ 2 ປີຜ່ານມາ ໄດ້ຢັ້ງຢືນບົດບາດຂອງຫວຽດນາມ ໃນການຊຸກຍູ້ສັນຕິພາບ ແລະການຮ່ວມມືໃນພາກພື້ນ, ດຶງດູດການເຂົ້າຮ່ວມບໍ່ພຽງແຕ່ຂອງບັນດາປະເທດອາຊຽນ ເທົ່ານັ້ນ ຫາກຍັງມີຫຼາຍປະເທດໃນພາກພື້ນ ແລະໂລກອີກດ້ວຍ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານຫວຽດນາມ ເຊິ່ງຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ການເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວ; ຂອບໃຈອາລົມຈິດຂອງທ່ານນາຍົກລັດຖະມົນຕີ, ກໍຄືການສະໜັບສະຫນູນ ແລະການຊ່ວຍເຫຼືອຢ່າງຈິງໃຈຂອງຫວຽດນາມ ທີ່ມີຕໍ່ປະເທດລາວ ໃນໄລຍະຜ່ານມາ.

ໃນຖານະເປັນຮອງນາຍົກລັດຖະມົນຕີ ຮັບຜິດຊອບດ້ານເສດຖະກິດ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຢືນຢັນຄວາມຕັດສິນໃຈພ້ອມກັບກັບບັນດາກະຊວງ, ຂະແໜງການຂອງລາວ ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍຫວຽດນາມ ເພື່ອຕັ້ງໜ້າຜັນຂະຫຍາຍຄຳຊີ້ນໍາ, ຄຳໝັ້ນສັນຍາຂອງການນຳຂັ້ນສູງສອງປະເທດ; ໃນນັ້ນເອົາໃຈໃສ່ຊອກຫາວິທີໃໝ່, ຕັດສິນໃຈສູງໃນການຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມ.

ສອງຝ່າຍເຊື່ອໝັ້ນວ່າ ສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ຈະນັບມື້ນັບຈະເລີນເຕີບໂຕ, ບັນລຸໄດ້ໝາກຜົນໃຫຍ່ກວ່າອີກ.

ໂດຍ: ທູຈາງ