ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ກຳປູເຈຍ ໃຫ້ນັບມື້ນັບແໜ້ນແຟ້ນກວ່າອີກ
ກປ.ອອນໄລ - ຕອນບ່າຍວັນທີ 19 ກຸມພາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Sar Sokha ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດແຖວໜ້າແກ່ການປັບປຸງ, ພັດທະນາສາຍພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະຍາວນານກັບ ກຳປູເຈຍ.
ທ່ານ ຟ້າມມິງຈິ໊ງ ຕີລາຄາສູງຕໍ່ການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງພາຍໃນກຳປູເຈຍ, ຊົມເຊີຍຜົນການພົບປະທີ່ປະສົບຜົນສຳເລັດທີ່ສຸດລະຫວ່າງລັດຖະມົນຕີສອງທ່ານ. ທ່ານ ຟ້າມມິງຈິ໊ງ ສະເໜີວ່າ, ໃນໄລຍະຈະມາເຖິງ, ກຳປູເຈຍ ແລະ ກະຊວງພາຍໃນກຳປູເຈຍ ຈະຕ້ອງສືບຕໍ່ເອົາໃຈໃສ່ຊີ້ນຳ, ເພີ່ມທະວີການຮ່ວມມື, ຕໍ່ສູ້ກັບອາດຊະຍາກຳປະເພດຕ່າງໆ, ພິເສດແມ່ນອາດຊະຍາກຳຂ້າມຊາດ.
ສ່ວນທ່ານ Sar Sokha ໃຫ້ຮູ້ວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງຄະນະຜູ້ແທນເປັນການສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງ, ກົນໄກຮ່ວມມືທີ່ການນຳຂັ້ນສູງຂອງສອງປະເທດໄດ້ເຫັນດີເປັນເອກະພາບ. ພ້ອມກັນນັ້ນ, ທ່ານກໍຢືນຢັນວ່າ: ໃນໄລຍະຜ່ານມາ, ເສດຖະກິດ-ສັງຄົມ ຂອງກຳປູເຈຍ ສືບຕໍ່ຟື້ນຟູ ແລະມີບາດກ້າວພັດທະນາຢ່າງແຂງແຮງ, ແຕ່ບໍ່ຕັດແຍກອອກຈາກການຮ່ວມມື ແລະການຊ່ວຍເຫຼືອຂອງຫວຽດນາມ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Sar Sokha ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ. ພາບ: chinhphu.vn |
ເຫັນດີກັບຄຳເຫັນຂອງທ່ານ ຟ້າມມິງຈິ໊ງ ແລະຖືວ່າໃນສະພາບການປະຈຸບັນ, ແຕ່ລະປະເທດບໍ່ສາມາດພັດທະນາຝ່າຍດ່ຽວໄດ້, ແຕ່ຕ້ອງຮ່ວມມື ແລະພ້ອມກັນພັດທະນາ, ເປັນຕົ້ນແມ່ນບັນດາປະເທດບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ ສະແດງຄວາມເຄົາລົບນັບຖືຕໍ່ໝາກຜົນແຫ່ງການພົວພັນຮ່ວມມືຫວຽດນາມ - ກໍາປູເຈຍ ທີ່ການນຳລຸ້ນຕ່າງໆຂອງສອງປະເທດໄດ້ສ້າງຕັ້ງຂຶ້ນ. ການນຳໜຸ່ມຂອງກຳປູເຈຍ ຈະສືບຕໍ່ເສີມຂະຫຍາຍ ແລະເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ການພົວພັນຫວຽດນາມ - ກຳປູເຈຍ ນັບມື້ນັບມີປະສິດທິຜົນ, ແທດຈິງ ແລະແໜ້ນແຟ້ນຂຶ້ນຕື່ມ.
ດ້ວຍພາລະບົດບາດ ແລະໜ້າທີ່ຂອງຕົນ, ທາງກະຊວງພາຍໃນກຳປູເຈຍ ຈະສົມທົບຢ່າງແໜ້ນແຟ້ນກັບກະຊວງຕຳຫຼວດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ເພື່ອຕໍ່ສູ້ຕ້ານອາດຊະຍາກຳທຸກປະເພດໃຫ້ມີປະສິດທິຜົນ, ເປັນຕົ້ນແມ່ນອາດຊະຍາກຳຢາເສບຕິດ ແລະອາດຊະຍາກຳການສໍ້ໂກງທາງອິນເຕີເນັດ; ສຶກສາອົບຮົມໃຫ້ປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບມູນເຊື້ອຂອງການພົວພັນອັນດີງາມລະຫວ່າງສອງປະເທດ; ສືບຕໍ່ເພີ່ມພູນຄູນສ້າງໃຫ້ສາຍພົວພັນຫວຽດນາມ - ກໍາປູເຈຍ; ສ້າງເງື່ອນໄຂສະດວກໃຫ້ແກ່ຊາວຫວຽດນາມ ດຳລົງຊີວິດ, ທໍາມາຫາກິນເປັນປົກກະຕິ, ຖືກກັບກົດໝາຍ ຢູ່ກໍາປູເຈຍ.
ໂດຍ: ທູຈາງ