ເຂົ້າຮ່ວມກອງປະຊຸມ, ມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ, ບັນດາສະມາຊິກສະພາແຫ່ງຊາດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ: “ກອງປະຊຸມວິສາມັນຄັ້ງນີ້ ມີຄວາມໝາຍສຳຄັນທີ່ສຸດ, ຮີບເຮັ່ງພິຈາລະນາ, ຕົກລົງຫຼາຍບັນຫາຮີບດ່ວນຮັບໃຊ້ພາລະກິດການປະຕິວັດຂອງການສັບຊ້ອນ, ຫັນການຈັດຕັ້ງກົງຈັກໃຫ້ກະທັດລັດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຢ່າງສູງຂອງປະເທດໃນສັງກາດໃໝ່. ພ້ອມກັນນັ້ນ, ສະພາແຫ່ງຊາດກໍ່ພິຈາລະຈາ, ຕົກລົງແກ້ໄຈບັນດາຂໍ້ຕິດຄັດດ້ານລະບອບລະບຽບການ, ນະໂຍບາຍ, ສ້າງບາດກ້າວບຸກທະລຸເພື່ອສ້າງພື້ນຖານໂຄງລ່າງຢ່າງຄົບຊຸດ, ເສີມຂະຫຍາຍແຫຼ່ງກຳລັງ, ສ້າງເຂດພັດທະນາໃໝ່ ເພື່ອປະຕິບັດບັນດາເປົ້າໝາຍ ເຊິ່ງກອງປະຊຸມຄັ້ງທີ 13 ຂອງພັກ ໄດ້ວາງອອກຢ່າງມີໄຊ”.
    |
 |
ບັນຍາາກາດທີ່ກອງປະຊຸມ. ພາບ: quochoi.vn |
ຕາມລາຍການ, ແຕ່ວັນທີ 12-19 ກຸມພາ, ສະພາແຫ່ງຊາດ ຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ ແລະ ມະຕິຫຼາຍສະບັບ ເພື່ອປະຕິບັດການສັບຊ້ອນກົງຈັກຂອງສະພາແຫ່ງຊາດ, ລັດຖະບານ ອາຍຸການສະພາແຫ່ງຊາດຊຸດທີ 15. ກໍ່ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ຈະດຳເນີນເນື້ອໃນຈຳນວນໜຶ່ງກ່ຽວກັບວຽກງານບຸກຄະລາກອນຂຶ້ນກັບສິດອຳນາດ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ສະເໜີວ່າ: “ບັນດາສະມາຊິກສະພາແຫ່ງຊາດ ຈະປະກອບຄຳເຫັນຢ່າງກົງໄປກົງມາ, ມີຄຸນນະພາບ ເພື່ອໃຫ້ວຽກງານທັງໝົດໃນກອງປະຊຸມໄດ້ຮັບການພິຈາລະນາ, ຮັບຮອງເອົາ ດ້ວຍຄວາມເປັນເອກະພາບ, ເຫັນດີເຫັນພ້ອມສູງທີ່ສຸດ, ຕອບສະໜອງຄວາມຕ້ອງການຕົວຈິງ ແລະ ໜ້າທີ່ການເມືອງ, ຕອບສະໜອງຄວາມລໍຖ້າຂອງຜູ້ມີສິດເລືອກຕັ້ງ ແລະປະຊາຊົນໃນທົ່ວປະເທດ”.
ໃນຕອນບ່າຍ, ສະພາແຫ່ງຊາດ ຮັບຟັງການສະເໜີ ແລະບົດລາຍງານການສຳຫຼວດຕີລາຄາກ່ຽວກັບຮ່າງກົດໝາຍ ວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ); ການສະເໜີ ແລະບົດລາຍງານສຳຫຼວດຕີລາຄາຮ່າງກົດໝາຍ ວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ); ການສະເໜີ ແລະບົດລາຍງານສຳຫຼວດຕີລາຄາຮ່າງມະຕິຂອງສະພາແຫ່ງຊາດ ກຳນົດກ່ຽວກັບການແກ້ໄຂບາງບັນຫາກ່ຽວຂ້ອງເຖິງການສັບຊ້ອມກົງຈັກແຫ່ງລັດ.
ບັນດາຮ່າງກົດໝາຍສະບັບປັບປຸງ ແລະມະຕິ ເພື່ອແນໃສ່ສ້າງພື້ນຖານດ້ານນິຕິກຳ ໃຫ້ແກ່ການປ່ຽນແປງໃໝ່, ສັບຊ້ອນກົງຈັກບໍລິຫານຂອງລັດ ໃຫ້ມີປະສິດທິພາບ, ມີປະສິດທິຜົນ, ຍູ້ແຮງການຈັດແບ່ງຂັ້ນ, ຈັດແບ່ງສິດ, ຊຸກຍູ້ລັດຖະບານແຫ່ງການສ້າງສາ, ພັດທະນາ ຕອບສະໜອງຄວາມຮຽກຮ້ອງໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ